ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫົນທາງອາຈແປງບໍ່ທັນ ກອງປະຊຸມອາເຊັມ
Anonymous

Date:
ຫົນທາງອາຈແປງບໍ່ທັນ ກອງປະຊຸມອາເຊັມ
Permalink   
 


ຫົນທາງອາຈແປງບໍ່ທັນ ກອງປະຊຸມອາເຊັມ

f-lanxang-ave

ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ແຈ້ງວ່າ ການສ້ອມແປງ ແລະ ປັບປຸງເສັ້ນທາງ ສາຍຕ່າງໆ ໃນເທສບານ ເມືອງວຽງຈັນ ເພື່ອຮອງຮັບ ກອງປະຊຸມ ສຸດຍອດ ຄັ້ງທີ 9 ເອເຊັຍ-ຢູໂຣບ ຫລື ອາເຊັມ ທີ່ຈະໄຂຂຶ້ນ ໃນຕົ້ນເດືອນ ພຶສຈິກາ 2012 ນີ້ ມີຄວາມຄືບໜ້າ ຫລາຍໂຄງການ ແຕ່ກໍມີຄວາມ ເປັນຫ່ວງນໍາ ເສັ້ນທາງຫລາຍສາຍ ທີ່ອາດຈະບໍ່ແລ້ວ ທັນເວລາ.

ມາຮອດປັດຈຸບັນ ເສັ້ນທາງ 10 ສາຍ ປັບປຸງແລ້ວພຽງ 50-60% ແລະ ອີກຫລາຍສາຍ ຍັງຢູ່ໃນຂັ້ນຕອນ ສໍາຣວດອອກແບບ. ສໍາລັບເສັ້ນທາງ ຟ້າງຸ່ມ 3 ແຍກ ປາກປາສັກ ຫາ ທາຕຂາວ ກໍສໍາເຣັດໄດ້ ພຽງ 20%.

ຜູ້ຕາງໜ້າຜແນກ ໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ໄດ້ຣາຽງານ ໃຫ້ຮອງເຈົ້າຄອງ ນະຄອນຫຼວງ ວ່າສະເພາະວຽກງານ ສ້ອມແປງ ເສັ້ນທາງ ທີ່ໃຊ້ເງິນ ກູ້ຢືມ ຈາກຕ່າງປະເທດ ນັ້ນເປັນວຽກງານ ທີ່ຫລໍ່ແຫລມ ຫລື ຢູ່ໃນຄວາມສ່ຽງ ແລະວ່າ ເສັ້ນທາງໃກ້ ຫໍປະຊຸມສາກົນ ກໍປັບປຸງໄດ້ ບໍ່ເຖິງ 40%.

ສໍາລັບການ ສ້ອມແປງ ເສັ້ນທາງສາຍນຶ່ງ ທີ່ນໍາໃຊ້ທຶນ ຂອງຜູ້ຮັບເໝົາ ກໍ່ສ້າງ ນັ້ນແມ່ນ ສໍາເຮັດໄດ້ ຫລາຍກວ່າໝູ່ ຄື 70%. ແຕ່ກໍຍັງບໍ່ຮູ້ວ່າ ເວລາໃດແທ້ ຈະສໍາເຣັດ ເວົ້າລວມແລ້ວ ການປັບປຸງ ເສັ້ນທາງທັງໝົດ ທີ່ວ່ານັ້ນ ແມ່ນໃຊ້ເງິນກູ້ຢືມ ຈາກຕ່າງປະເທດ ຮວມທັງຈາກ ສະຖາບັນ ການເງິນສາກົນ



__________________
Anonymous

Date:
Permalink   
 

ແມ່ນແຕ່ເງີນສ້າງຖະໝົນຫົນທາງ ຍັງໄດ້ໄປກູ້ຢືມຈາກຕ່າງປະເທດ ໝ້າເຫັນໃຈໝໍ ຈູມມະລີ/ທອງສິງ

ຄືບໍ່ໄປຢືມນຳພີ່ນອ້ງລາວນອກ ພວກເຂົາເຈົ້າມີເງີນຫລາຍໃດ !!!!!!!!!



__________________
Anonymous

Date:
Permalink   
 

ໄປຢືມນໍາບັກຄໍາໃຕ860ລ້ານ USA $ ນັ້ນຕີຫລືວ່າໄປປຸ້ນເອົານໍາມັນຄືນ

Image



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard