ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍບ້ານໃຊ້ອຳນາດພັກລັດຂູ້ເຂັນປະຊາຊົນທີ່ເຊົ່າຫ້ອງແຖວຢູ່ !!
Anonymous

Date:
ນາຍບ້ານໃຊ້ອຳນາດພັກລັດຂູ້ເຂັນປະຊາຊົນທີ່ເຊົ່າຫ້ອງແຖວຢູ່ !!
Permalink   
 
ຂ້ອຍເປັນປະຊາຊົນມາແຕ່ຕ່າງແຂວງມາເຮັດວຽກຢູ່ວຽງຈັນ ຖານະບໍ່ດີຈີ່ງຕ້ອງເຊົ່າຫ້ອງແຖວຢູ່ ຖ້າທ່ານໃດຢູ່ຫ້ອງແຖວຄົງຈະໄດ້ພົບເຈີເປັນປະຈຳກັບການມາກວດກາໃບພັກເຊົາຂອງ ກອງຫຼອນບ້ານ. ເດິກໆຄ່ອນຄືນເພີ່ນຈະມາເປັນຄະນະ ຈຳນວນຫນື່ງຢືນຍາມທາງປະຕູອອກ. ອີກ ຈຳນວນຫນື່ງເພີ່ນກໍ່ເລາະຕີປະຕູຫ້ອງແຕ່ລະຫ້ອງ ພໍປານເຈົ້າຫນ້າທີ່ ປຸກຄົນໂທດໃນຄຸກພູ້ນລະ. ປົກກະຕິແລ້ວເພິ່ນຈະໃຊ້ທ່າທີນາບຄູ່ຈົນຄົນສ່ວນຫລາຍຢ້ານກວາ, ຖ້າຜູ້ໃດມີປາກມີສຽງ ກັບເພີ່ນແດ່ເພີ່ນກໍ່ອ້າງຄຳສັ່ງເຈົ້າຄອງກຳແພງ ຫຼື ນາຍຍົກພູ້ນແລ້ວມານາບຄູ່. ຖ້າບໍ່ປະຕິບັດໃຫ້ຄວາມຮ່ວມມືເພີ່ນກະຊິໄລ່ຫນີບໍ່ໃຫ້ຢູ່ບ້ານເພີ່ນຊັ້ນເດ. ຜູ້ຂ້າໄດ້ເຫັນການປະຕິບັດງານດັ່ງກາວແລ້ວຮູ້ສຶກເສົ້າໃຈທີ່ວ່າເຮົາຄົນລາວແທ້ຕ້ອງມາຖືກ ຄົນລາວນຳກັນຂົ່ມຄູ່ແບບບໍ່ໃຫ້ກຽດກັນຈັກດີ້. ການທີ່ມາເຊົ່າຫ້ອງແຖວນອກຈາກສຽຍເງິນຄ່າເຊົ່າຫ້ອງແລ້ວຍັງຕ້ອງສຽຍເງິນຄ່າຄຸ້ມຄອງ ໃຫ້ນາຍບ້ານເຊີ່ງເພີ່ນຖືວ່າຕົວເອງເປັນເຈ້າຂອງບ້ານ. ຖ້າບໍ່ໄປເສຍເພີ່ນກໍ່ຈະນຳຂະບວນມາທວງດ້ວຍວິທີທີ່ກ່າວຂ້າງເທີງນັ້ນແລ້ວ. ຜູ້ຂ້າຄວາມຮູ້ບໍ່ສູງກໍ່ເລີຍບໍ່ຮູ້ຊິໄປຊອກເອົາຂໍ້ດຳລັດຫຼືກົດຫມາຍວ່າດ້ວຍການ ການສຽຍຄ່າຜັກເຊົາຢູ່ໃສ ທ່ານໃດຮູ້ກາລຸນາເອົາມາແລກປ່ຽນຄວາມຮູ້ແດ່. ຜູ້ຂ້າຮູ້ແຕ່ວ່າແຕ່ລະເດືອນຜູ້ຂ້າຕ້ອງເສຍອາກອນລາຍໄດ້ບໍ່ຕ່ຳກ່ວາຫນື່ງລ້ານກີບ ແລ້ວ ເພີ່ນບໍ່ໄດ້ເອົາມານຳໃຊ້ໄນວຽກນີ້ແດ່ບໍ ຄົນລາວຄົນຫນື່ງຈະຕ້ອງແບກຮັບພັນຖະຫຼາຍ ປານໃດ.

__________________
Anonymous

Date:
RE: ນາຍບ້ານໃຊ້ອຳນາດພັກລັດຂູ້ເຂັນປະຊາຊົນທີ່ເຊົ່າຫ້ອງແຖວຢູ່ !!
Permalink   
 
ກ້າກວດແຕ່ຄົນລາວເຮົານີ້ລະ ຄົນຫວຽດນາມແລະຄົນຈີນຫັ້ນຈ້າງອີກກະບໍ່ກ້າ.

__________________
Anonymous

Date:
Permalink   
 
Anonymous wrote:

ນາຍບ້ານໃຊ້ອຳນາດພັກລັດຂູ້ເຂັນປະຊາຊົນທີ່ເຊົ່າຫ້ອງແຖວຢູ່ !!

ຂ້ອຍເປັນປະຊາຊົນມາແຕ່ຕ່າງແຂວງມາເຮັດວຽກຢູ່ວຽງຈັນ ຖານະບໍ່ດີຈີ່ງຕ້ອງເຊົ່າຫ້ອງແຖວຢູ່ ຖ້າທ່ານໃດຢູ່ຫ້ອງແຖວຄົງຈະໄດ້ພົບເຈີເປັນປະຈຳກັບການມາກວດກາໃບພັກເຊົາຂອງ ກອງຫຼອນບ້ານ. ເດິກໆຄ່ອນຄືນເພີ່ນຈະມາເປັນຄະນະ ຈຳນວນຫນື່ງຢືນຍາມທາງປະຕູອອກ. ອີກ ຈຳນວນຫນື່ງເພີ່ນກໍ່ເລາະຕີປະຕູຫ້ອງແຕ່ລະຫ້ອງ ພໍປານເຈົ້າຫນ້າທີ່ ປຸກຄົນໂທດໃນຄຸກພູ້ນລະ. ປົກກະຕິແລ້ວເພິ່ນຈະໃຊ້ທ່າທີນາບຄູ່ຈົນຄົນສ່ວນຫລາຍຢ້ານກວາ, ຖ້າຜູ້ໃດມີປາກມີສຽງ ກັບເພີ່ນແດ່ເພີ່ນກໍ່ອ້າງຄຳສັ່ງເຈົ້າຄອງກຳແພງ ຫຼື ນາຍຍົກພູ້ນແລ້ວມານາບຄູ່. ຖ້າບໍ່ປະຕິບັດໃຫ້ຄວາມຮ່ວມມືເພີ່ນກະຊິໄລ່ຫນີບໍ່ໃຫ້ຢູ່ບ້ານເພີ່ນຊັ້ນເດ. ຜູ້ຂ້າໄດ້ເຫັນການປະຕິບັດງານດັ່ງກາວແລ້ວຮູ້ສຶກເສົ້າໃຈທີ່ວ່າເຮົາຄົນລາວແທ້ຕ້ອງມາຖືກ ຄົນລາວນຳກັນຂົ່ມຄູ່ແບບບໍ່ໃຫ້ກຽດກັນຈັກດີ້. ການທີ່ມາເຊົ່າຫ້ອງແຖວນອກຈາກສຽຍເງິນຄ່າເຊົ່າຫ້ອງແລ້ວຍັງຕ້ອງສຽຍເງິນຄ່າຄຸ້ມຄອງ ໃຫ້ນາຍບ້ານເຊີ່ງເພີ່ນຖືວ່າຕົວເອງເປັນເຈ້າຂອງບ້ານ. ຖ້າບໍ່ໄປເສຍເພີ່ນກໍ່ຈະນຳຂະບວນມາທວງດ້ວຍວິທີທີ່ກ່າວຂ້າງເທີງນັ້ນແລ້ວ. ຜູ້ຂ້າຄວາມຮູ້ບໍ່ສູງກໍ່ເລີຍບໍ່ຮູ້ຊິໄປຊອກເອົາຂໍ້ດຳລັດຫຼືກົດຫມາຍວ່າດ້ວຍການ ການສຽຍຄ່າຜັກເຊົາຢູ່ໃສ ທ່ານໃດຮູ້ກາລຸນາເອົາມາແລກປ່ຽນຄວາມຮູ້ແດ່. ຜູ້ຂ້າຮູ້ແຕ່ວ່າແຕ່ລະເດືອນຜູ້ຂ້າຕ້ອງເສຍອາກອນລາຍໄດ້ບໍ່ຕ່ຳກ່ວາຫນື່ງລ້ານກີບ ແລ້ວ ເພີ່ນບໍ່ໄດ້ເອົາມານຳໃຊ້ໄນວຽກນີ້ແດ່ບໍ ຄົນລາວຄົນຫນື່ງຈະຕ້ອງແບກຮັບພັນຖະຫຼາຍ ປານໃດ.

 ເອີກະດຽວວ່າ ຊິເປັນແຕ່ບ້ານ ຂພຈ

ບ້ານເຈົ້າກະຄືກັນເນາະ

ຖາມເອົາຮອດເງີນ

ຄັນມາກວດ ລະບໍ່ມີໃບພັກເຊົາຫັນ

ໂອ້!!!!!!

__________________

Newbie

Status: Offline
Posts: 4
Date:
Permalink   
 
ບອກຊື້ບ້ານໄດ້ບໍ່ ບາງທີ່ຢູ່ບ້ານດຽວກັບຂ້ອຍ ໆ ຂ້ອຍຊິຖາມເຂົ້າເຈົ້າໄດ້ເຮັດແທ້ບໍ່ແນວນັ້ນນາ

__________________
Anonymous

Date:
Permalink   
 
ມາກວດກໍໍ່ມາກວດ, ແຕ່ຂໍຢາເຄາະປະຕູແຮງຫຼາຍຈົນປະຕູຊິແຕກ, ບໍ່ຄຳນື່ງເຖິ່ງຄົນໃນເຮືອນພັກຜ່ອນ, ມີເດັກນ້ອຍກຳລັງນອນ. ກ່ອນຈະມາກວດກໍ່ມີຂໍ້ມູນພັກເຊົາຂອງແຕ່ລະຄົນລະຕົວວະ,

__________________
Kproxy

Date:
Permalink   
 
ຖ້າຈະໃຫ້ຖືກແທ້ ຄວນມາກວດໃນໂມງລັດຖະການ, ບໍ່ຄວນມາກວດໃນຍາມວິການແບບນີ້ ຄິດເຫັນໃຈຄົນຢູ່ຄົນນອນແນ່ລະເບາະ ບໍ່ແມ່ນຊິເຮັດຄືຢູ່ປ່າຢູ່ດົງ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard