ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທູຕລາວບໍ່ເຫັນຣາຍງານ ເຣື່ອງສາວລາວຖືກຈັບ
Anonymous

Date:
ທູຕລາວບໍ່ເຫັນຣາຍງານ ເຣື່ອງສາວລາວຖືກຈັບ
Permalink   
 


ທູຕລາວບໍ່ເຫັນຣາຍງານ ເຣື່ອງສາວລາວຖືກຈັບ

ເຈົ້າໜ້າທີ່ ສະຖານທູຕລາວ ປະຈໍາບາງກອກ ເປີດເຜີຍວ່າ ຍັງບໍ່ໄດ້ຮັບ ການຢືນຢັນ ຈາກທາງການໄທ ວ່າມີແມ່ຍິງ ສາວລາວ ລັກເຂົ້າມາ ຄ້າບໍຣິການ ທາງເພສ ໃນສະຖານທີ່ ບັນເທີງ ຢູ່ແຂວງ ສະເຊີງເຊົາ ຕາມທີ່ທ່ານ ຊູວິດ ກະມົນວິສິດ ສະມາຊິກ ສະພາໄທ ໄດ້ຖແລງຂ່າວໄປ. ດ້ວຍເຫດນີ້ ຈຶ່ງຍັງບໍ່ ສາມາດ ໃຫ້ການຊ່ວຍເຫລືອ ຫຼື ດໍາເນີນການ ໃດໆໄດ້ເທື່ອ. ດັ່ງເຈົ້າໜ້າ ຫ້ອງການ ກົງສຸນ ຈາກສະຖານທູຕ ລາວ ປະຈໍາບາງກອກ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 1 ສິງຫາ 2012 ນີ້ວ່າ:

"ພວກເຮົາ ຍັງບໍ່ທັນໄດ້ ຮັບຂໍ້ມູນເທື່ອ ມີແຕ່ໄດ້ຍິນວ່າ ທີ່ອອກທີວີ ເຮົາຍັງບໍ່ທັນ ມີຂໍ້ມູນ ຈາກເຈົ້າໜ້າທີ່ ນັ້ນເທື່ອ ນີ້ພວກເຮົາຕ້ອງ ລໍຖ້າຈາກເຈົ້າໜ້າທີ່ ທາງການໄທ ວ່າມັນມີ ມູນຄວາມຈິງຕົວໃດ໋ ໄດ້ຂໍ້ມູນໃດ໋ນັ້ນ ແລ້ວພວກເຮົາ ກໍເຮັດໜັງສື ໄປຫາພາກສ່ວນ ກ່ຽວຂ້ອງ ເພື່ອຂໍຊ່ວຍເຫລືອ ຂະເຈົ້າ".

ທ່ານເວົ້າ ຕໍ່ໄປວ່າ ທ່ານເອງ ກໍຮູ້ຂ່າວຈາກ ທາງໂທຣະທັດ ຂອງໄທ ເທົ່ານັ້ນ ແຕ່ຍັງບໍ່ໄດ້ ຮັບຄໍາຢືນຢັນ ຈາກເຈົ້າໜ້າທີ່ ທາງການໄທ ວ່າມີສະຖານທີ່ ບັນເທີງນັ້ນ ແທ້ຫລືບໍ່ ດັ່ງນັ້ນ ສະຖານທູຕ ລາວ ກໍຍັງຕ້ອງລໍຖ້າ ການກວດສອບ ຂອງເຈົ້າໜ້າທີ່ໄທ ເສັຍກ່ອນ.

ເມື່ອວັນທີ 29 ກໍຣະກະດາ 2012 ທ່ານ ຊູວິດ ກະມົນວິສິດ ສະມາຊິກ ສະພາ ຜູ້ແທນ ຣາສດອນໄທ ໄດ້ເປີດເຜີຍ ຮູບພາບ ວີດີໂອ ຂອງ ຮ້ານອາຫານ ແລະ ຮ້ານ ກາຣາໂອເກະ ໃນແຂວງ ສະເຊີງເຊົາ ໂດຍມີແມ່ຍິງ ສາວລາວ ຊຶ່ງມີອາຍຸ ລະຫວ່າງ 13 ຫາ 18 ປີ ປະມານ 500 ຄົນ ພາກັນລັກຂາຍ ບໍຣິການ ທາງເພສ ຊຶ່ງທ່ານ ຊູວິດ ເຫັນວ່າ ທາງການ ກ່ຽວຂ້ອງຄວນ ຫາທາງແກ້ໄຂ ແລະ ບໍ່ຄວນປ່ອຍ ປະລະເລີຍ. ປັດຈຸບັນ ທາງຣັຖບານໄທ ຍັງຕ້ອງການ ເວລາເພື່ອກວດສອບ ຫາຄວາມຈິງ ກ່ຽວກັບ ຂ່າວດັ່ງກ່າວ ນີ້ຢູ່.



__________________
Anonymous

Date:
Permalink   
 

ບໍ່ພຽງແຕ່ບໍ່ລາຍງານເທົ່ານັ້ນ ແຕ່ຍັງໄປຂໍຮ້ອງໃຫ້ສື່ໄທເຊົາອອກຂ່າວນີ້, ໄທກໍ່ຢ້ານລາວບໍ່ຂາຍໄຟໃຫ້ ພາກັນຟ້າວອອກມາແກ້ຂ່າວໃຫ້ກັນປຶບປັບ.

__________________
Anonymous

Date:
Permalink   
 

Anonymous wrote:

ບໍ່ພຽງແຕ່ບໍ່ລາຍງານເທົ່ານັ້ນ ແຕ່ຍັງໄປຂໍຮ້ອງໃຫ້ສື່ໄທເຊົາອອກຂ່າວນີ້, ໄທກໍ່ຢ້ານລາວບໍ່ຂາຍໄຟໃຫ້ ພາກັນຟ້າວອອກມາແກ້ຂ່າວໃຫ້ກັນປຶບປັບ.


 ທູຕລາວຢູ່ໄທຍ ພວກມັນພາກັນຕາບອດໝົດ ຈະໄປເຫັນອີ່ຫຍັງ ນອກຈາກເບີ່ງຫອຍເມຍ



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ບໍ່ພຽງແຕ່ບໍ່ລາຍງານເທົ່ານັ້ນ ແຕ່ຍັງໄປຂໍຮ້ອງໃຫ້ສື່ໄທເຊົາອອກຂ່າວນີ້, ໄທກໍ່ຢ້ານລາວບໍ່ຂາຍໄຟໃຫ້ ພາກັນຟ້າວອອກມາແກ້ຂ່າວໃຫ້ກັນປຶບປັບ.


 ທູຕລາວຢູ່ໄທຍ ພວກມັນພາກັນຕາບອດໝົດ ຈະໄປເຫັນອີ່ຫຍັງ ນອກຈາກເບີ່ງຫອຍເມຍ


 ຢ່າໄປເວົ້າໄຫ້ເພິ່ນ ນາຍຫນ້າກຳລັງຫຍູ້ງວຽກກັບການເຈລະຈາຕໍ່ລອງກັນຫລັງບ້ານຢູ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard