ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວເຄັ່ງຄັດເພື່ອກໍາຈັດ ການແຕ່ງດອງປອມ
Anonymous

Date:
ລາວເຄັ່ງຄັດເພື່ອກໍາຈັດ ການແຕ່ງດອງປອມ
Permalink   
 


ລາວເຄັ່ງຄັດເພື່ອກໍາຈັດ ການແຕ່ງດອງປອມ

F-stop-Human-trafficking.jpg

ໃນບັນຫາ ທີ່ກ່ຽວພັນ ກັບການ ຄ້າມະນຸດ ໃນຮູບແບບ ແຕ່ງງານປອມ ໃນລາວ ຂອງ ຄົນຕ່າງຊາດ ກັບຜູ້ຍິງລາວ ເມື່ອຖືກພາອອກ ນອກປະເທດ ໄປແລ້ວ ຜູ້ຍີງລາວ ກໍຈະຖືກ ຂາຍເຂົ້າ ໂຮງໂສເພນີ. ທາງການລາວ ຈື່ງເຂັ້ມງວດ ໃນການປາບປາມ ກຸ່ມດັ່ງກ່າວ ເພື່ອປ້ອງກັນ ຜູ້ຍີງລາວ ບໍ່ໃຫ້ຕົກ ເປັນເຫຍື່ອ ອີກຕໍ່ໄປ. ເຈົ້າຫນ້າທີ່ ປາບປາມກຸ່ມ ຄ້າມະນຸດ ໃນລາວ ທ່ານນື່ງເວົ້າວ່າ:

"ຣັຖບານອອກ ກົດຫມາຍໃຫມ່ ຖ້າຜູ້ໃດ ຈະແຕ່ງງານ ຊາຍຕ່າງຊາດ ທີ່ຈະມາແຕ່ງງານ ກັບຄົນລາວ ຈະຕ້ອງຢູ່ລາວ ພາຍໃນສາມເດືອນ ເພື່ອ ເຮັດເອກສານ ເພາະວ່າຄົນ ທີ່ເຮັດ ເອກກະສານຊື່ໆ ແລ້ວໄປເລີຍ ແມ່ຍີງກໍສູນຫາຍ ໄປເລີຍ ຖືກຂາຍຕໍ່ ແລ້ວກໍບໍ່ຮູ້ວ່າ ຕົກຢູ່ປະເທດໃດ".

ນາງກ່າວ ຕໍ່ໄປວ່າ ກົດຣະບຽບໃຫມ່ນີ້ ທາງການລາວ ໃຫ້ຄົນຕ່າງຊາດ ຜູ້ທີ່ຈະມາ ແຕ່ງງານ ກັບແມ່ຍີງລາວ ຕ້ອງໄດ້ສົ່ງຫລັກຖານ ຢັ້ງຢືນສັນຊາດ ປະຫວັດ ຂອງຜູ້ກ່ຽວ ຮວມທັງ ຂໍ້ມູນຕ່າງໆ ໃຫ້ເຈົ້າຫນ້າທີ່ ສືບສວນກ່ອນ. ການກວດສອບ ສືບສວນ ຈະໃຊ້ເວລາ ປະມານ 3 ເດືອນ ຖ້າພົບວ່າ ບຸກຄົນໃດ ເປັນຫນ້າເຊື່ອຖື ກໍຈະໄດ້ ແຕ່ງງານໄວ ຫຼື ຖ້າຫາກມີພິຣຸດ ຫນ້າສົງສັຍ ກໍອາຈຈະຊັກຊ້າ ຫລື ບໍ່ອະນຸຍາດ ໃຫ້ແຕ່ງງານເລີຍ.

ທີ່ຜ່ານມາ ມີຜູ້ຍີງລາວ ຫລາຍຄົນ ຖືກຫລອກລວງ ຈາກຄົນຕ່າງຊາຕ ເຂົາຂໍແຕ່ງງານ ແລ້ວກໍພາອອກ ນອກປະເທດ ຜົນສຸດທ້້າຍ ກໍຖືກບັງຄັບ ໃຫ້ຂາຍໂຕ ຄ້າປະເວນີ ພ້ອມທັງ ຖືກທຳຮ້າຍ ຮ່າງກາຍ ແລະ ຫລາຍຄົນ ກໍບໍ່ສາມາດ ຫາທາງກັບຄືນ ບ້ານໄດ້ ຫລື ຫາຍສາບສູນ ໄປເລີຍ.

ເຈົ້າໜ້າທີ່ ກ່າວເຕືອນອີກວ່າ ເຖີງແມ່ນວ່າຈະມີ ກົດຣະບຽບໃຫມ່ ເຣື່ອງກວດສອບ ການແຕ່ງງານ ຂອງຍິງລາວ ກັບຄົນ ຕ່າງຊາຕ ກໍຕາມ ມັນກໍຂື້ນກັບ ຜູ້ຍີງລາວເອງ ທີ່ຄວນ ຣະມັດຣະວັງ ຫລາຍຂື້ນ.



__________________
lilililili

Date:
Permalink   
 

ອອກກົດໝາຍໃໝ່ເພື່ອຕ້ານການຄ້າມະນຸດ ຫລືເພື່ອເຮັດໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງມີຣາຍໄດ້ຫລາຍຂຶ້ນ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard