ພາຍຫລັງ ທີ່ ຣັຖບານ ໄດ້ປະກາດ ໃຫ້ ສັມປະທານ ເນື້ອທີ່ດິນ ໃນແຂວງ ສວັນນະເຂດ ຈໍານວນ 30,000 ເຮັກຕາຣ໌ ໃຫ້ແກ່ ບໍຣິສັດ ຂອງໄທ ເພື່ອເຂົ້າໄປ ລົງທຶນ ປູກອ້ອຍ ແລະ ເຮັດໂຮງງານ ຜລິດນໍ້າຕານ ໃນ 2 ແຂວງພາກໃຕ້. ເຖິງຢ່າງໃດ ກໍຕາມ, ກ່ຽວກັບເຣື້ອງ ດັ່ງກ່າວ ມີ ປະຊາຊົນ ບາງກຸ່ມ ບໍ່ເຫັນພ້ອມ ກັບການໃຫ້ ສັມປະທານ ຂອງຣັຖບານ ເທື່ອນີ້ ເນື່ອງຈາກ ຢ້ານວ່າ ການໃຫ້ ສັມປະທານ ນັ້ນ ຈະສ້າງຜົລເສັຍ ຫລາຍກ່ວາ ຜົລໄດ້. ປະຊາຊົນ ຜູ່ນຶ່ງ ສະແດງ ຄວາມເຫັນ ຈາກ ປະສົບປະການ ຜ່ານມາ ວ່າ:
“ສ່ວນຫລາຍ ໃນຂົງເຂດ ສັມປະທານ ເຂດປ່າໄມ້ ທີ່ວ່າ ມັນຕັດໄມ້ຂາຍ ເກງກໍາໄລ ກໍພໍແຮງແລ້ວ ແລ້ວມັນຄ່ອຍມາ ປູກໃສ່ ພວກນີ້ ມັນມີທຸຣກິຈ ແອບແຝງ ເຣື້ອງນີ້ ຕົວເລັກ ຕົວນ້ອຍ ມັນເວົ້າຫຍັງ ບໍ່ໄດ້. ນັກລົງທຶນ ເຂົາມີເງິນ ເຂົາມີອໍານາດ ປະຊາຊົນ ຮ້ອງຟ້ອງ ແລ້ວ ປະຊາຊົນ ຕິດຄຸກຊໍ້າ ດຽວນີ້ ຄືຄວາມເປັນຈິງ ໃນສັງຄົມລາວ ປັຈຈຸບັນ.”
ປະຊາຊົນ ທີ່ ບໍ່ເຫັນພ້ອມ ກ່າວຕື່ມວ່າ ທີ່ຜ່ານມາ ມີຫລາຍແຂວງ ທີ່ໃຫ້ນາຍທຶນ ເຂົ້າໄປ ສັມປະທານ, ຊຶ່ງຜົລເສັຍ ຂັ້ນທໍາອິດ ກໍແມ່ນ ການຕັດໄມ້ອອກ ໂດຍບໍ່ມີການ ເປີດເຜີຍວ່າ ໄມ້ສ່ວນນີ້ ເມື່ອຕັດແລ້ວ ເອົາໄປໄວ້ໃສ. ຕໍ່ມາ ຄື ການຊົດເຊີຍ ໃຫ້ປະຊາຊົນ ເພາະ ພື້ນທີ່ ສັມປະທານ ບາງແຫ່ງ ໄປທັບຊ້ອນ ພື້ນທີ່ ທໍາມາຫາກິນ ຂອງ ປະຊາຊົນ, ແຕ່ກໍມີ ຫລາຍ ກໍຣະນີ ທີ່ເຫັນວ່າ ປະຊາຊົນ ໄດ້ຮັບການ ຊົດເຊີຍ ທີ່ບໍ່ເປັນທັມ ແລະ ປະຊາຊົນ ເອງ ກໍບໍ່ສາມາດ ຮຽກຮ້ອງໄດ້. ເມື່ອວັນທີ 13 ກໍຣະກະດາ ຜ່ານມາ, ຣັຖບານລາວ ໄດ້ຖແລງຂ່າວ ກ່ຽວກັບ ການເຊັນສັນຍາ ສັມປະທານ ອາຍຸ 35 ປີ ກັບບໍຣິສັດ ສະຫະມິຕຣ໌ ເຄເອັມທີ ໄທແລ໋ນ ກຣຸບ ຈາກປະເທດໄທ ເພື່ອອະນຸຍາດ ໃຫ້ບໍຣິສັດ ດັ່ງກ່າວ ເຂົ້າໄປປູກອ້ອຍ ໃນເຂດ ເມືອງຈໍາພອນ, ແຂວງ ສວັນນະເຂດ, ແລະ ກໍ່ສ້າງໂຮງງານ ຜລິຕນໍ້າຕານ ໃນເຂດເມືອງ ມູນລະປະໂມກ, ແຂວງ ຈໍາປາສັກ. ທັ້ງນີ້ ຜູ້ຊ່ຽວຊານ ດ້ານກະສິກັມ ທ່ານນຶ່ງ ສະແດງຄວາມ ຄິດເຫັນ ວ່າ ປະເທດລາວ ບໍ່ເໝາະກັບ ການປູກ ອ້ອຍ ເທົ່າໃດ ແລະ ຄວນຈະຫັນໄປ ສົ່ງເສີມ ກະສິກັມ ທີ່ສ້າງມູນຄ່າສູງ ຫລາຍກ່ວາ.“ປະເທດລາວ ຕ້ອງການນີ້ ມັນເປັນພືດ ທີ່ບໍ່ຕ້ອງມີ ນໍ້າໜັກຫລາຍ ກໍໄດ້ ຄື ອ້ອຍ ມັນຕົ້ນຫຍັງ ພວກນີ້ ມັນໜັກເນາະ ແລ້ວປູກຫລາຍ ຄືໄດ້ເງິນໜ້ອຍເນາະ ບັນຫາ ຢູ່ລາວນີ້ ຄືວ່າ ແຮງງານໜ້ອຍ ພືດ ທີ່ມີມູນຄ່າຕໍ່າ ມັນຕ້ອງໄດ້ ປູກຫລາຍ ຄັນປູກຫລາຍແລ້ວ ເຮັດບໍ່ໄດ້ ເພາະແຮງງານ ບໍ່ພໍ ພືດທີ່ວ່າ ເປັນທ່າແຮງ ໃນການ ກະສິກັມນີ້ ຈະເປັນພືດ ມູນຄ່າສູງ ທີ່ບໍ່ຕ້ອງການ ເນື້ອທີ່ຫລາຍ ບໍ່ຕ້ອງການ ແຮງງານຫລາຍ ແຕ່ວ່າ ຕ້ອງການ ເທັກນິກ ໃນການປູກ ທີ່ດີເນາະ ຕົວຢ່າງ ທີ່ວ່າ ພືດປອດສານພິດ ຈັ່ງຊີ້ນາ.”ທ່ານ ກ່າວໃນຕອນທ້າຍ ວ່າ ລາວ ຄວນທີ່ຈະຫັນໄປ ສົ່ງເສີມ ກະສິກັມ ຣາຍຍ່ອຍ ເຊັ່ນ ການປູກພືດ ທີ່ມີມູນຄ່າສູງ ແທນການໃຫ້ ສັມປະທານ ແກ່ນາຍທຶນ ຣາຍໃຫຍ່ ເພາະ ຈະເປັນການ ກະຈາຍຣາຍໄດ້ ໃຫ້ປະຊາຊົນ ໄດ້ດີກ່ວາ ຍ້ອນວ່າ ກ້ອນເງິນ ຫລື ຜົລກໍາໄລ ຈະບໍ່ໄປຮວມ ຢູ່ກັບຄົນຜູ້ດຽວ.
ຂອ້ຍໄດ້ຍິນວ່າ ລາວໄຫ້ ແກວວຽດນາມ ມາສຳປະທານທີ່ດິນ ເຮັກຕານຶງ ຕໍ່ ເຈັດໂດລາ ຕໍ່ປີ ແລະເຈັດປີແລກບໍ່ຕອ້ງເສັຍຄ່າທຳນຽມ ຜູ້ໃດຮູ້ລາຍລະອຽດ ກາຣຸນາເລົ່າໄຫ້ຟັງແດ່.