ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາເສພຕິດເພີ້ມຂຶ້ນ ຢູ່ຫຼວງນໍ້າທາ
Anonymous

Date:
ຢາເສພຕິດເພີ້ມຂຶ້ນ ຢູ່ຫຼວງນໍ້າທາ
Permalink   
 


ຢາເສພຕິດເພີ້ມຂຶ້ນ ຢູ່ຫຼວງນໍ້າທາ

F-narcotic-unit.jpg

ຫ້ອງການ ຕ້ານຢາເສພຕິດ ແຂວງ ຫລວງນໍ້າທາ ຣາຍງານ ໃນວັນທີ 9 ສິງຫາ 2012 ນີ້ວ່າ ປັດຈຸບັນ ຂະບວນຄ້າ ຢາເສພຕິດ ໄດ້ຊັກຈູງ ຜູ້ຄົນ ໃນແຂວງ ຢ່າງໃຫຍ່ ໃຫ້ຂາຍຢາບ້າ ຣາຍຍ່ອຍ ຫລາຍຂຶ້ນ. ຍ້ອນພວກເຂົາເຈົ້າ ບໍ່ຮູ້ເຖິງໄພ ອັນຕະລາຍ ຂອງ ຢາເສພຕິດ ແລະ ຢາກໄດ້ເງິນຫລາຍ ຈຶ່ງຕົກເປັນເຄື່ອງມື ຂອງ ຂະບວນການນີ້. ດັ່ງເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສພຕິດ ແຂວງ ຫລວງນໍ້າທາ ເວົ້າວ່າ:

"ສ່ວນຫຼາຍ ກໍປະຊາຊົນ ພົລເມືອງ ທີ່ຮູ້ເທົ້າ ບໍ່ເຖິງການ ນັ້ນແຫລະນໍ ຄິດວ່າຢາກໄດ້ເງິນ ບໍ່ທັນຮູ້ຈັກ ບໍ່ທັບຊາບຊຶມ ຊາບຊຶມ ກະບໍ່ທັນ ທົ່ວເຖິງ  ຂນະທີ່ທາງການ ກໍພຍາຍາມ ແກ້ໄຂ ໂດຍການ ໂຄສະນາ ແລະ ຫາວຽກເຮັດໃຫ້ ປະຊາຊົນ ຫລາຍຂຶ້ນ".

ທ່ານວ່າ ນັບຕັ້ງແຕ່ເລີ່ມ ຣະດູຝົນມານີ້ ຫລາຍເຂດ ບໍ່ສາມາດ ປູກຝັງໄດ້ ເຮັດໃຫ້ມີຄົນ ຫວ່າງງານ ເພີ່ມຂຶ້ນ ຊຶ່ງປົກກະຕິ ກໍບໍ່ມີວຽກເຮັດ ຫລາຍຢູ່ແລ້ວ ດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງຫລົງເຊື່ອ ພວກຄ້າ ຢາເສພຕິດໄດ້ງ່າຍ ແຕ່ກໍມີຄົນ ຈໍານວນນຶ່ງ ທີ່ເຕັມໃຈ ເປັນຜູ້ຂາຍ ຢູ່ແລ້ວ.

ແຕ່ຕົ້ນປີ ມາເຖິງ ປັດຈຸບັນ ເຈົ້າໜ້າທີ່ ຈັບກຸມ ແລະ ລົງໂທດ ພວກຄ້າຢາບ້າ ຣາຍຍ່ອຍ ໄດ້ພຽງ 4-5 ຄົນ ຂນະທີ່ມີຜູ້ ຂາຍຢາບ້າ ຕັ້ງຫລາຍຄົນ ຍັງເຄື່ອນໄຫວ ແລະ ຫລົບຫລີກ ເຈົ້າໜ້າທີ່ຢູ່. ການຄ້າ ຢາເສພຕິດ ມີຜົນກະທົບ ຕໍ່ຜູ້ທີ່ມີອາຍຸ ແຕ່ 13 ປີ ເຖິງ 30 ປີ ທີ່ຕິດຢາບ້າ ຫລາຍ ເປັນຕົ້ນໃນກຸ່ມ ຊາວໜຸ່ມ ເຍົາວະຊົນ ທີ່ຢາກຮູ້ ຢາກທົດລອງ ໂດຍທີ່ພໍ່ແມ່ ຫລື ຜູ້ປົກຄອງ ບໍ່ຮູ້ເຣື່ອງນໍາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard