ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມໄວລຸ້ນຮ່ວມກັນຂົ່ມຂືນ-ຄາດຕະກຳເດັກ ອາ­ຍຸ 9 ປີ ເສຍ​ຊີ­ວິດ​ຄ່າ​ທີ່
Anonymous

Date:
ກຸ່ມໄວລຸ້ນຮ່ວມກັນຂົ່ມຂືນ-ຄາດຕະກຳເດັກ ອາ­ຍຸ 9 ປີ ເສຍ​ຊີ­ວິດ​ຄ່າ​ທີ່
Permalink   
 


ກຸ່ມໄວລຸ້ນຮ່ວມກັນຂົ່ມຂືນ-ຄາດຕະກຳເດັກ ອາ­ຍຸ 9 ປີ ເສຍ​ຊີ­ວິດ​ຄ່າ​ທີ່

201107140953.jpg

ເຫດ­ການ​ຄົນ​ຮ້າຍ​ຮ່ວມ​ກັນ​ຂົ່ມ­ຂືນ​ທຳ​ສຳ​ເລົາ ແລະ ຄາດ​ຕະ​ກຳ​ເດັກ­ນ້ອຍ ເກີດ​ຂຶ້ນ​ຢູ່​ໜ່ວຍ 11 ບ້ານ​ລ້ອງ​ປໍ ເມືອງ ແລະ ແຂວງ​ໄຊ​ຍະ​ບູ​ລີ ເມື່ອ​ເວ­ລາ​ປະ­ມານ 23:00 ໂມງ​ຂອງ​ວັນ​ທີ 27 ພຶດ­ສະ­ພາ 2011 ເຮັດ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ເດັກ­ນ້ອຍ ອາ­ຍຸ 9 ປີ ເສຍ​ຊີ­ວິດ​ຄ່າ​ທີ່.

ພາຍ­ຫຼັງ​ທີ່​ໄດ້​ຮັບ​ແຈ້ງ​ຄວາມ​ໃນ​ຕອນ​ເຊົ້າ​ຂອງ​ມື້­ຕໍ່­ມາ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ຍະ​ບູ​ລີ ໄດ້​ປະ­ສານ​ໄປ​ຍັງ​ພາກ­ສ່ວນ​ວິ­ຊາ​ສະ­ເພາະ​ທີ່​ກ່ຽວ­ຂ້ອງ​ຂອງ ປກສ ແຂວງ ສົມ­ທົບ​ກັບ​ການ­ຈັດ­ຕັ້ງ ອົງ­ການ​ປົກ­ຄອງ​ບ້ານ​ລ້ອງ​ປໍ ແລະ ຄອບ­ຄົວ​ຍາດ­ຕິ​ພີ່­ນ້ອງ​ຜູ້​ຖືກ​ເຄາະ​ຮ້າຍ ລົງ​ກວດ­ກາ ຊັນ­ນະ­ສູດ ສະ­ຖານ­ທີ່​ເກີດ​ເຫດ​ຢ່າງ​ຮີບ​ດ່ວນ ພ້ອມ​ທັງ​ເກັບ​ກຳ​ຫຼັກ​ຖານ​ຕ່າງໆ ທີ່​ພົວ­ພັນ​ເຖິງ​ເຫດ­ການ ແລະ ຊອກ​ຫາ​ເປົ້າ​ໝາຍ​ຜູ້​ກະ­ທຳ​ຜິດ​ມາ​ລົງ­ໂທດ.

ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ ເຈົ້າ​ໜ້າ­ທີ່​ໄດ້​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໃສ​ໄດ້ 3 ຄົນ ຄື: ໜຶ່ງ: ທ້າວ ບຸນ​ມາ ທໍ່ ອາ­ຍຸ 21 ປີ ອາ­ຊີບ​ປະ­ຊາ­ຊົນ ຖືກ​ກັກ​ຕົວ​ໃນ​ວັນ​ທີ 2 ມິ­ຖຸ­ນາ 2011 ສອງ: ທ້າວ ທອງ­ແດງ ຫວາ ອາ­ຍຸ 21 ປີ ອາ­ຊີບ​ນັກ­ຮຽນ​ຊັ້ນ ມ7 ຖືກ​ກັກ​ຕົວ​ໃນ​ວັນ​ທີ 8 ມິ­ຖຸ­ນາ 2011 ສາມ: ທ້າວ ຕູ​ລີ ເລົ່າ ອາ­ຍຸ 16 ປີ ປະ­ຊາ­ຊົນ ຖືກ​ກັກ​ຕົວ​ໃນ​ວັນ​ທີ 31 ພຶດ­ສະ­ພາ 2011 ເຊິ່ງ​ຜູ້​ຕ້ອງ​ສົງ​ໃສ​ທັງ​ສາມ​ຄົນ ຢູ່​ບ້ານ​ລັອງ​ປໍ ເມືອງ ແລະ ແຂວງ​ໄຊ​ຍະ​ບູ​ລີ.

ພວກ​ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ໃນ​ເວ­ລາ 15:30 ໂມງ​ຂອງ​ວັນ​ທີ 27 ພຶດ­ສະ­ພາ 2011 ທ້າວ ບຸນ​ມາ ທໍ່ ໄດ້​ອອກ​ຈາກ​ເຮືອນ​ຂອງ​ຕົນ ໄປ​ຫຼິ້ນ​ນຳ​ທ້າວ ທອງ­ແດງ ຫວາ ແລະ ໄດ້​ຊວນ​ກັນ​ອອກ​ໄປ​ຫາ​ເງິນ​ຕອນ​ກາງ­ຄືນ ຕົ້ນ­ຕໍ​ແມ່ນ​ຈະ​ໄປ​ຊອກ​ຫາ​ລັກ​ຊັບ ຫຼັງ​ຈາກ​ຕົກ­ລົງ​ກັນ​ແລ້ວ ທັງ​ສອງ​ກໍ​ແຍກ​ທາງ​ກັບ​ເມືອ​ເຮືອນ ຮອດ​ເວ­ລາ 23:25 ໂມງ ທັງ​ສອງ​ຄົນ ໄດ້​ພາ­ກັນ​ຂີ່​ລົດ​ອອກ​ໄປ​ຕາມ​ເສັ້ນ­ທາງ​ໃນ​ບ້ານ​ລ້ອງ​ປໍ ແລະ ໄດ້​ພົບ​ກັບ​ທ້າວ ຕູ​ລີ ເລົ່າ ແລ້ວ​ທັງ​ສາມ​ຄົນ ກໍ​ໄດ້​ປຶກ­ສາ​ຊັກ​ຊວນ​ກັນ​ໄປ​ລັກ​ເຂົ້າ ຢູ່​ເຮືອນ​ຂອງ​ທ້າວ ຢາ​ເຊັງ ທໍ ໂດຍ​ໃຫ້​້​ທ້າວ ບຸນ​ມາ ທໍ່ ເຂົ້າ​ໄປ​ເບິ່ງ​ໃນ​ເຮືອນ ແຕ່​ບໍ່​ເຫັນ​ຫຍັງ ທັງ​ສາມ​ຈຶ່ງ​ພາ­ກັນ​ຍ່າງ​ກາຍ­ໄປ​ເຮືອນ​ທ້າວ ໄຊ​ເກີ ທໍ ພໍ​ໄປ​ຮອດ​ສະ­ຖານ­ທີ່​ດັ່ງ­ກ່າວ ທ້າວ ທອງ­ແດງ ຫວາ ກໍ​ໄດ້​ງັດ​ປະ­ຕູ​ເຂົ້າ​ໄປ​ກ່ອນ​ແລ້ວ ທ້າວ ບຸນ​ມາ ເຂົ້າ​ໄປ​ເປັນ​ຜູ້​ທີ​ສອງ ແລະ ທ້າວ ຕູ​ລີ ເລົ່າ ເຂົ້າ​ໄປ​ຜູ້​ສຸດ​ທ້າຍ ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ ທ້າວ ບຸນ​ມາ ກໍ​ໄດ້​ຖອດ​ປັກ​ສຽບ​ໄຟ​ອອກ ເພື່ອ​ບໍ່​ໃຫ້​ຄົນ​ໃນ​ເຮືອນ​ສັງ­ເກດ​ເຫັນ ທ້າວ ທອງ­ແດງ ຫວາ ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ນາງ ກໍ (ນາມ​ສົມ­ມຸດ) ເພື່ອ​ຊອກ​ຫາ​ເປົ໋າ​ເຂົ້າ ແຕ່​ບໍ່​ພົບ ທັງ​ສາມ​ຄົນ​ໄດ້​ຕົກ­ລົງ​ກັນ​ອູ້ມ​ເອົາ​ນາງ ກໍ ທີ່​ກຳ­ລັງ​ນອນ​ຫຼັບ​ຢູ່ ອອກ​ຈາກ​ເຮືອນ​ໄປ​ທຳ​ການ​ຂົ່ມ­ຂືນ​ທຳ​ສຳ​ເລົາ ໂດຍ​ແມ່ນ​ທ້າວ ຕູ​ລີ ເລົາ ອູ້ມ​ທາງ​ຫົວ ແລະ ທ້າວ ທອງ­ແດງ ອູ້ມ​ທາງ​ຕີນ ສ່ວນ​ທ້າວ ບຸນ​ມາ ແມ່ນ​ຍ່າງ​ໄປ​ກ່ອນ ເພື່ອ​ສັງ­ເກດ​ທາງ

ພໍ​ໄປ​ຮອດ​ຖຽງ­ນາ​ແຫ່ງ​ໜຶ່ງ ບໍ­ລິ­ເວນ​ທົ່ງ​ນາ​ໄໝ ເຊິ່ງ​ຫ່າງ​ຈາກ​ເຮືອນ​ຂອງ​ນາງ ກໍ ປະ­ມານ 500 ແມັດ ພວກ​ກ່ຽວ​ໄດ້​ເອົາ​ນາງ ກໍ ວາງ​ລົງ­ພື້ນ​ຖຽງ­ນາ ເວ­ລາ​ນີ້ ນາງ ກໍ ໄດ້​ຮູ້­ສຶກ​ຕົວ​ດີ້ນ ແລະ ລຸກ­ຂຶ້ນ ແຕ່​ວ່າ​ພວກ​ກ່ຽວ​ໄດ້​ຄຸມ​ໄວ້ ໂດຍ​ແມ່ນ​ທ້າວ ຕູ​ລີ ເລົາ ກຳ​ແຂນ​ທັງ​ສອງ​ເບື້ອງ ພ້ອມ​ທັງ​ຂຶ້ນ​ນັ່ງ​ໜ້າ​ເອິກ ທ້າວ ທອງ­ແດງ ຫວາ ເປັນ​ຜູ້​ບີບ​ຄໍ ເພື່ອ​ບໍ່​ໃຫ້​ນາງ ກໍ ສົ່ງ​ແສງ​ດັງ ສ່ວນ ທ້າວ ບຸນ​ມາ ເປັນ​ຜູ້​ດຳ­ເນີນ​ການ​ເສບ​ສົມ ແຕ່​ວ່າ​ບໍ່​ສຳ­ເລັດ ທ້າວ ບຸນ​ມາ ຈຶ່ງ​ໄດ້​ໃຊ້​ມື​ສອງ​ນີ້ວ ແທງ​ເຂົ້າ​ທາງ​ຊ່ອງ​ຄອດ ແລ້ວ​ເສບ​ສົມ​ສຳ­ເລັດ ຈາກ​ນັ້ນ ທ້າວ ບຸນ​ມາ ກໍ​ຜັດ­ປ່ຽນ​ໃຫ້​ທ້າວ ທອງ­ແດງ ເສບ​ສົມ​ຕໍ່ ແຕ່​ພາຍ­ຫຼັງ​ທ້າວ ທອງ­ແດງ ວາງ​ມື​ອອກ​ຈາກ​ຄໍ​ນາງ ກໍ ກໍ​ປະ­ກົດ​ວ່າ ນາງ ກໍ ເສຍ​ຊີ­ວິດ​ແລ້ວ ຈາກ​ນັ້ນ ທ້າວ ຕູ​ລີ ເລົ່າ ແລະ ທ້າວ ທອງ­ແດງ ໄດ້​ຫາມ​ຮ່າງ​ຂອງ​ເດັກ­ນ້ອຍ​ທີ່​ໄຮ້​ວິນ​ຍານ ລົງ​ຖຽງ­ນາ​ໄປ​ຖິ້ມ​ໄວ້​ກ້ອງ​ກໍ­ໄຜ່​ແຄມ​ທາງ ໃນ​ສະ­ພາບ​ນອນ​ຂວ້ຳ​ໜ້າ ແລ້ວ​ພາ­ກັນ​ໜີ​ເມື່ອ​ເຮືອນ​ຂອງ​ໃຜ­ລາວ.



__________________
Kproxy

Date:
RE: ກຸ່ມໄວລຸ້ນຮ່ວມກັນຂົ່ມຂືນ-ຄາດຕະກຳເດັກ ອາ­ຍຸ 9 ປີ ເສຍ​ຊີ­ວິດ​ຄ່າ​ທີ່
Permalink   
 


ເຄີຍໄດ້ຍິນແຕ່ຂ່າວວ່າຄົນຕ່າງຊາດເຮັດສິ່ງຊົ່ວຮ້າຍກັບເດັກນ້ອຍລາວ ຄົນລາວ3ຄົນນີ້ກໍ່ໂຫດຮ້າຍປ່າເຖື່ອນ ສົມຄວນຖືກປະຫານຊີວິດ.

ທ່ານໃດ່ສົນໃຈຢາກຮູ້ຣາຍຣະອຽດ ຂໍເຊີນໄປຟັງທ່ານວິຣະຊົນລາວວິຈານຢູ່ຫ້ອງລາວນອກເດີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard