ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຄືອຂ່າຍ 8 ແຂວງ ຂອງໄທ ຈະຍື່ນຫນັງສື ຟ້ອງ ຣັຖບານໄທ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນມື້ອື່ນ.
Anonymous

Date:
ເຄືອຂ່າຍ 8 ແຂວງ ຂອງໄທ ຈະຍື່ນຫນັງສື ຟ້ອງ ຣັຖບານໄທ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນມື້ອື່ນ.
Permalink   
 
ເຄືອຂ່າຍ 8 ແຂວງ ຂອງໄທ ຈະຍື່ນຫນັງສື ຟ້ອງ ຣັຖບານໄທ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນມື້ອື່ນ

laos-open-xayaburi

ເຄືອຂ່າຍ ຊາວບ້ານ ຈາກ 8 ແຂວງ ລຸ່ມແມ່ນ້ຳຂອງ ຂອງໄທ ຈະພາກັນຍື່ນ ຫນັງສືຕໍ່ສານ ປົກຄອງ ໃນເວລາ 10 ໂມງ ຕອນເຊົ້າ ມື້ວັນທີ 7 ສິງຫາ ເພື່ອຟ້ອງ ຣັຖບານໄທ ໃຫ້ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ຂອງ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ. ນາງ ສໍຣັດຕະນະມະນີ ພະນົກກ້າ ຫົວຫນ້າກຸ່ມ ທະນາຍຄວາມ ຂອງເຄືອຂ່າຍ ກ່າວວ່າ:

"ມື້ອື່ນນີ້ ມີນັດໄປຍື່ນຟ້ອງ ເວລາ 10 ໂມງ ເຄີ່ງທີ່ສານ ແຕ່ຊາວບ້ານ ເຂົາຈະໄປກ່ອນ ໃນເວລາ 10 ໂມງ ຊາວບ້ານ ຈະມາປະມານ 80 ຄົນ ຈະມາຈາກ ແຂວງ ກໍຈະມີ ການສະແດງກັນ ເລັກນ້ອຍ ຕໍ່ຫນ້າສານ ກ່ອນທີ່ຈະເຂົ້າໄປ ທີ່ສານແລ້ວ ກໍໄປຍື່ນຟ້ອງ ຫລັງຈາກນັ້ນ ກໍຈະລົງໄປ ຖແລງຂ່າວ ທີ່ຫ້ອງປະຊຸມ".

ນາງກ່າວ ຕໍ່ໄປວ່າ ຂໍ້ຮຽກຮ້ອງ ຂອງເຄືອຂ່າຍ 8 ແຂວງ ລຸ່ມແມ່ນ້ຳຂອງ ຂອງໄທ ກໍຄື ຕ້ອງການ ຟ້ອງຣັຖບານໄທ ໃຫ້ຍົກເລີກ ສັນຍາ ຊື້ໄຟຟ້າ ຂອງການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ທີ່ໄດ້ຕົກລົງ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຂອງລາວ ຮ່ວມດ້ວຍ ຂໍ້ຮຽກຮ້ອງ ໃຫ້ມີການ ສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໂດຍສະເພາະ ຜົ ກະທົບ ຂ້າມພົມແດນ ແລະ ໃຫ້ຍຸຕິ ການກໍ່ສ້າງ ປະເພດຕ່າງໆ ໃນເຂດພື້ນທີ່ ທີ່ຈະສ້າງເຂື່ອນ ໃຫ້ຫມົດ ໃນເວລານີ້ ຈົນກວ່າ ການພິຈາຣະນາ ຄະດີ ຈະສີ້ນສຸດລົງ ຍ້ອນວ່າຖ້າມີ ການກໍສ້າງ ໄປເລື້ອຍໆ ຈະສົ່ງຜົລກະທົບ ຕໍ່ການດຳເນີນ ຄະດີ ທີ່ອາດຈະເຮັດ ໃຫ້ໂຄງການ ເຂື່ອນ ໄຊຍະບູຣີ ເດີນຫນ້າໄປ ເກີນກວ່າ ທີ່ຈະຍົກເລີກໄດ້.

ນາງວ່າ ໃນມື້ອື່ນ ຂະບວນໂຕແທນ ຊາວບ້ານ ຈາກ 8 ແຂວງ ລຸ່ມແມ່ນ້ຳຂອງ ຈະພາກັນມາ ເຕົ້າໂຮມ ຢູ່ຫນ້າສານ ປົກຄອງ ຢູ່ບາງກອກ ແລະ ກ່ອນຈະຍື່ນ ຫນັງສື ຈະມີກິຈກັມ ເລັກນ້ອຍ ແລະ ຫລັງຈາກຍື່ນ ຫນັງສື ກໍຈະມີການ ຖແລງຂ່າວ ເຖິງຈຸດຢືນ ຂອງຊາວບ້ານ ຕໍ່ເຂື່ອນ ໄຊຍະບູຣີ.

__________________
Anonymous

Date:
RE: ເຄືອຂ່າຍ 8 ແຂວງ ຂອງໄທ ຈະຍື່ນຫນັງສື ຟ້ອງ ຣັຖບານໄທ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນມື້ອື່ນ.
Permalink   
 
Anonymous wrote:

 THAI-SIAM ZON TEEN!

__________________
Anonymous

Date:
Permalink   
 
ນີ້ແລ້ວແມ່ນການຮຽ້ງຮ້ອງເອົາສິດແລະປະຊາທິປະໄຕຂອງປະຊາຊົນ,ບໍ່ແມ່ນຈະປອ່ຍໃຫ້ລັຖທະບານສປປລາວ

ແລະນັກລົງທຶນເຮັດໄປຕາມລໍາພັງໃຈໂດຍບໍ່ຄໍານຶງເຖິງຜົນໄດ້ຜົນເສັຽຂອງປຊຊແລະສິ່ງແວດລ້ອມທີ່ຕາມມາ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard