ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພາຍຸໄກ່ຕັກສົ່ງຝົນເຂົ້າ ຂ.ອຸດົມໄຊ
Anonymous

Date:
ພາຍຸໄກ່ຕັກສົ່ງຝົນເຂົ້າ ຂ.ອຸດົມໄຊ
Permalink   
 


ພາຍຸໄກ່ຕັກສົ່ງຝົນເຂົ້າ ຂ.ອຸດົມໄຊ

ແຂວງ ອຸດົມໄຊ ໄດ້ຮັບ ຜົລກະທົບ ຈາກປາຍ ລົມ-ຝົນ ຂອງ ພາຍຸ ໄກ່ຕັກ.

 

ລົມພາຍຸ “ໄກ່ຕັກ” ໄດ້ພັດເຂົ້າ ທາງພາຄເໜືອ ຂອງ ປະເທສວຽຕນາມ ໃນມື້ວັນເສົາ ຜ່ານມານັ້ນ ໄດ້ເຮັດໃຫ້ເກີດ ມີຝົນຕົກໜັກ ໃນບາງແຂວງ ທາງພາຄເໜືອ ຂອງລາວ ໂດຽສະເພາະ ແຂວງ ອຸດົມໄຊ ທີ່ໄດ້ຮັບ ຜົລກະທົບ ຫລາຍກວ່າໝູ່ ມີນ້ຳປ່າ ທີ່ໄຫລແຮງ ແລະ ຣະດັບນ້ຳ ໃນ “ແມ່ນ້ຳກໍ” ໄຫລລົ້ນຝັ່ງ ສ້າງຄວາມເສັຍຫາຍ ຕໍ່ໄຮ່ນາ ແລະ ບ້ານ ເຮືອນ ຂອງປະຊາຊົນ ໃນເຂຕເມືອງໄຊ ຊື່ງໄດ້ຮັບ ຄວາມເສັຍຫາຍ. ເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານໜຶ່ງ ໄດ້ກ່າວວ່າ:

“ເຫຕກາຣໂຕນີ້ ມັນເປັນ ນ້ຳປ່າໄຫລ ຫລາກນ໋ະ ມັນມາບາດດຽວ ທົ່ວແຂວງ ເລີຽຫັ້ນນ໋ະ ມັນໃຊ້ເວລາ ປະມານ 4-5 ຊົ່ວ ໂມງ ນີ້ແຫລະ ໂຕນີ້ມັນ ກໍຖ້ວມປະມານ 10 ປາຍຫຼັງຄາ ນີ້ແຫລະ ແລະ ກໍນາ ປະຊາຊົນ ແຕ່ຍັງບໍ່ຮູ້ວ່າ ອີກ 6 ເມືອງຫັ້ນ ມີບັນຫາ ໂຕໃດ ເຂົາເຈົ້າກຳລັງ ໃຫ້ວິຊາກາຣ ໄປເກັບກຳຂໍ້ມູລ ເພາະຫລາຍເມືອງ ຢູ່ທີ່ປະສົບ ບັນຫາ ພ້ອມກັນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສະເພາະຣະດັບນ້ຳ ໃນແມ່ນ້ຳ “ກໍ” ນັ້ນ ກໍເພີ່ມສູງຂຶ້ນ ເຖີງປະມານ 7-10 ແມ໊ຕ ແລະ ປັຈຈຸບັນ ກໍລົດລົງ ເກືອບຮອດ ຣະດັບ ປົກກະຕິແລ້ວ ຊື່ງ ຊາວບ້ານ ກໍສາມາຕ ກັບຄືນໄປຢູ່ ບ້ານເຮືອນ ຂອງເຂົາເຈົ້າ ເກືອບໝົດແລ້ວ ແຕ່ກໍບໍ່ມີ ຣາຍງານ ກາຣເສັຍຊີວີຕ ຂອງ ປະຊາຊົນ ແຕ່ຢ່າງໃດ.

ຢ່າງໃດກໍຕາມ ສຳຫລັບກາຣ ໃຫ້ຄວາມຊ່ວຍເຫລືອ ຕ່າງໆແກ່ ປະຊາຊົນນັ້ນ ທາງເຈົ້າໜ້າທີ່ ກໍວ່າ ກຳລັງມີກາຣ ພິຈາຣະນາ ຫາລື ກັບຫລາຍພາຄສ່ວນ ເພື່ອສຣຸບຜົລ ເສັຍຫາຍ ໃນທົ່ວແຂວງ ເພື່ອນຳໄປສເນີຕໍ່ ທາງກາຣກ່ຽວຂ້ອງ ໃນຂັ້ນຕໍ່ໄປ.



__________________
Kproxy

Date:
Permalink   
 

ຖ້າມີຕົ້ນຕັນໄວ້ຄືແຕ່ກ່ອນ ນໍ້າປ່າມັນກະບໍ່ໄຫລມາໄວແບບນີ້ດອກ, ແຕ່ຄົນເຮົາຕັດໄມ້ທໍາລາຍປ່າຫລາຍຈຶ່ງບໍ່ມີຫັຍງຕ້ານນໍ້າໄວ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard