ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວວຽດນາມທີ່ເລື່ອນລອຍ ໃນ ສປປລາວ
Anonymous

Date:
ຊາວວຽດນາມທີ່ເລື່ອນລອຍ ໃນ ສປປລາວ
Permalink   
 


ຊາວວຽດນາມທີ່ເລື່ອນລອຍ ໃນ ສປປລາວ

ໃນ ນະຄອນ ຫລວງວຽງຈັນ ທຸກມື້ນີ້ ມີການພັທນາ ຂຍາຍຕົວ ພ້ອມດຽວກັນ ກໍມີບັນຫາ ຫຍຸ້ງຍາກ ສັບສົນ ຮວມທັງເຣື່ອງ ສໍ້ຣາສ ບັງຫລວງ ບັນຫາ ຢາເສພຕິດ ຄົນວ່າງງານ ແລະເຣື່ອງ ໂຈຣະກັມ ຕ່າງໆ ທີ່ທາງ ພັກ-ຣັຖ ເອີ້ນວ່າ ປະກົດການ ຫຍໍ້ທໍ້

ແຕ່ໃນບັນຫານຶ່ງ ທີ່ພົ້ນເດັ່ນ ສັງເກດໄດ້ງ່າຍ ແລະຄວນ ເອົາໃຈໃສ່ ສໍາລັບ ນະຄອນຫລວງ ວຽງຈັນ ກໍແມ່ນບັນຫາ ຄົນງານຕ່າງດ້າວ ຊາວວຽດນາມ ທີ່ພາກັນ ເຂົ້າມາ ຊອກເຮັດວຽກ ແບບເລື່ອນລອຍ ຢູ່ຕາມເຂດຕ່າງໆ ເປັນຈໍານວນ ຫລວງຫລາຍ. ຊາວວຽດນາມ ເຂົ້າມາອາໄສ ຢູ່ປະເທດລາວ ມີທັງຖືກກົດໝາຍ ແລະ ຜິດກົດໝາຍ ທີ່ເຫັນກັນຢູ່ ໃນທຸກມື້ນີ້ ສ່ວນໃຫຍ່ ເຂົາເຈົ້າ ປະກອບອາຊີພ ກັມມະກອນ ຮັບຈ້າງ ເຮັດວຽກກໍ່ສ້າງ ຫາເຊົ້າກິນຄໍ່າ ເລາະຂາຍຂອງກິນ ເຮັດວຽກເສີມສວຍ ເກັບຂີ້ເຫຍື່ອ ຍູ້ລໍ້ຊອກຊື້ ເຫຼັກເສດ ແລະອື່ນໆ.

ເວົ້າສະເພາະ ພວກທີ່ຊອກເກັບ ຂີ້ເຫຍື່ອ ຫາຕຸກນໍ້າ ພລາສຕິກ ແລະ ຮັບຊື້ ເຫລັກເສດນັ້ນ ແມ່ນສ້າງຄວາມ ລໍາຄານ ຍ້ອນປ່ອຍ ຄວາມເປິເປື້ອນ ໃນໝູ່ບ້ານ ຢູ່ນະຄອນຫລວງ ວຽງຈັນ. ທຸກເຊົ້າແລງ ພວກເຂົາເຈົ້າ ພາກັນເລາະຊະ ກະຕ່າຂີ້ເຫຍື້ອ ຂອງແຕ່ລະເຮືອນ ເພື່ອຊອກຫາ ຂອງເສດເຫຼືອ ທີ່ຄິດວ່າ ພໍຂາຍໄດ້ ແລ້ວກໍໜີໄປ.

ສີ່ງເສດເຫຼືອ ທີ່ຊາວວຽດນາມ ຊອກຊື້ ກໍມີເຫລັກເສດ ສາຍໄຟເຫລືອໃຊ້ ແລະ ໝໍ້ໄຟເກົ່າ ບາງເທື່ອ ກໍມາຖາມຊື້ໜາ ຊື້ແມວ ຈາກຊາວບ້ານ. ມີປາກົດການ ເຄື່ອງຂອງເສັຍຫາຍ ໂດຍບໍ່ຮູ້ ຮ່ອງຮອຍ ຊຶ່ງຊາວບ້ານ ກໍໄດ້ແຈ້ງ ໃຫ້ອໍານາດ ການປົກຄອງ ທ້ອງຖິ່ນ ຮັບຮູ້ນໍາ ແຕ່ກໍບໍ່ມີ ທ່າທີວ່າ ສະພາບການ ດັ່ງກ່າວນັ້ນ ໄດ້ຮັບການ ແກ້ໄຂ ແຕ່ຢ່າງໃດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard