ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາຣຄ້າມະນຸສ ໃນລາວ ມີເຈົ້າໜ້າທີ່ ຕຳຣວຈ ກ່ຽວຂ້ອງ
Anonymous

Date:
ກາຣຄ້າມະນຸສ ໃນລາວ ມີເຈົ້າໜ້າທີ່ ຕຳຣວຈ ກ່ຽວຂ້ອງ
Permalink   
 


ກາຣຄ້າມະນຸສ ໃນລາວ ມີເຈົ້າໜ້າທີ່ ຕຳຣວຈ ກ່ຽວຂ້ອງ

ກາຣຄ້າມະນຸສ ຂ້າມຊາຕ ໃນລາວ ຍັງເປັນບັນຫາ ທີ່ແກ້ໄຂ ໄດ້ຍາກ ບໍ່ແມ່ນແຕ່ຍ້ອນ ຄວາມທຸກຂ໌ຍາກ ຂອງຄອບຄົວ ຜູ້ຕົກເປັນເຫຍື່ອ ເທົ່ານັ້ນ ແຕ່ກໍຫາກກວມ ໄປເຖີງ ກາຣມີສ່ວນ ກ່ຽວຂ້ອງ ພົງພັນ ຂອງເຈົ້າໜ້າທີ່ ຕຳຣວຈ ນຳດ້ວຍ. ອະດີຕ ເຈົ້າໜ້າທີ່ ອົງກາຣສາກົລ ຫລື NGO ຜແນກຕ້ານ ກາຣຄ້າມະນຸສ ຊາວລາວຜູ້ໜຶ່ງ ທີ່ໃຫ້ຂໍ້ມູລ ຈາກກາຣສັມພາສ ຜູ້ຖືກ ເຄາະຮ້າຍ ທີ່ ຕົກເປັນເຫຍື່ອວ່າ:

“ຄົນທັມມະດາ ຄົນທີ່ບໍ່ມີ ພາວເວີຣ໌ (power) ທີ່ຈະເຮັດນີ້ ມັນຍາກ ມີແຕ່ຖ້າຄົນ ທີ່ມີອຳນາຈ ຢູ່ແລ້ວ ມາເຮັດນີ້ ອັນນີ້ ເພາະວ່າທຸກຄົນ ມັນຕ້ອງເດີນທາງ ທາງຂົວ ທາງເຮືອ ມັນກໍຕ້ອງມີ ນາຍຕໍາຣວຈ ມີທາງເຂົາຢູ່ແລ້ວ ທີ່ວ່າຈະໄດ້ເງີນ ເພາະວ່າ ສ່ວນຫລາຍ Interview ຜູ້ວ່າເຄີຍ ໄປເຮັດວຽກ ຂະເຈົ້າຕ້ອງເອົາເງິນ ໃຫ້ຕຳຣວຈ ຄົນລະ 500 ບາທ ແລະ ນາຍໜ້າກໍໄດ້ 1,000 ບາທ ມັນເປັນ ຂະບວນກາຣ ທາງຝັ່ງໄທຽ ຝັ່ງລາວ ກໍໄດ້ ທາງຝັ່ງຜູ້ທີ່ໄດ້ຮັບ ຜົລປະໂຍຊນ໌ ກໍໄດ້ຊີ໋ນາ!”

ພ້ອມດຽວກັນນີ້ ຍານາງ ກໍວ່າ ຂະບວນ ກາຣຄ້າມະນຸສ ຈະມີກາຣເຄື່ອນຍ້າຍ ແມ່ຍີງ ຈາກຕ່າງແຂວງ ມາຍັງ ນະຄອນຫລວງ ວຽງຈັນ ແລະກາຣດຳເນີນ ທຸຣະກິຈ ດ້ານນີ້ ຈະຕ້ອງໄດ້ຮັບ ກາຣສນັບສນູນ ຈາກຜູ້ມີອຳນາຈ ໃຫ້ຄວາມຊ່ວຍເຫລືອ ຢູ່ເບື້ອງຫລັງ ໂດຽສະເພາະ ເວລາຖືກກວດພົບ ຫລືຖືກຈັບ ໃນຂນະດຽວກັນ ຜູ້ເປັນເຈົ້າຂອງ ຮ້ານອາຫາຣ ຫລືຮ້ານເບັຽ ທີ່ຮູ້ຈັກ ຫລືລື້ງເຄີຽກັບ ຜູ້ມີອໍານາຈ ກໍຍີ່ງສະບາຍໃຈ ໃນກາຣບໍຣິຫາຣ ວຽກງານ ຂອງຕົນ.

ສຳຫລັບຂໍ້ມູລ ຕ່າງໆຈາກ ອົງກາຣ NGO ແລະ ທາງກາຣໄທຽ ດ້ານກາຣຄ້າມະນຸສ ກໍວ່າມີຄົນລາວ ທີ່ຖືກຫລອກລວງ ໄປເຮັດວຽກຢູ່ໄທຽ ຫລາຍຂຶ້ນເລື້ອຍໆ ດັ່ງຈະເຫັນໄດ້ ທີ່ພົບເຫັນ ຢູ່ຕາມເຮືອ ປຣະມົງ ຕາມຮ້ານອາຫາຣ ຄາຣາໂອເກະ ຊື່ງສ່ວນໃຫຍ່ ກໍຈະຖືກບັງຄັບ ໃຫ້ຄ້າ ບໍຣິກາຣ ທາງເພສ ເພື່ອຫາເງິນໃຊ້ ຄ່າໜີ້ສິນ ຂອງກາຣເດີນທາງ ຕ່າງໆນາໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard