ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວເມືອງຊຽງເງິນຕ້ອງການ ຄວາມຊ່ວຍເຫຼືອ
Anonymous

Date:
ຊາວເມືອງຊຽງເງິນຕ້ອງການ ຄວາມຊ່ວຍເຫຼືອ
Permalink   
 


ຊາວເມືອງຊຽງເງິນຕ້ອງການ ຄວາມຊ່ວຍເຫຼືອ

f-luangprabang-flood

ພາຍຫລັງ ເກີດເຫດ ອຸທົກກະພັຍ ໃນເຂດ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ລະຫວ່າງມື້ວັນທີ 7-8 ສິງຫາ 2012 ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈື່ງເກີດຂາດແຄນ ອາຫານ ການກິນ ແລະນໍ້າດື່ມ ແລະ ບ່ອນຢູ່ຊົ່ວຄາວ. ເຈົ້າໜ້າທີ່ ເມືອງຊຽງເງິນ ເວົ້າວ່າ:

"ມີທັງໝົດຢູ່ 1000 ກວ່າຄົນ ທີ່ໄດ້ຮັບ ຜົນກະທົບເນ໋າະ ແລະ ໃນນັ້ນ ມີທັງໝົດຢູ່ 100 ຫລັງຄາເຮືອນ ຊຶ່ງໃນນັ້ນ ຮວມຕົວ 10 ໝູ່ບ້ານ ເສັຍຫາຍຫລັກໆ ກະຊິແມ່ນ ເຣື່ອງ ກ່ຽວກັບ ສັດລ້ຽງ ກັບເຄື່ອງປູກ ຂອງຂະເຈົ້າ ມັນເສັຍຫາຍ ໝົດເລີຍເນ໋າະ".

ທ່ານເວົ້າອີກວ່າ ເມືອງຊຽງເງິນ ມີແມ່ນໍ້າສາມສາຍ ໄຫລຜ່ານ ຄື ນໍ້າຄານ ນໍ້າບາກ ແລະ ນໍ້າມິ່ງ ເມື່ອມີຝົນຕົກໜັກ ໃນຄືນ ວັນອັງຄານ ເຮັດໃຫ້ ຣະດັບນໍ້າ ສູງຂຶ້ນ ຈົນລົ້ນຝັ່ງ ໄຫລເຂົ້າຖ້ວມ ບ້ານເຮືອນ ແລະ ພື້ນທີ່ປູກຝັງ ຂອງຊາວບ້ານ ໂດຍສະເພາະ ໃນເມືອງ ໂພນໄຊແຄມ ທາງເລກທີ 13 ເໜືອ ຈົນເຮັດໃຫ້ ຖນົນເສັ້ນ ຫລວງພຣະບາງ ວຽງຈັນ ໃນເຂດ ເມືອງຊຽງເງິນ ຖືກນໍ້າຖ້ວມຍາວ 15 ກິໂລແມັດ ຊຶ່ງເຫດການ ດັ່ງກ່າວ ບໍ່ເຄີຍມີມາກ່ອນ.

ພາກຣັຖ ແລະ ເອກກະຊົນ ໄດ້ຈັດສົ່ງນໍ້າດື່ມ ແລະ ໝີ່ຫໍ່ສໍາເຣັດຮູບ ມາຊ່ວຍ ໃນເວລາດຽວກັນ ກໍໄດ້ເປີດໂຮງຮຽນ ໃຫ້ຄົນໄດ້ພັກເຊົາ ບັນເທົາທຸກ ໄປກ່ອນ. ການຕິດຕໍ່ສື່ສານ ຍາມສຸກເສີນ ຂໍຄວາມຊ່ວຍເຫລືອ ທາງການ ກໍໄດ້ເປີດ ໂທຣະສັບ ສາຍດ່ວນ ຄືເລກ 071-253 590 ແລະ 071-450 141.

ປັດຈຸບັນ ສິ່ງທີ່ຊາວບ້ານ ຜູ້ປະສົບພັຍ ນໍ້າຖ້ວມ ຕ້ອງການດ່ວນ ກໍແມ່ນອາຫານ ການກິນ ແລະ ນໍ້າດື່ມນໍ້າໃຊ້ ກົມອຸຕຸນິຍົມ ແລະ ອຸທົກກະສາຕ ຢືນຢັນວ່າ ເຫດນໍ້າຖ້ວມ ເປັນຍ້ອນ ຝົນຕົກໜັກ ບາງຄັ້ງບາງຄາວ ຕາມ ທັມມະດາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard