ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບຶງທາຕຫລວງຈະເຣີ່ມ ບຸກເບີກ
Anonymous

Date:
ບຶງທາຕຫລວງຈະເຣີ່ມ ບຸກເບີກ
Permalink   
 


ບຶງທາຕຫລວງຈະເຣີ່ມ ບຸກເບີກ

f-thatluang-marshx

ພາຍຫລັງທີ່ ມີກາຣຫລ້າຊ້າ ມາເປັນເວລາ ດົນນານ ພໍສົມຄວນ ແລ້ວນັ້ນ ໃນທີ່ສຸດ ກໍມີຂ່າວວ່າ ໂຄງກາຣ ກໍ່ສ້າງເຂຕບຶງ ທາຕຫລວງ ໃຫ້ເປັນເຂຕ ເສຖກິຈພິເສດ ໂດຽທາງ ບໍຣິສັທ ຂອງຈີນ ນັ້ນ ກໍມີກຳໜົດ ທີ່ຈະເຣີ່ມ ລົງມືສ້າງ ໄດ້ໃນເດືອນ ພຶສຈິກາ ຈະມາເຖີງນີ້ ຊຶ່ງເປັນ ຣະຍະດຽວກັນ ທີ່ທາງກາຣ ສປປລາວ ຮັບເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣປ ຫລື ອາເຊັມ ASEM ຈັດຂຶ້ນຢູ່ ນະຄອນ ຫລວງວຽງຈັນ ເປັນປະວັຕກາຣ.

ໜັງສືພີມ ວຽງຈັນໄທມສ໌ ໄດ້ແຈ້ງ ໃນວັນທີ່ 13 ສິງຫາ ນີ້ວ່າ ໂຄງກາຣພັທນາ ເຂຕບືງທາຕຫລວງ ຈະຕົກເປັນ ມູລຄ່າ ທັງໝົດ ເຖີງ 1.6 ຕື້ ດອລລາຣ໌ ສະຫະຣັຖ ແລະວ່າ ຈະມີກາຣ ຈັດພິທີ ລົງ ສີລາຣືກ ຢ່າງເປັນທາງກາຣ ໃນເດືອນ ພຶສຈິກາ 2012 ນີ້ ຊຶ່ງປັຈຈຸບັນ ກໍມີກາຣ ສຳຣວຈ ຕາມເຂຕພື້ນທີ່ ເປັນເຂຕ ຫລືເປັນໂຊນ ຕາມທີ່ໄດ້ຮັບ ອະນຸຍາຕ ຈາກທາງກາຣ ລາວ ເປັນທີ່ຮຽບຮ້ອຍ ແລ້ວນັ້ນ.

ໃນຂນະດຽວກັນນີ້ ເຈົ້າໜ້າທີ່ ຂອງ ທາງກາຣລາວ ທີ່ກ່ຽວຂ້ອງ ກໍຢືນຢັນວ່າ ພາຍຫລັງທີ່ໄດ້ ຮ່ວມປະຊຸມ ກັບທາງກາຣ ໃນສັປດາ ທີ່ຜ່ານມາ ທາງບໍຣິສັທ ທີ່ໄດ້ຮັບ ສັມປະທານ ກໍ ກຳລັງມີກາຣ ຕຣຽມຕັດເສັ້ນທາງ ໄປຫາເຂຕທີ່ ຈະໄດ້ລົງມື ກໍ່ສ້າງ ໃນໄວໆນີ້ ເສັ້ນທາງ ຈະມີຄວາມຍາວ ປະມານ 400 ແມັຕ ແລະກວ້າງ 36 ແມັຕ ຈາກເຂຕບືງ ທາຕຫລວງ ເພື່ອ ເສື່ອມຕໍ່ໃສ່ທາງ 3 ແຍກ ໂພນທັນ ພ້ອມກັບ ຈະໃຊ້ຣົຖດຸດ ຕາມພື້ນທີ່ ໃຫ້ເປັນ ບໍຣິເວນ ຫວ່າງເປົ່າ ປະມານ 6.5 ເຣັກຕ໊າ.

ເຖີງຢ່າງໃດ ກໍຕາມ ເຂຕບືງທາຕຫລວງ ທີ່ຕົກຢູ່ໃນ ໂຄງກາຣ ທີ່ຈະຈັດໃຫ້ ເປັນເຂຕ ພິເສດ ທຳມາຄ້າຂາຍ ຂອງຊາວຈີນ ໃນອະນາຄົຕ ກໍຮວມທັງ ເຂຕພື້ນທີ່ ທັງໝົດ 365 ເຮັກຕ໊າ ແຕ່ສຳຫລັບ ໃນຂັ້ນຕົ້ນ ຈະມີກາຣ ລົງມືແຕ່ໃນ ພື້ນທີ່ ປະມານ 300 ເຮັກຕ໊າ ເສັຍກ່ອນ ຊື່ງທັ້ງໝົດ ຈະກວມເອົາ ພື້ນທີ່ຂອງ 6 ໝູ່ບ້ານ ຊື່ງກໍຮວມທັງ ໂນນຫວາຍ ເມືອງນ້ອຍ ໂນນຄໍ້ເໜືອ ໂພນທັນ ໂພນປ່າເປົ້າ ແລະ ດອນຄອຍ ໃນເຂຕເມືອງ ໄຊເສດຖາ ແລະ ສີສັຕນາຄ.



__________________
Anonymous

Date:
Permalink   
 

ໂຄງການນີ້ຈະສ້າງວຽກເຮັດງານທໍາໃຫ້ຄົນລາວຢູ່ຫວາ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard