ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວປາກຊ່ອງຮຽກຮ້ອງ ທີ່ດິນຖືກຍຶດ
Anonymous

Date:
ຊາວປາກຊ່ອງຮຽກຮ້ອງ ທີ່ດິນຖືກຍຶດ
Permalink   
 


ຊາວປາກຊ່ອງຮຽກຮ້ອງ ທີ່ດິນຖືກຍຶດ

f-hilltribes-ladies

ປະຊາຊົນ ເມືອງປາກຊ່ອງ ແຂວງ ຈຳປາສັກ ພາກໃຕ້ ຂອງລາວ ຂຽນຈົດໝາຍ ເຖິງສະພາ ແຫ່ງຊາດລາວ ເມື່ອຕົ້ນປີນີ້ ເພື່ອຮຽກຮ້ອງ ໃຫ້ທາງການ ແກ້ໄຂບັນຫາ ເຣື່ອງຄ່າ ຊົດເຊີຍ ຫລືສົ່ງທີ່ດິນຄືນ ໃຫ້ພວກເຂົາເຈົ້າ.

ມີທີ່ດິນ ຂອງ ປະຊາຊົນ ໃນຫລາຍບ້ານ ຖືກທາງການ ຍຶດເອົາໄປໃຫ້ ສັມປະທານ ແກ່ບໍຣິສັດ ປູກກາເຟ ຈາກ ສິງກະໂປ. ປັດຈຸບັນ ສະພາແຫ່ງຊາດ ສປປລາວ ໄດ້ຮັບຈົດໝາຍ ຮຽກຮ້ອງ ນັ້ນແລ້ວ ແຕ່ຍັງບໍ່ທັນ ແກ້ໄຂແນວໃດເທື່ອ. ດັ່ງຊາວບ້ານຜູ້ນື່ງ ເວົ້າວ່າ:

“ກໍມີການ ຕອບຮັບຢູ່ ຕອນນີ້ ແຂວງ ເພິ້່ນກໍກຳລັງ ແກ້ໄຂກັນຢູ່ ກັບບໍຣິສັດ ແຕ່ວ່າມັນ ກໍຍັງມີຈຸດ ທີ່ບໍ່ໄດ້ລົງຮອຍ ກັນຢູ່ ຂອງຜູ້ທີ່ມັນ ເສັຍຜົນປະໂຫຍດ ມັນກໍ ຕິດຕາມເຮົາ”.

ຊາວບ້ານຜູ້ນີ້ ອະທິບາຍວ່າ ບໍຣິສັດ ສິງກະໂປ ຂຍາຍພື້ນທີ່ ປູກກາເຟ ອອກໄປກວມເອົາ ທີ່ດິນ ຂອງປະຊາຊົນ ໃນສີ່ບ້ານ ໃນເມືອປາກຊ່ອງ ເຊັ່ນ ບ້ານໜອງທຽມ ບ້ານ ໜອງເມັກ ແລະ ບ້ານໜອງຫິນ. ສ່ວນເຈົ້າໜ້າທີ່ ກົມເສຖກິດ ສະພາແຫ່ງຊາດ ເວົ້າວ່າ ປັດຈຸບັນ ທາງການກ່ຽວຂ້ອງ ກໍກຳລັງສຶກສາ ຫາທາງແກ້ໄຂຢູ່:

“ດຽວນີ້ ພວກເຮົາກຳລັງ ຄົ້ນຄວ້າ ເອກກະສານ ຢູ່ ກໍກະວ່າ ຈະເຮັດສຳນວນ ເອກກະສານ ຣາຍງານ ເຖິງຄນະປະຈຳເພິ່ນ ຢູ່ດຽວນີ້ ພວກເຮົາ ສິສັງລວມ ຄືນໝົດ ບັນດາ ເອກກະສານ ເພື່ອຈະນຳຫາ ຄນະນຳ ຂອງສະພາ ກໍຄື ປະທານສະພາ ຈະກວດກາຄືນໝົດ ບັນດາ ໂຄງການຂອງເຮົາ ແລະ ກໍສຳນວນ ເອກກະສານ ຕ່າງໆ ວ່າເພິ້່ນໄປຕາມ ຂັ້ນຕອນ ຕາມຣະບຽບ ຕ່າງໆຫລືບໍ່ ແລະ ຄວາມຖືກຕ້ອງ ຄວາມເໝາະສົມ”.

ການໃຫ້ ສັມປະທານ ທີ່ດິນ ຢູ່ລາວ ມີບັນຫາຫລາຍ ປະຊາຊົນ ບໍ່ດີໃຈ ຈົນປັດຈຸບັນ ຣັຖບານ ຈຳເປັນຕ້ອງໂຈະ ການສັມປະທານ ທີ່ດິນ ນັ້ນໄວ້ກ່ອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard