ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາຊີໂນໃໝ່ຢູ່ວຽງຈັນ ໃກ້ເປີດແລ້ວ
Anonymous

Date:
ກາຊີໂນໃໝ່ຢູ່ວຽງຈັນ ໃກ້ເປີດແລ້ວ
Permalink   
 


ກາຊີໂນໃໝ່ຢູ່ວຽງຈັນ ໃກ້ເປີດແລ້ວ

f-dan-savanh

ໂຮງກາຊີໂນ ໃໝ່ແຫ່ງນີ້ ຕັ້ງຢູ່ໃນເຂດ ບ້ານດອນກອຍ ເມືອງຫາດຊາຍຟອງ ຫ່າງຈາກໃຈກາງ ນະຄອນຫລວງ ວຽງຈັນ ໄປທາງໃຕ້ ປະມານ 9 ກິໂລແມັດ. ຊາວບ້ານ ໃນບ້ານດອນກອຍ ຜູ້ນຶ່ງເວົ້າກ່ຽວກັບ ໂຮງກາຊີໂນ ແຫ່ງໃໝ່ນີ້ວ່າ:

“ກໍສິມີຢູ່ ກາຊີໂນ ບ່ອນນັ້ນ ກຳລັງເຮັດໃໝ່ ປະມານ 2 ປີແລ້ວ ເປັນໃຕ້ຫວັນ ຮອງກົງ ລົງທຶນກັບໄທນີ່ ກໍໃຫຍ່ ໃຫຍ່ພໍກັນກັບ ແດນສວັນພຸ້ນແຫລະ ຂະເຈົ້າໄປຍ່າງ ເຫັນຫ້ອງ ອັນນັ້ນອັນນີ້ ເປັນ ຕຶກໃຫຍ່ເດີ.”

ຊາວບ້ານຜູ້ນີ້ ເວົ້າວ່າ ສ່ວນຕົວລາວເອງ ບໍ່ຢາກໃຫ້ມີ ໂຮງກາຊີໂນ ຢູ່ໃກ້ບ້ານ ແລະຢູ່ ນະຄອນຫລວງ ວຽງຈັນ ຫລາຍເກີນໄປ ເພາະຈະມີຄົນລາວ ຕິດການພະນັນ ແລະການກໍ່ ອາຊຍາກັມຕ່າງໆ ກໍຈະມີ ຫລາຍຂື້ນ.

ກ່ຽວໂຮງກາຊີໂນ ຫລັງໃໝ່ນີ້  ທາງວິທຍຸ ເອເຊັຍເສຣີເອງ ກໍໄດ້ຕິດຕໍ່ ໄປຍັງຫ້ອງການ ກະຊວງແຜນການ ແລະ ການລົງທຶນ ແຕ່ບໍ່ໄດ້ຮັບ ຄຳຕອບ ຫລື ຣາຍຣະອຽດ ເພິ້ມຕື່ມ ແຕ່ຢ່າງໃດ.

ປັດຈຸບັນ ຢູ່ນະຄອນຫລວງ ວຽງຈັນ ມີໂຮງກາຊີໂນ ຢູ່ແລ້ວ 2 ແຫ່ງ ຄືຢູ່ ພູເຂົາຄວາຍ ແລະ ຢູ່ໃກ້ໆຫົວຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ແລະ ຖ້າໂຮງກາຊີໂນ ຢູ່ດອນກອຍ ເປີດໃຊ້ ກໍຈະເປັນ ແຫ່ງທີ່ 3.



__________________
Anonymous

Date:
Permalink   
 

CASINO คืออะไร?

คาสิโนคือแหล่งฟอกเงินที่ดีทีสุด

ຄັສຊິໂນ ຄືບ່ອນລ້າງເງີນ ຂອງກຸມຜູ້ມີອຳນາຕ

     ภาย ใต้หลักการสากลว่าด้วยการต้านการฟอกเงินนั้นได้มีการจัดแบ่ง กลุ่มแหล่งที่มาของเงินที่จะต้องนำมาผ่านกระบวนการฟอกเงินออกเป็น 10 แหล่งด้วยกันคือ
1. กล่าวคือเงินที่มาจากการค้ายาเสพติด
2. การทุจริตจากวงการเมือง
3. การฉ้อโกงประชาชน
4. การรับสินบนของข้าราชการ
5. การโกงทางด้านบัญชีของบริษัท
6. เงินส่วนตัวที่ต้องการปกปิด
7. เงินที่มีการหลบเลี่ยงภาษีของเหล่าบรรดามหาเศรษฐีใจบาป
8. เงินที่ได้จากการยักยอกงบประมาณของรัฐบาล
9. เงินนอกระบบที่ได้จากธุรกิจผิดกฎหมายต่างๆ
10. เงินจากบ่อนการพนัน


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard