ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວອາຈໝົດຫວັງ ຄ້າຂາຍໃນບໍ່ເຕັນ
Anonymous

Date:
ຄົນລາວອາຈໝົດຫວັງ ຄ້າຂາຍໃນບໍ່ເຕັນ
Permalink   
 


ຄົນລາວອາຈໝົດຫວັງ ຄ້າຂາຍໃນບໍ່ເຕັນ

F-Boten-people.jpg

ປະຊາຊົນ ແຂວງ ຫລວງນ້ຳທາ ເປັນຫ່ວງ ແລະຢ້ານວ່າ ໃນເມື່ອເຂຕ ເສຖກິຈພິເສດ ທີ່ບໍ່ເຕັນ ຫາກຖືກສ້າງ ສຳເຣັຈແລ້ວ ນັ້ນ ອາຈມີກາຣ ເກັບຄ່າເຊົ່າແພງ ຍ້ອນຈະມີ ແຕ່ຊາວຈີນ ເຂົ້າມາຄວບຄຸມ ໃນພື້ນທີ່ ທັງໝົດ ທີ່ຈະສົ່ງຜົລໃຫ້ ບັນດາພໍ່ຄ້າ ແມ່ຄ້າ ຊາວລາວຫລາຍໆຄົນ ບໍ່ສາມາຕເຂົ້າໄປ ທຳມາຄ້າຂາຍ ຢູ່ໃນຫັ້ນໄດ້ ແຕ່ຢ່າງໃດ:

“ໂຕນີ້ ມັນກໍອາຈ ຈະເປັນບັນຫາ ເພາະວ່າ ຂະເຈົ້າອາຈຈະເກັບ ຄ່າເຊົ່າແພງ ຄົນລາວ ກະບໍ່ມີຄວາມສາມາຕ ເຂົ້າໄປເຊົ່າໄດ້ ຄ້າຂາຍຢູ່ຫັ້ນໄດ້ ແນ່ນອນແຫລະ ຄົນຂອງເຂົາ ຕ້ອງມາຄ້າ ຂາຍ”.

ພ້ອມດຽວກັນນີ້ ນາງກໍວ່າ ໃນຣະຍະທີ່ ຜ່ານມາ ກໍເຄີຍໄດ້ຍິນ ຢູ່ວ່າ ທາງກາຣລາວ ຈະສົ່ງເສີມ ໃຫ້ບັນດາພໍ່ຄ້າ ແມ່ຄ້າ ພາຍໃນແຂວງ ຫລວງນ້ຳທາ ເຂົ້າໄປຄ້າຂາຍ ຢູ່ໃນພື້ນທີ່ ດັ່ງກ່າວ ນີ້ໄດ້ຄືກັນ ແຕ່ໃນສະພາບ ຄວາມເປັນຈິງແລ້ວ ຊາວລາວ ສ່ວນຫລາຍ ກໍບໍ່ແມ່ນ ພວກຄ້າຂາຍ ປະເພທ ທຸຣະກິຈ ຣາຍໃຫຍ່ ແຕ່ຢ່າງໃດ ທຽບໃສ່ ນັກທຸຣະກິຈ ຊາວຈີນ ທີ່ເຂົາເຈົ້າ ມີຣາຍໄດ້ສູງກວ່າ ແລະ ເຊື່ອວ່າ ເຂົາເຈົ້າ ຄົງຈະບໍ່ມີ ບັນຫາໃດໆ.

ໃນຂນະດຽວກັນນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພາຍໃນແຂວງ ກໍໄດ້ກ່າວ ເຖີງເຣື່ອງນີ້ວ່າ ຫາກເຂຕເສຖກິຈພິເສດ ຖືກສ້າງຂຶ້ນ ແລ້ວນັ້ນ ທາງກາຣລາວ ກໍວ່າ ຈະບໍ່ ອະນຸຍາຕ ໃຫ້ມີກາຣເກັບ ຄ່າເຊົ່າ ໃນຣາຄາທີ່ ແພງເກີນໄປ:

“ບໍ່ແມ່ນຕີ໊ ຖ້າເປັນແບບນັ້ນ ກະຄືສິບໍ່ໃຫ້ເຮັດ ດອກ ຄ້າຂາຍຢູ່ບໍ່ເຕັນ ໄດ້ນ໋າ”.

ໃນຂນະດຽວກັນນີ້ ທ່ານກໍວ່າ ປັຈຈຸບັນນີ້ ກາຣກໍ່ສ້າງ ຕ່າງໆຕາມ ບໍຣິເວນ ກໍມີຄວາມຄືບໜ້າ ແລະ ສຳເຣັຈໄປແລ້ວ ປະມານ 90% ແລະ ມີກາຣຕຣຽມ ເພື່ອໃຫ້ສາມາຕ ເປີດໃຊ້ ບໍຣິກາຣໄດ້ຕາມຄາດໝາຍ ຊື່ງກໍເປັນກາຣ ປະຕິບັຕ ຕາມແຜນພັທນາ ເສຖກິຈ ທີ່ທາງຣັຖບາລ ລາວ ໄດ້ວາງໄວ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard