ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນເສັຍຫາຍຈາກພັຍ ນໍ້າຖ້ວມເມືອງຊຽງເງີນ
Anonymous

Date:
ຜົນເສັຍຫາຍຈາກພັຍ ນໍ້າຖ້ວມເມືອງຊຽງເງີນ
Permalink   
 


ຜົນເສັຍຫາຍຈາກພັຍ ນໍ້າຖ້ວມເມືອງຊຽງເງີນ

f-lao-officials

ພາຍຫລັງ ເກີດພັຍນ້ຳຖ້ວມ ໃນເຂຕ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ໃນມື້ວັນທີ່ 8 ສິງຫາ ນີ້ນັ້ນ ທາງກາຣກ່ຽວຂ້ອງ ກໍໄດ້ປະເມີນ ຜົນເສັຍຫາຍ ຂອງ ປະຊາຊົນ ແລະ ພົບວ່າ ພືຊຜົລ ກາຣກະເສຕ ໂດຽສະເພາະ ພືຊຜັກ ທຸກຢ່າງເສັຍຫາຍ ຫຼາຍພໍສົມຄວນ. ດັ່ງເຈົ້າໜ້າທີ່ ຫ້ອງກາຣ ປົກຄອງແຂວງ ໄດ້ກ່າວວ່າ:

“ອັນນາເຂົ້າ ກໍເສັຽຫາຍ ບາງສ່ວນ ເລັກໆນ້ອຍໆ ພືຊຜົັກ ເສັຍຫາຍໝົດ ແຫລະ ໂດຽສະເພາະແມ່ນສວນ ພືຊຜັກ ທີ່ຂະເຈົ້າໄດ້ ເຮັດຢູ່ແຄມ ແມ່ນ້ຳຄານ ກໍເສັຍຫາຍໝົດ ແຫລະ ບໍ່ໄດ້ຫຍັງ ຈັກໜ່ອຍແຫລະ ກໍເສັຍກາຣ ລົງທຶນໄປ".

ພ້ອມດຽວກັນນີ້ ທ່ານກໍວ່າ ປະຊາຊົນ ທີ່ໄດ້ຮັບ ຄວາມເສັຍຫາຍ ທາງດ້ານຜົລຜລິຕ ດັ່ງກ່າວ ກໍຍັງລໍ ຖ້າກາຣຊ່ວຍເຫລືອ ຈາກທາງຣັຖບາລ ຊຶ່ງກຳລັງ ມີກາຣກວດສອບ ຕາມພື້ນທີ່ ເພື່ອປະເມີນ ຄຸນນະພາບ ຂອງດິນ ສຳຫລັບເຮັດ ກາຣກະເສຕ ເທື່ອໃໝ່ ແຕ່ສະເພາະ ດ້ານຄວາມເສັຍຫາຍ ອື່ນໆເຊັ່ນ: ເຂົ້ານາ ກໍເສັຍຫາຍ ໄປກວ່າ 200 ໄຮ່ ແລະ ດ້ານປະສຸສັຕ ຊຶ່ງກໍຮວມທັງ ຈຳພວກແບ້ ໝູ ແລະເປັດໄກ່ ຢ່າງຫລວງຫລາຍ ກໍຫາຍສາບສູນ ໄປເຊັ່ນກັນ.

ນອກຈາກນັ້ນ ກໍມີບ້ານເຮືອນ ຂອງ ປະຊາຊົນ ກວ່າ 140 ຫລັງ ກໍໄດ້ຮັບ ຜົລກະທົບ ຕລອດຮອດ ດ້ານທຸຣະກິຈ ເປັນຕົ້ນກໍແມ່ນ ຮ້ານອາຫາຣ ສະຖານີ ບໍຣິການ ປັ້ມນ້ຳມັນ ກໍໄດ້ຮັບ ຄວາມເດືອດຮ້ອນ ຮວມເປັນມູລຄ່າ ເສັຍຫາຍທັງໝົດ ປະມານ 5,000 ລ້ານ ກີບ.

ດ້ານຄວາມຊ່ວຍເຫລືອ ຕ່າງໆທີ່ເຫັນວ່າ ປະຊາຊົນ ຕ້ອງກາຣ ໃນປັຈຈຸບັນ ກໍຮວມທັງ ສີ່ງຂອງ ແລະ ເຄື່ອງໃຊ້ ໃນບ້ານເຮືອນ ທີ່ຈໍາເປັນ ໃນຊີວີຕ ປະຈຳວັນ. ດັ່ງ ເຈົ້າໜ້າທີ່ ໄດ້ກ່າວວ່າ:

“ສີ່ງທີ່ທາງກາຣ ກຳລັງຮີບຮ້ອນນີ້ ຈະຕ້ອງໄດ້ ຊ່ວຍເຫລືອເຣື່ອງ ເຄື່ອງໃຊ້ຄົວເຮືອນ ສອງມາກໍ ທຳກາຣສ້ອມແປງເຮືອນ ຈຳນວນໜຶ່ງ ທີ່ມັນເປ່ເພ ເລັກນ້ອຍ ຫັ້ນນ໋າ".

ເຈົ້າໜ້າທີ່ ໄດ້ອະທິບາຍ ຢ້ຳວ່າ ທາງຣັຖບາລ ໄດ້ສເນີໃຫ້ ເງິນທຶນ 50 ລ້ານກີບ ເພື່ອນຳໄປ ຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມ ຄັ້ງນີ້ ຊຶ່ງກໍຮວມທັງ ກາຣສ້ອມແປງ ໂຄງສ້າງພື້ນຖານ ຕ່າງໆ ຕລອດຮອດ ຣະບົບ ຊົລປະທານ ນ້ຳປະປາ ພ້ອມກັບ ກາຣເຝົ້າຣະວັງ ແລະ ປ້ອງກັນເຊື້ອໂຣຄ ຕ່າງໆ ທີ່ອາຈເກີດຂຶ້ນໄດ້ ພາຍຫລັງ ພັຍນ້ຳຖ້ວມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard