ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: Shock ! ພໍ່ແສນຊົ່ວຂົ່ມຂືນລູກສາວໂຕເອງ ທີ່ວຽງຈັນ !
Anonymous

Date:
Shock ! ພໍ່ແສນຊົ່ວຂົ່ມຂືນລູກສາວໂຕເອງ ທີ່ວຽງຈັນ !
Permalink   
 


Shock ! ພໍ່ແສນຊົ່ວຂົ່ມຂືນລູກສາວ ທີ່ວຽງຈັນ !

ການທຳມິດສາຈານ ຫລື ຮ່ວມເພດສຳພັນທີ່ບໍ່ແມ່ນຜົວເມຍຂອງຕົນເອງ ຖືວ່າເປັນບັນຫາ ຫນຶ່ງທີ່ຜິດຕໍ່ກັບລະບຽບກົດຫມາຍແລ້ວ ທຳການຂົ່ມຂືນທຳສຳເລົາກັບພີ່ ນ້ອງສາຍເລືອດດຽວ ກັນເວົ້າສະເພາະກໍ່ແມ່ນພໍ່ກັບລູກໃນໄສ້ຂອງຕົນເອງແທ້ໆ ຍິ່ງກາຍເປັນສິ່ງທີ່ຫນ້າລັງກຽດແລະ ບໍ່ຫນ້າຈະໃຫ້ອະໄພ. ເພາະມັນບໍ່ພຽງແຕ່ຜິດກົດຫມາຍ, ຍັງຜິດກັບຮີດຄອງປະເພນີລາວກາຍ ເປັນສິ່ງທີ່ຫນ້າອັບອາຍຂາຍຫນ້າ, ພ້ອມທັງເປັນສິ່ງທີ່ລັງກຽດຢູ່ໃນສັງຄົມ.
   ດັ່ງຕົວຢ່າງ ທ້າວ ວັນໄຊ ອາຍຸ 43 ປີ, ອາຊີບເຮັດນາ, ຢູ່ບ້ານດົງກະລຶມ ເມືອງປາງື່ມ, ນະຄອນຫລວງວຽງຈັນ ໄດ້ຂົ່ມຂືນທຳສຳເລົາລູກສາວຄີງໆຂອງຕົນເອງຊື່: ນາງຄຳ (ນາມສົມ ມຸດ), ອາຍຸ 16 ປີ. ທ້າວ ວັນໄຊ ໄດ້ຖືກ ກັກຕົວ ໃນຂໍ້ຫາຖານ ຂົ່ມຂືນທຳສຳເລົາລູກສາວ ຜ່ານມາຜູ້ກ່ຽວເຄີຍກະທຳຜິດມາແລ້ວຫລາຍຄັ້ງ ໃນເບື້ອງຕົ້ນ: ຖືກ ຂໍ້ຫາຖານຂົ່ມຂືນທຳສຳເລົານ້ອງສາວຕົນເອງ, ຂໍ້ຫາກະທຳຜິດຕໍ່ກົດຫມາຍບ້ານເມືອງ ເນື່ອງ ຈາກຜູ້ກ່ຽວໄດ້ນຳເອົາກ້ອນຫີນຍັດໃສ່ເປົາເຂົ້າແລ້ວເອົາໄປເສຍພາສີ ພ້ອມທັງຂໍ້ຫາທຳມິດ ສາ ຈານເນື່ອງຈາກໄປລັກນອນນຳເມຍຂອງຄົນອື່ນຢູ່ບ້ານຫນອງວັງເຜິ້ງ,ເມືອງປາກງື່ມ, ນະຄອນ ຫລວງວຽງຈັນ ຕາມການສືບສວນສອບສວນ ຈາກເຈົ້າຫນ້າທີ່ ຜູ້ກ່ຽວຍອມຮັບສາລະພາບວ່າ: ຕົນເອງເຄີຍຂົ່ມຂືນລູກສາວມາແລ້ວ 11 ຄັ້ງ ແລະຜູ້ກ່ຽວໄດ້ບັງຄັບໃຫ້ລູກສາວປິດເປັນຄວາມ ລັບບໍ່ໃຫ້ບອກໃຜ ແລະ ຫ້າມບໍ່ໃຫ້ໄປຫລິ້ນຢູ່ບ່ອນໃດ, ນັບແຕ່ວຽກບ້ານການເຮືອນກໍ່ມອບໃຫ້ ແຕ່ເມຍເປັນຜູ້ເຮັດຝ່າຍດຽວ, ສ່ວນເວລາຮ່ວມເພດກໍ່ສວຍໂອກາດເວລາເມຍບໍ່ຢູ່ຕອນອອກໄປນາຍາມເຊົ້າ ຜູ້ເປັນພໍ່ກໍ່ບັງຄັບໃຫ້ລູກສາວຮ່ວມເພດ.
   ບັນດາທ່ານຜູ້ອ່ານທີ່ຮັບຮູ້ແລ້ວ ຄົງຈະສະເທືອນໃຈບໍ່ຫນ້ອຍ, ຈະໃຫ້ເອີ້ນວ່າພໍ່ກໍ່ຕ້ອງແຝງ ນາມວ່າ: ພໍ່ແສນຊົ່ວ ຈິ່ງຈະສົມ ແຕ່ເວົ້າແນວນີ້ ກໍ່ບໍ່ແມ່ນວ່າຜູ້ຂຽນໃສ່ຮ້າຍປ້າຍສີ ຜູ້ຕ້ອງຫາ ດອກ ແຕ່ການກະທຳຂອງຜູ້ກ່ຽວຕ່າງຫາກທີ່ເຮັດໃຫ້ຫລາຍຄົນຕ້ອງຍອມຮັບບໍ່ໄດ້. ຂະຫນາດ ລູກໃນໄສ້, ນ້ອງສາວໃນກ້ອນ ເລືອດດຽວກັນກໍ່ຍັງກ້າຂົ່ມຂືນທຳສຳເລົາໄດ້ລົງຄໍ.
   ຢ່າງໃດກໍ່ຕາມທຸກຄົນບໍ່ຄວນເອົາເປັນແບບຢ່າງຕໍ່ການກະທຳເຊັ່ນນີ້ ແຕ່ໃນຄວາມເປັນຈິງ ມັນກໍ່ບໍ່ເຫມາະສົມຢູ່ດີເປັນການຝ່າຝືນຕໍ່ຮີດຄອງປະເພນີຂອງຊາດລາວເຮົາ ທີ່ສືບທອດກັນມາແຕ່ບູຮານ ນະການ



__________________
Anonymous

Date:
RE: Shock ! ພໍ່ແສນຊົ່ວຂົ່ມຂືນລູກສາວໂຕເອງ ທີ່ວຽງຈັນ !
Permalink   
 



ກິນຢາບ້າຊະນິດໃດຈຶ່ງຕັນຫາຫລາຍແທ້ ເຮັດໄດ້ແມ້ກະທັ້ງກັບຄົນໃນສາຍເລືອດຕົນເອງ?

__________________


Member

Status: Offline
Posts: 24
Date:
Permalink   
 

He's dame Idiot!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard