ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານໂລກສົ່ງເສີມ ການສຶກສາໃນລາວ
Anonymous

Date:
ທະນາຄານໂລກສົ່ງເສີມ ການສຶກສາໃນລາວ
Permalink   
 


ທະນາຄານໂລກສົ່ງເສີມ ການສຶກສາໃນລາວ

ທະນາຄານໂລກ ໄດ້ຊ່ວຍເຫລືອລາວ ເພື່ອສົ່ງເສີມ ພັທນາ ດ້ານການສຶກສາ ນັບຕັ້ງແຕ່ປີ 2004 ໄປຈົນຮອດ ປີ 2013 ຊຶ່ງເປັນຈໍານວນເງິນ 13 ລ້ານໂດລາ ສະຫະຣັຖ.

ໂຄງການ ຊ່ວຍເຫລືອ ເພື່ອສົ່ງເສີມ ພັທນາ ດ້ານການສຶກສາ ໃນລາວ ຂອງ ທະນາຄານໂລກ ໄດ້ທຶນມາຈາກ ສະມາຄົມ ພັທນານາໆຊາດ IDA ຂອງ ທະນາຄານໂລກ. ໂຄງການ ດັ່ງກ່າວ ຈະສນັບສນູນ ກະຊວງ ສຶກສາທິການ ເພື່ອ:
1/- ຍົກລະດັບ ເພີ້ມການຮຽນ ຂັ້ນປະຖົມສຶກສາ ໂດຍໃຊ້ ຊຸມຊົນ ເປັນພື້ນຖານ ຊຶ່ງຊຸມຊົນ ຈະມີສ່ວນຮ່ວມ ໃນການຊ່ວຍທຶນ ໃຫ້ໂຮງຮຽນ.
2/- ຝຶກອົບຮົມ ຄຣູສອນ ທີ່ສາມາດ ສອນຫລາຍໆ ຊັ້ນຮຽນໄດ້ ແລະ
3/- ສົ່ງເສີມ ກະຊວງສຶກສາ ໃຫ້ສາມາດ ດໍາເນີນ ໂຄງການ ທີ່ແບ່ງແຍກ ເປັນພາກສ່ວນໄດ້.

ນອກຈາກນີ້ ໂຄງການດັ່ງກ່າວ ຍັງຈະສນັບສນູນ ເພີ້ມຕື່ມເງິນ ທີ່ຂາດເຫລືອ ເພື່ອເຮັດໃຫ້ ລາວສາມາດ ບັນລຸເປົ້າໝາຍ ໃນການສຶກສາ ທຸກຢ່າງໄດ້. ຄາດວ່າ ຍັງຈະມີ ປະເທດ ອື່ນ ທີ່ຈະໃຫ້ ການຊ່ວຍເຫລືອ ດ້ານການສຶກສາ ແກ່ລາວອີກ ເພື່ອສົ່ງເສີມ ການສຶກສາ ຊັ້ນປະຖົມ ໂດຍຕ້ອງການ ສ້າງຫ້ອງຮຽນ 1,120 ຫ້ອງ ເພີ້ມຕື່ມ ໃນ 270 ຊຸມຊົນ ແລະ ເຂດທຸກຍາກ 19 ເຂດ. ນອກນັ້ນກໍຍັງ ຕ້ອງການ ນາຍຄຣູສອນ ເພີ້ມອີກ 700 ຄົນ. ສໍາລັບເງິນ ຊ່ວຍເຫລືອຂອງ ທະນາຄານໂລກ ຍັງຈໍາເປັນ ທີ່ຈະນໍາໄປໃຊ້ ໃນໂຄງການ ຂອງ ກະຊວງ ສຶກສາທິການ ເພື່ອການວາງແຜນ ການຈັດຕັ້ງ ງົບປະມານ ການບໍຣິຫານ ດ້ານການເງິນ ການຊື້ອຸປກອນ ການຄວບຄຸມ ແລະ ການປະເມີນຜົນ.



__________________
Kaki

Date:
Permalink   
 

ສະມັກໃຈຊ່ອຍຫລືຖືກຮ້ອງຂໍໃຫ້ຊ່ອຍ? ແຕ່ເຖິງຢ່າງໃດ ກໍ່ສະແດງຄວາມຍິນດີນໍາລູກຫລານລາວທຸກຄົນທີ່ຈະໄດ້ນັ່ງຮຽນໃນຫ້ອງຮຽນທີ່ໄດ້ມາຕະຖານຄືບ້ານຄືເມືອງອື່ນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard