ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົດຫມາຍ ສປປລາວ, ເຣື່ອງການ ໂຍກຍ້າຍ ບາງຂໍ້ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ
Anonymous

Date:
ກົດຫມາຍ ສປປລາວ, ເຣື່ອງການ ໂຍກຍ້າຍ ບາງຂໍ້ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ
Permalink   
 


ກົດຫມາຍ ສປປລາວ, ເຣື່ອງການ ໂຍກຍ້າຍ  ບາງຂໍ້ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ

ນັກວິຊາການ ດ້ານກົດຫມາຍ ໃນ ສປປລາວ ທ່ານນື່ງເວົ້າວ່າ ກົດຫມາຍ ເຣື່ອງການ ໂຍກຍ້າຍ ປະຊາຊົນ ບາງຂໍ້ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ດ່ັງໃນປະເດັນ ຄຳທີ່ວ່າ ”ໂຍກຍ້າຍ ແລະເຄື່ອນຍ້າຍ” ໃນ 2 ຄຳເວົ້າ ດ່ັງກ່າວນີ້ ມີຄວາມຫມາຍ ແຕກຕ່າງກັນ ຫລາຍ. ດ່ັງທ່ານໄດ້ ກ່າວວ່າ:

"ກົດຫມາຍເວົ້າວ່າ ຖ້າໂຍກຍ້າຍ ໂຄງການ ຈະຕ້ອງຈ່າຍຄ່າ ຊົດເຊີຍ ທັງເຮືອນ ທີ່ດີນຫຍັງ ທຸກຢ່າງ ແຕ່ຖ້າເຄື່ອນຍ້າຍ ແຄ່ 3 ກິໂລແມັດ ແມ່ນ ປະຊາຊົນ ຕັ້ງຖີ່ນຖານ ເອງ ບໍຣິສັດ ຫລື ຣັຖບານ ບໍ່ເອົາຫຍັງໃຫ້ ແຄ່ຄຳເວົ້າ 2 ຄຳ ນີ້ເອງ ສາມາດ ຂ້າປະຊາຊົນໄດ້ ທັງຫມູ່ບ້ານເລີຍ".

ນາງອະທິບາຍ ຕໍ່ອີກວ່າ ຖ້າໂຍກຍ້າຍ ຫມາຍຄວາມວ່າ ກາຍກວ່າ 3 ກິໂລແມັດ ຣັຖບານ ແລະ ບໍຣິສັດ ສຳປະທານ ຈະຈ່າຍຄ່າ ຊົດເຊີຍໃຫ້ ແຕ່ຖ້າເຄື່ອນຍ້າຍ ຫມາຍຄວາມວ່າ ບໍ່ກາຍ 3 ກິໂລແມັດ ຣັຖບານ ຫລືບໍຣິສັດ ຈະບໍ່ຈ່າຍຫຍັງໃຫ້ ເພາະຖືວ່າ ປະຊາຊົນ ຍັງສາມາດ ເຮັດການກະສີກັມ ຫາເຄື່ອງປ່າ ຂອງດົງໄດ້ ຕາມເດີມ ແຕ່ປະຊາຊົນ ບໍ່ພໍໃຈ ຍ້ອນວ່າ ການເຄື່ອນຍ້າຍນັ້ນ ກໍຕ້ອງມີຄ່າ ໃຊ້ຈ່າຍ ໃນການເລີ້ມຕົ້ນ ຊິວີດໃຫມ່ ບໍ່ຕ່າງຫຍັງ ກັບການໂຍກຍ້າຍ.

ໃນເຫດການ ດັ່ງກ່າວນັ້ນ ເກີດມີຄວາມ ຂັດແຍ່ງກັນ ກັບຊາວບ້ານ ໃນບາງພື້ນທີ່ ນາງກ່າວເພີ້ມ ອີກວ່າ:

"ບາງປະຊາຊົນ ຂະເຈົ້າກໍຮູ້ວ່າ ມັນເກີນກວ່າ 3 ກິໂລແມັດ ມັນເປັນ 5-6-7 ກິໂລແມັດ ແນວນີ້ ຣັຖບານ ຫລືບໍຣິສັດ ຕ້ອງໃຫ້ຄ່າ ຕອບແທນຂະເຈົ້າ ແຕ່ວ່າມັນກໍມີ ການຄໍຣັບຊັ້ນ ພາຍໃນ ບໍຣິສັດ ກັບເຈົ້າຫນ້າທີ່ ຣັຖບານ ອາດຈະໃຫ້ກັນເອງ ກໍເລີຍປະໃຫ້ ປະຊາຊົນ ເປັນແນວນັ້ນ ແຕ່ວ່າປະຊາຊົນ ບໍ່ສາມາດໄປ ຮຽກຮ້ອງ ກັບຜູ້ໃດໄດ້".

ນາງກ່າວ ມ້ວນທ້າຍວ່າ ຊາວບ້ານຕ້ອງການ ຢາກໃຫ້ຣັຖບານ ຊ່ອຍເຫລືອ ເຖີງແມ່ນວ່າ ຈະຍ້າຍໄກ ຫລືໃກ້ ປານໃດກໍຕາມ ເພາະການເຄື່ອນຍ້າຍ ແຕ່ລະຄັ້ງ ປະຊາຊົນ ຕ້ອງໄດ້ໃຊ້ຈ່າຍ ໃນການສ້າງຊິວິດ ໃຫມ່ ຂອງພວກຂະເຈົ້າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard