ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຄວນໃຫ້ ອິສຣະແກ່ສື່ມວລຊົນ
Anonymous

Date:
ທາງການລາວຄວນໃຫ້ ອິສຣະແກ່ສື່ມວລຊົນ
Permalink   
 


ທາງການລາວຄວນໃຫ້ ອິສຣະແກ່ສື່ມວລຊົນ

f-lao-press

ກ່ຽວກັບເຣື່ອງນີ້ ທາງ ເອເຊັຽເສຣີ ກໍໄດ້ສອບຖາມ ຄວາມເຫັນຈາກ ຊາວລາວ ກ່ຽວກັບຂໍ້ມູລ ຂ່າວສາຣ ຢູ່ພາຍໃນ ປະເທສ ແລະ ຫລາຍໆຄົນກໍວ່າ ທາງການ ລາວ ກໍຄວນຈະມີ ກາຣເຜີຍແພ່ ຂໍ້ມູລຂ່າວສາຣ ແລະ ໃຫ້ອິສຣະກັບທາງ ສື່ມວລຊົນ ຫລາຍກວ່າ ທີ່ເປັນຢູ່ ໃນປັຈຈຸບັນ. ດັ່ງຊາວນະຄອນ ຫລວງວຽງຈັນ ຜູ້ໜຶ່ງກ່າວວ່າ:

“ຄິດວ່າເຣື່ອງ ກົດໝາຍ ປະຊາຊົນ ຄວນຈະຮັບຮູ້ ຫລາຍກວ່າ ເພາະວ່າຣັຖບາລ ຈະບໍ່ໃຫ້ຂໍ້ມູລ ຂ່າວສາຣ ທີ່ມັນຊັດເຈນ ແມ້ແຕ່ກະທັ້ງ ກົດໝາຍ ຈະເປັນ ກົດໝາຍ ທີ່ໃຊ້ຄຳວ່າ ມາຕຣາ ທີ່ມັນກວ້າງເກີນໄປ ເຮັດໃຫ້ ປະຊາຊົນ ທີ່ວ່າ ບໍ່ມີ ຄວາມຮູ້ສູງ ສິບໍ່ (ເຂົ້າ) ໃຈ ຊ່ອງວ່າງທີ່ວ່າ ຄຳເວົ້າຂອງ ຣັຖບາລຫລາຍ”.

ພ້ອມດຽວກັນນີ້ ຍານາງກໍວ່າ ກາຣໃຫ້ອິສຣະ ແກ່ສື່ມວລຊົນ ມີສ່ວນສຳຄັນ ໃນກາຣເຜີຍແພ່ ກົດໝາຍ ແລະຄວາມຮູ້ຕ່າງໆ ທີ່ຍີ່ງຈະຊ່ວຍໃຫ້ ຄົນລາວ ເຂົ້າໃຈ ໃນເຣື່ອງຕ່າງໆ ຫລາຍຂຶ້ນ ເຊັ່ນວ່າ ຖ້າມີຂ່າວກ່ຽວກັບ ກາຣຮຽກຮ້ອງ ສິທທິທີ່ດິນ ປະຊາຊົນ ກໍຈະເຂົ້າໃຈ ໃນເຣື່ອງສິທທິ ຂອງຕົນ ແລະ ຈະສາມາຕ ປົກປ້ອງ ສິທທິ ຂອງຕົນໄວ້ໄດ້ ທຽບໃສ່ ໃນຣະຍະຜ່ານມາ ຖືວ່າບໍ່ມີກາຣ ເປີດກວ້າງ ໃນດ້ານຂໍ້ມູລ ຂ່າວສາຣ ແຕ່ຢ່າງໃດ.

ໃນຂນະດຽວກັນ ກໍມີຊາວ ນະຄອນຫລວງ ວຽງຈັນ ອີກຜູ້ໜຶ່ງ ທີ່ຢາກເຫັນ ອິສຣະພາບ ໃນກາຣອອກ ຂ່າວຄາວຕ່າງໆ ເກີດຂຶ້ນໄດ້ ຢູ່ເມືອງລາວ ເຊັ່ນກັນ:

“ກໍຄິດວ່າ ລາວກໍຕ້ອງກາຣ ຄືກັນ ຕ້ອງເປີດເຜີຍ ເພາະວ່າຂໍ້ມູລ ຂ່າວສາຣຢູ່ລາວ ມັນເປັນພື້ນຖານ ໃຫ້ແກ່ ປະຊາຊົນ ຊ່ອຍປະຊາຊົນ ຫັ້ນ (ນ໋າ)”

ຢ່າງໃດກໍຕາມ ໃນປັຈຈຸບັນ ສື່ມວລຊົນ ແລະ ປະຊາຊົນ ໂດຽທົ່ວໄປຖືວ່າ ຍັງຖືກປິດກັ້ນ ໃນກາຣ ຮັບຂ່າວສາຣຕ່າງໆ ຢູ່ເປັນສ່ວນໃຫຍ່ ດັ່ງຈະເຫັນໄດ້ ຈາກກາຣ ສັ່ງປິດຣາຍກາຣ ສົນທະນາ ບັນຫາທີ່ດິນ ທາງວິທຍຸ ຫລືວ່າ ກາຣພຍາຍາມ ຫລີກລ້ຽງ ກາຣເປີດເຜີຍ ຂໍ້ມູລ ແກ່ນັກຂ່າວ ຂອງທາງກາຣ ກ່ຽວຂ້ອງ ນັ້ນເອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard