ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານເດືອດຮ້ອນ ຍ້ອນການໂຍກຍ້າຍ
Anonymous

Date:
ຊາວບ້ານເດືອດຮ້ອນ ຍ້ອນການໂຍກຍ້າຍ
Permalink   
 


ຊາວບ້ານເດືອດຮ້ອນ ຍ້ອນການໂຍກຍ້າຍ

ມື້ວານນີ້ ຊາວບ້ານ ທີ່ຈຳເປັນຕ້ອງ ໂຍກຍ້າຍ ຈາກ ເຂື່ອນນ້ຳມັງ 3 ປະມານ 50 ຄົນ ໄດ້ພາກັນ ເດີນທາງ ໄປທີ່ ເຂື່ອນ ນ້ຳມັງ 3 ໃນບໍຣິເວນ ບ້ານ ພູເຂົາຄວາຍ ເມືອງທຸຣະຄົມ ແຂວງວຽງຈັນ ເພື່ອຮຽກຮ້ອ ງຂໍເງິນຊົດເຊີຍ ຄ່າເສັຍຫາຍ ທີ່ເຮືອນ ແລະ ບ້ານໃໝ່ ຂອງພວກເຂົາ ຖືກນ້ຳຖ້ວມ ໃນປີກາຍ. ປັດຈຸບັນ ເຈົ້າໜ້າທີ່ ທ້ອງຖິ່ນ ກຳລັງ ພິຈາຣະນາ ແກ້ໄຂ ຄຳຮຽກຮ້ອງ ນັ້ນຢູ່. ດັ່ງເຈົ້າໜ້າທີ່ ຫ້ອງການ ປ້ອງກັນຄວາມສງົບ ເມືອງທຸຣະຄົມ ກ່າວວ່າ:

“ຂະເຈົ້າ ກໍມາຮຽກຮ້ອງ ທັມມະດາ ນີ່ແຫລະ ເຈົ້າໜ້າທີ່ ເຮົານີ່ ກໍຍັງບໍ່ທັນ ຮູ້ລະອຽດເນາະ ມີແຕ່ວ່າ ກໍຈະສົມທົບກັບ ທາງເມືອງ ຈະໃຫ້ລົງໄປ ກວດກາ ລົງເອົາຂໍ້ມູນ ຕົວຈິງ ທີ່ວ່າທາງ ຂະເຈົ້າຮຽກຮ້ອງມານີ້ ມັນຮຽກຮ້ອງ ແນວໃດ ແນວໃດນີ່ນະ”.

ຄວາມຈິງ ຊາວບ້ານ ບ້ານພູເຂົາຄວາຍ ໂຍກຍ້າຍ ອອກຈາກ ບໍຣິເວນ ເຂື່ອນນ້ຳມັງ 3 ແຕ່ ປີ 2004 ພຸ້ນ ໄປອາໄສ ຢູ່ບ້ານໃໝ່ ແຕ່ບ້ານໃໝ່ ຖືກນ້ຳທ້ວມ ຢ່າງໜັກ ເມື່ອປີກາຍ ອີກຢ່າງນຶ່ງ ຢູ່ບໍຣິເວນ ບ້ານໃໝ່ ບໍ່ມີທີ່ດິນ ເພື່ອເຮັດໄຮ່ ເຮັດນາ ພຽງພໍ ປະຊາຊົນ ໄດ້ຮັບ ຄວາມເດືອນຮ້ອນ ໃນການທຳມາ ຫາກິນ ສິ່ງສຳຄັນ ບ້ານໃໝ່ ກໍຍັງບໍ່ທັນມີ ໂຮງຮຽນ ໂຮງໝໍ ແລະ ຖນົນຫົນທາງ ຢ່າງດີເທື່ອ.

ເຂື່ອນໄຟຟ້າ ນ້ຳມັງສາມ ເປັນເຂື່ອນ ຂນາດນ້ອຍ ຜລິດໄຟຟ້າ ໄດ້ພຽງແຕ່ 40 ເມກາວັດ ຕັ້ງຢູ່ໄກ ຈາກນະຄອນ ຫລວງວຽງຈັນ ໄປທາງພາກເໜືອ ປະມານ 80 ກິໂລແມັດ ຢູ່ໃນເຂດ ເມືອງທຸຣະຄົມ ແຂວງວຽງຈັນ.

ປັດຈຸບັນ ຊາວລາວ ທີ່ໄດ້ຮັບຜົນ ກະທົບຈາກ ໂຄງການ ພັທນາ ໃຫຍ່ໆ ເຊັ່ນ ການສ້າງເຂື່ອນ ຂຸດຄົ້ນບໍ່ແຮ່ ແລະ ປູກຢາງພາຣາ ໄດ້ພາກັນ ຮຽກຮ້ອງຂໍຄ່າ ຊົດເຊີຍ ຫລາຍຂື້ນທຸກມື້ ປະຊາຊົນ ໃນບາງບ້ານ ບໍ່ຍອມເອົາ ຄ່າຊົດເຊີຍ ຂໍແຕ່ທີ່ດິນ ຄືນຢ່າງດຽວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard