ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວເຫັນພ້ອມ ໃຫ້ໂຈະສ້າງເຂື່ອນ
Anonymous

Date:
ຊາວລາວເຫັນພ້ອມ ໃຫ້ໂຈະສ້າງເຂື່ອນ
Permalink   
 


ຊາວລາວເຫັນພ້ອມ ໃຫ້ໂຈະສ້າງເຂື່ອນ

f-sd-site2

ນັກວິຊາກາຣ ດ້ານພລັງງານ ແລະ ສິ່ງແວດລ້ອມ ຂອງລາວ ເຫັນພ້ອມກັບ ຂໍ້ຮຽກຮ້ອງ ຂອງເຄືອຂ່າຍ ປະຊາຊົນ ຊາວໄທຽ ທີ່ຢາກໃຫ້ ມີກາຣຍຸຕິກາຣ ກໍ່ສ້າງເຂື່ອນ ໄຊຍະບູຣີ ແລ້ວເຮັດ ກາຣສຶກສາ ສໍາຣວຈ ດ້ານຜົລກະທົບ ເພີ່ມຕື່ມອີກ ເສັຍກ່ອນ ດັ່ງທີ່ທ່ານໄດ້ ກ່າວວ່າ:

"ຕົວນີ້ຄິດວ່າ ຖ້າເຮົາເລື່ອນໄປໃນ 10 (ປີ) ຕໍ່ໜ້າ ເຮົາສິມີເວລາ ຫລືວ່າມີໂອກາສ ໄດ້ເຮັດຄົ້ນຄວ້າວິຈັຍ ຫລືວ່າ ຊອກຮູ້ປະສົບກາຣ ຫລືວ່າບັນຫາທີ່ມັນຈະເກີດຂຶ້ນຫລາຍກ່ອນ ຖ້າເຮົາເລື່ອນໄປ 10 ປີ ກໍຈະມີຜົລດີຄືວ່າ ບາງ ເທື່ອເຮົາຈະມີທາງເລືອກອື່ນນໍ໊ ເຣື່ອງພລັງງານໃນ 10 ປີຕໍ່ໜ້າ ເຮົາອາຈຈະມີທາງເລືອກອື່ນທີ່ດີກວ່າເຮັດເຂື່ອນ".

ທ່ານໄດ້ກ່າວເນັ້ນ ເພີ່ມວ່າ ຄວນຈະໃຫ້ມີ ກາຣຍົກເລີກ ໂຄງກາຣ ກໍ່ສ້າງທັງໝົດ ເສັຍກ່ອນ ຖ້າບໍ່ດັ່ງນັ້ນ ຜົລຂອງກາຣ ສຶກສາສໍາຣວຈ ກໍຈະບໍ່ມີ ປະໂຍຊນ໌ ໃດໆ ແລະ ໃນຂະນ ະດຽວກັນ ກໍມີ ນັກຊ່ຽວຊານ ດ້ານເຂື່ອນ ຊາວລາວອີກຜູ້ໜຶ່ງ ກໍໃຫ້ຄໍາເຫັນ ເຊັ່ນດຽວກັນວ່າ:

"ຄັນເປັນໄປໄດ້ ກໍຄວນຈະສຶກສາຜົລກະທົບມັນເພີ່ມເຕີມຂຶ້ນອີກ ກ່ອນທີ່ຈະລົງມືກໍ່ສ້າງ ແຕ່ຄືທີ່ຮູ້ກັນລ໋ະ ກາຣສ້າງ ເຂື່ອນໄຊຍະບູຣີ ຄວາມຈິງມັນບໍ່ແມ່ນເຣື່ອງໄຟຟ້າເນາະ ແຕ່ມັນເປັນເຣື່ອກາຣທຳທຸຣະກິຈ ຂອງນັກທຸຣະກິຈ".

ນັກຊ່ຽວຊານ ລາວດັ່ງກ່າວ ໄດ້ແຈ້ງເຖີງ ຜົລກາຣສຶກສາ ສໍາຣວຈ ໃນຂັ້ນຕົ້ນວ່າ ຄວາມຕ້ອງ ກາຣໄຟຟ້າ ຂອງທັງລາວ ແລະ ໄທຽນັ້ນ ຍັງບໍ່ສູງ ເຖີງຂນາດ ທີ່ຈໍາເປັນ ຈະຕ້ອງໃຫ້ ມີກາຣກໍ່ສ້າງ ເຂື່ອນ ທີ່ຈະມີ ຜົລກະທົບ ຢ່າງຫລວງຫລາຍ ຕໍ່ເຂຕພື້ນທີ່ ທ້ອງຖີ່ນ ແລະ ຂ້າມພົມແດນ ເຊັ່ນນີ້ ແລະ ນັກວິຊາກາຣ ຫລາຍໆຄົນ ກໍຫລີງເຫັນວ່າ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີດັ່ງ ກ່າວນີ້ ຄົງຈະເປັນ ກາຣສ້າງຜົລ ປະໂຍຊນ໌ ດ້ານທຸຣະກິຈ ຂອງຜູ້ລົງທຶນ ຫລາຍກວ່າດ້ານ ພລັງງານ ຈຶ່ງເຫັນສົມຄວນ ໃຫ້ມີກາຣສຶກສາ ເພີ່ມຕື່ມ ອີກເສັຍກ່ອນ!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard