ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຖານທູຕ ສະຫະຣັດ ຝຶກອົບຮົມ ພະນັກງານ ສນາມບິນວັດໄຕ
Anonymous

Date:
ສະຖານທູຕ ສະຫະຣັດ ຝຶກອົບຮົມ ພະນັກງານ ສນາມບິນວັດໄຕ
Permalink   
 


ສະຖານທູຕ ສະຫະຣັດ ຝຶກອົບຮົມ ພະນັກງານ ສນາມບິນວັດໄຕ

f-custom-training

ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈໍາ ສປປລາວ ໃຫ້ການ ຝຶກແອບ ພະນັກງານ ສນາມບິນ ວັດໄຕ ໃນການ ຈໍາແນກ ຂອງ ຜິດກົດໝາຍ.

ເຈົ້າໜ້າທີ່ ແລະ ພະນັກງານ ສນາມບິນ ນານາຊາຕ ວັດໄຕ 70  ກ່ວາຄົນ ໄດ້ຮັບ ການຝືກແອບ ເຣື້ອງການ ກວດກາ ແລະ ຈໍາແນກເຄື່ອງຂອງ ທີ່ ຜິດກົດໝາຍ ແລະ ປະຕິບັດ ຣະບຽບ ການພາສີ ຢູ່ທີ່ຫ້ອງ ສັມມະນາ ເວີກຊ໊ອບ ຊື່ງ ສະຖານທູດ ສະຫະຣັຖ ຈັດຂື້ນ ເມື່ອວັນທີ່  17-18  ກໍຣະກະດາ ຜ່ານມາ ທີ່ນະຄອນຫລວງ ວຽງຈັນ. ຕາມລາຍງານຂ່າວ ຈາກ ເວັບໄຊທ ຂອງ ສະຖານທູດ ສະຫະຣັຖ ປະຈໍາລາວ.

ລາຍງານວ່າ ການຝືກແອບ ແມ່ນຈັດຂື້ນໂດຍ ຫ້ອງການ ຄວາມປອດພັຍ ປະຈໍາ ພູມີພາກ ແລະຜແນກ ກົງສູນ ຂອງ ສະຖານທູຕ ໂດຍການ ສນັບສນູນ ຂອງຫ້ອງການ ກວດຄົນ ເຂົ້າເມືອງ ແລະ ພາສີ ຈາກ ສະຖານທູຕ ຢູ່ບາງກອກ.

ການຝືກແອບ ແມ່ນສຸມໃສ່ ປັບປຸງ ການກວດກາ ຈໍາແນກ ສິ່ງຜິດກົດໝາຍ ແລະ ປະຕິບັດ ນະໂຍບາຍ ຣະບຽບການ ວີຊາ ແລະ ພາສີ ຂອງ ສະຫະຣັຖ. ເຈົ້າໜ້ທີ່ ຝືກແອບ ເວົ້າວ່າ ການແລກປ່ຽນ ຂໍ້ມູນ ແລະ ວິຊາຄວາມຮູ້ ຈະເຮັດໃຫ້ ສາຍການບິນ ລາວແອລາຍ ກວດເຫັນ ເອກກະສານ ສະຫະຣັຖ ປອມແປງ ແລະກວດເຫັນ ຜູ້ໂດຍສານ ທີ່ມີເຈດຕະນາ ປອມແປງ ເອກກະສານ ເຂົ້າ ສະຫະຣັຖ ນໍາດ້ວຍ ຊື່ງ ໃນທີ່ສຸດ ຈະເຮັດໃຫ້ ຄວາມປອດໄພ ຂອງລາວ ແລະ ສະຫະຣັຖ ດີຂື້ນ.



__________________
Anonymous

Date:
RE: ສະຖານທູຕ ສະຫະຣັດ ຝຶກອົບຮົມ ພະນັກງານ ສນາມບິນວັດໄຕ
Permalink   
 


ພັກລັດ ສອນລູກຫລານລາວກຽດຊັງ ເມຣິກາ ຜົນສຸດທ້າຍມາກໍໄປບໍ່ມົ້ມ ເມຣິກາ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard