ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວເມືອງທ່າແຕງ ຍັງຖືກນາບຂູ່
Anonymous

Date:
ຊາວເມືອງທ່າແຕງ ຍັງຖືກນາບຂູ່
Permalink   
 


ຊາວເມືອງທ່າແຕງ ຍັງຖືກນາບຂູ່

ຊາວບ້ານຫຍືບ ເມືອງທ່າແຕງ ແຂວງເຊກອງ ທີ່ເຄີຽຖືກຈັບ ກັກໂຕໄວ້ ຍ້ອນການຕໍ່ວ່າ ຮຽກຮ້ອງ ເອົາທີ່ດິນ ທີ່ຖືກໄປ ໃຫ້ນາຍທຶນ ວຽດນາມ. ຕາມຂ່າວລ້າສຸດ ຢືນຢັນວ່າ ປັດຈຸັບບັນ ຊາວບ້ານຍັງຖືກ ອໍານາດ ການປົກຄອງ ທ້ອງຖິ່ນ ນາບຂູ່ຢູ່ ຖ້າຫາກວ່າ ເຂົາເຈົ້າບໍ່ເຊົາ ຮຽກຮ້ອງ ເອົາທີ່ດິນຄືນ. ຕາມການເປີດເຜີຽ ຂອງຊາວບ້ານ ຄົນນື່ງ ທີ່ບໍ່ຢາກ ອອກຊື່:

"ກໍຄືວ່າ ທາງຣັຖບານ ຊີ່ລົງໄປ ແກ້ໄຂວ່າຊັ້ນ ກໍມີໜັງສື ແຈ້ງການ ຈາກຣັຖບານວ່າ ໃຫ້ມີຫນ່ວຍງານ ລົງໄປແກ້ໄຂ ແຕ່ວ່າ ຊາວບ້ານຍັງຖືກ ຂົ່ມຂູ່ຈາກ ພະນັກງານ ຂອງເມືອງຢູ່ ດຽວນີ້".

ຊາວບ້ານ ອະທິບາຍວ່າ ຫລັງຈາກຊາວບ້ານ ຈໍານວນນື່ງ ທີ່ທີ່ຖືກຈັບ ກັກໂຕໄວ້ ຖືກປ່ອຍອອກແລ້ວ ຣັຖບານ ໄດ້ແຈ້ງການວ່າ ຈະແກ້ໄຂບັນຫາ ດັ່ງກ່າວ ໃຫ້ໄວ ແລະໄດ້ເຮັດ ໜັງສືສັ່ງການ ມາຍັງອໍານາດ ການປົກຄອງເມືອງ ເພື່ອໃຫ້ ເຈົ້າໜ້າທີ່ແກ້ໄຂ. ຊາວບ້ານເວົ້າວ່າ ບໍ່ເຫັນແກ້ໄຂ ຈັກເທື່ອ ເຂົາກໍເລີຽ ໄປທວງຖາມອີກ. ຊາວບ້ານບອກວ່າ ເຈົ້າໜ້າທີ່ ບາງຄົນຂູ່ວ່າ ຫາກຮຽກຮ້ອງ ຫລືສ້າງຄວາມ ລໍາຄານອີກ ຈະຖືກຈັບ ຊາວບ້ານຈື່ງຕ້ອງ ມິດໄປອີກ.

ທີ່ຜ່ານມາ ຊາວບ້ານວ່າມີ ການຊົດເຊີຽ ໃຫ້ແດ່ເລັກນ້ອຍ ແຕ່ສ່ວນຫລາຍ ຊາວບ້ານຕ້ອງການ ທີ່ດິນຄືນ ເພື່ອທໍາມາຫາກິນ ຫລື ຢ່າງນ້ອຍທີ່ສຸດ ກໍໃຫ້ຈັດສັນ ທີ່ດິນ ບ່ອນໃໝ່ໃຫ້ ຮ່ວມທັງຊ່ວຍເຫລືອ ໃນການໂຍກຍ້າຍ ຖິ່ນຖານ.



__________________
Anonymous

Date:
Permalink   
 

ນີ້ແລ້ວເຂົາວ່າ ແນວລາວເປັນໂຈນປູ້ນຊາຕ ຄຳວ່າ ບໍ່ໄດ້ເປັນຂີ້ຂ້າ ວຽດນາມ ແລ້ວ ແນວນີ້ ຈະເອິ້ນວາແນວໃດ? ຫວັງວ່າ ແວບໄຊ້ ສະມາຄົນລາວ ຄົງເຂົ້າໃຈ



__________________
lililili

Date:
Permalink   
 

Anonymous wrote:

ນີ້ແລ້ວເຂົາວ່າ ແນວລາວເປັນໂຈນປູ້ນຊາຕ ຄຳວ່າ ບໍ່ໄດ້ເປັນຂີ້ຂ້າ ວຽດນາມ ແລ້ວ ແນວນີ້ ຈະເອິ້ນວາແນວໃດ? ຫວັງວ່າ ແວບໄຊ້ ສະມາຄົນລາວ ຄົງເຂົ້າໃຈ


ຕາບໃດ໋ທີ່ພວກກຸ່ມຜະເດັດການຄັອມມຸຍນິດລາວແດງຍັງກໍານາດ ປະຊາຊົນລາວຈະບໍ່ພົ້ນຈາກການນາບຂູ່ເຫລົ່ານັ້ນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard