ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສຶກສາໃນລາວທຽບໃສ່ ປະຊາຄົມອາຊຽນ
Anonymous

Date:
ການສຶກສາໃນລາວທຽບໃສ່ ປະຊາຄົມອາຊຽນ
Permalink   
 


ການສຶກສາໃນລາວທຽບໃສ່ ປະຊາຄົມອາຊຽນ

f-laos-naluang-school

ເຈົ້າຫນ້າທີ່ ລາວ ທ່ານນື່ງເວົ້າວ່າ ເຖິງແມ່ນວ່າ ການເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຂອງລາວ ໃນປີ 2015 ທີ່ຄາດວ່າ ຈະເປັນສີ່ງ ກະຕຸ້ນ ການເຕີບໂຕ ຂອງ ເສຖກິດ ໃນລາວ ຢ່າງໃຫຍ່ນັ້ນ ແຕ່ຖ້າຫາກ ປະຊາຊົນ ບໍ່ມີຄວາມຮູ້ ຂາດການສຶກສາ ເສຖກິດ ຂອງລາວ ກໍຈະບໍ່ ເຕີບໃຫຍ່ ຫລາຍປານໃດ ດັ່ງນັ້ນ ພາກສ່ວນ ທີ່ກ່ຽວຂ້ອງ ຄວນພັທນາ ຍົກຣະດັບ ການສຶກສາ ໃນລາວ ໃຫ້ຫລາຍຂື້ນ ເພື່ອໃຫ້ຄົນລາວ ສາມາດແຂ່ງຂັນ ກັບ ຕ່າງປະເທດໄດ້ ດັ່ງທ່ານ ກ່າວ ໃນຕອນນື່ງວ່າ:

"ຄວາມສ່ຽງແທ້ ຂອງລາວ ກໍຊີ່ມີຫລາຍຢູ່ ເນື່ອງຈາກວ່າ ການພັທນາ ມັນກໍຍັງຫນ້ອຍ ຣະດັບ ການສຶກສາ ຂອງ ປະຊາຊົນ ທົ່ວໄປ ກໍຍັງຢູ່ ໃນຣະດັບຕ່ຳ ໃນດ້ານການ ບໍຣິຫານ ອາດຍັງບໍ່ທົ່ວເຖິງ ເຮັດໃຫ້ຜູ້ຫວັງ ຜົລປໂຍດ ມີຄວາມຮູ້ ຫລາຍກວ່າໂຕ ໄດ້ປຽບ".

ທ່ານກ່າວຕໍ່ໄປວ່າ ເມື່ອຮອດ ການຮ່ວມໂຕ ຂອງ ປະຊາຄົມ ເສຖກິດ ອາຊຽນ ແນ່ນອນວ່າ ພາກສ່ວນ ທຸຣະກິດ ແລະ ການຄ້າ ຂອງ ປະເທດຕ່າງໆ ໃນອາຊຽນ ຈະຫລັ່ງໄຫລ ເຂົ້າມາລາວ ໃນນັ້ນກໍມີ ກຸ່ມຄົນທີ່ມີ ຄວາມຮູ້ ແລະ ຄວາມສາມາດ ທີ່ຈະເຂົ້າມາ ຍາດແຍ່ງ ເອົາວຽກເຮັດ ງານທຳ ຈາກ ບໍຣິສັດ ຕ່າງຊາດໃນລາວ ດັ່ງນັ້ນ ຈື່ງຈຳເປັນ ຢ່າງຍີ່ງ ທີ່ຄົນລາວ ທຸກຄົນ ຕ້ອງໄດ້ຮັບ ການສຶກສາສູງ ເພື່ອຈະບໍ່ເສັຽປຽບ ໃຫ້ແກ່ນັກລົງທືນ ແລະ ນັກວິຊາການ ຕ່າງຊາດ ຜູ້ທີ່ຈະເຂົ້າມາ ລົງທືນ ແລະ ຊອກວຽກ ໃນລາວ.

ທີ່ຜ່ານມາ ປະຊາຊົນລາວ ກໍເປັນຫວ່ງ ກ່ຽວກັບເລື້ອງນີ້ ເຊັ່ນກັນ ຊື່ງໂຕແທນ ຂອງປະຊາຊົນ ກໍເຄີຍກ່າວ ຕໍ່ເອເຊັຽເສຣິວ່າ ການພັທນາ ການສຶກສາ ແລະ ຄວາມຮູ້ ຂອງ ປະຊາຊົນ ເປັນສິ່ງສຳຄັນ ແລະ ຈຳເປັນ ກ່ອນຈະຮອດປີ 2015. ແຕ່ທາງການລາວ ຍັງເມີນເສີຍ ກ່ຽວກັບ ເລື້ອງນີ້ຢູ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard