ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໜ່ວຍຊ່ອຍເຫຼືອກູ້ພັຍ ຍັງຂາດຄວາມພ້ອມ
Anonymous

Date:
ໜ່ວຍຊ່ອຍເຫຼືອກູ້ພັຍ ຍັງຂາດຄວາມພ້ອມ
Permalink   
 


ໜ່ວຍຊ່ອຍເຫຼືອກູ້ພັຍ ຍັງຂາດຄວາມພ້ອມ

f-xiengngeun-flood2

ຄວາມພ້ອມ ຂອງຣັຖບານ ແລະ ພາກສ່ວນຜແນກ ທີ່ກ່ຽວຂ້ອງ ໃນການຮັບມື ກັບພັຍພິບັດ ທັມມະຊາດ ໃນລາວ ຍັງບໍ່ມີ ປະສິດທິພາບ ພຽງພໍ ຍ້ອນຂາດການ ວາງແຜນ ເຄື່ອງມື ແລະ ຂາດບຸຄຣາກອນ ທີ່ຊຳນານ ຈື່ງເຮັດໃຫ້ ການຊ່ອຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນຣະຍະທີ່ຜ່ານມາ ບໍ່ໄດ້ຜົລ ເເທົ່າທີ່ຄວນ. ດັ່ງເຈົ້າຫນ້າທີ່ ຜແນກຄຸ້ມຄອງ ພັຍພິບັດ ແຫ່ງຊາດ ທີ່ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ເພາະເຮົາກໍຍັງຂາດ ດ້ານອຸປກອນ ທາງດ້ານ ການຕຽມພ້ອມ ດ້ານພາຫານະ ອຸປກອນ ບາງເທື່ອເຮົາ ແຈກຈ່າຍ ກໍຍັງໄດ້ບາງແຫ່ງ ແຂວງໄດ້ ແຂວງບໍ່ໄດ້ ເຮົາຕ້ອງເບີ່ງແຂວງ ທີ່ມີຄວາມສ່ຽງ".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ອຸປກອນ ທີ່ຈຳເປັນໃນການ ຊ່ອຍຊິວິດ ປະຊາຊົນ ປະເພດ ເຄື່ອງຊູຊີບ ເຮືອກູ້ພັຍ ຣົຖບັນທຸກ ຣົຖໂຮງຫມໍແລະອື່ນໆ ບາງບ່ອນກໍບໍ່ມີ ຖ້າມີ ກໍໃນຈຳນວນ ຈຳກັດ ເມື່ອເກີດເຫດການ ດ່ັງລົມພະຍຸ ແລະ ນ້ຳຖ້ວມ ເຊັ່ນວ່າງປີກາຍ ທາງການ ກໍຈະມີຄວາມ ຫຍຸ້ງຍາ ກສັບສົນ ໃນການເຂົ້າໄປ ຊ່ອຍກູ້ພັຍ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົລ ກະທົບ. ດີແຕ່ວ່າ ວ່າງຫລັງໆມານີ້ ຣັຖບານຍີ່ປຸ່ນ ໄດ້ໃຫ້ການ ຊອ່ຍເຫລືອ ອຸປກອນດັ່ງກ່າວ ແຕ່ກໍຍັງ ບໍ່ທົ່ວເຖິງ. ທ່ານກ່າວເພີ້ມວ່າ:

"ມີເຮືອ ມີຣັຖບັນທຸກນ້ຳເນາະ ເຣື້ອງການ ນຳໃຊ້ນ້ຳ ສະອາດ ແລະ ກໍມີເສື້ອຊຸຊີບ ມີການເຣື້ອງ ການສື່ສານ ກໍຄິດວ່າຍັງບໍ່ພໍ ຍັງຕ້ອງການຢູ່".

ລາວ ປະເຊີນກັບ ພັຍທັມມະຊາດ ຢ່າງຫລວງຫລາຍ ໃນແຕ່ລະປີ ເປັນຕົ້ນນ້ຳຖ້ວມ ລົມພະຍຸ ແລະ ພັຍແຫ້ງແລ້ງ ແຕ່ຄວາມສາມາດ ຂອງ ຣັຖບານ ໃນການຮັບ ມືກັບບັນຫາ ດັ່ງກ່າວ ຍັງບໍ່ໄດ້ ມາຕຖານພຽງພໍ ຍ້ອນຂາດງົປມານ ແລະ ນັກວິຊາການ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard