ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ເຊກອງສັມປະທານ ທີ່ດິນອີກ 100 ເຮັກຕາຣ
Anonymous

Date:
ຂ.ເຊກອງສັມປະທານ ທີ່ດິນອີກ 100 ເຮັກຕາຣ
Permalink   
 


ຂ.ເຊກອງສັມປະທານ ທີ່ດິນອີກ 100 ເຮັກຕາຣ

f-thateang-sekong

ເມື່ອວັນທີ 23 ສິງຫາ 2012 ທາງ ກະຊວງແຜນການ ແລະ ການລົງທຶນ ແລະ ແຂວງເຊກອງ ໄດ້ອະນຸຍາດ ໃຫ້ ບໍຣິສັດ ແມ່ຂອງຮ່ວມ ທຸຣະກິດຈໍາກັດ ເຂົ້າມາ ປູກສາລີ ພືດລົ້ມລຸກ ພືດທຸຣະກິດ ແລະ ສ້າງຕັ້ງໂຮງງານ ປຸງແຕ່ງ ເຂົ້າສາລີ ໃນເນື້ອທີ່ 100 ເຮັກຕາຣ ຢູ່ເມືອງລະມາມ ແລະ ເມືອງທ່າແຕງ ໃນຣະຍະ ສໍາປະທານ 30 ປີ ເຖິງແມ່ນວ່າ ຣັຖບານລາວ ໄດ້ປະກາດໂຈະ ເຣື່ອງສັມປະທານ ທີ່ດິນ ແລະ ການຂຸດຄົ້ນ ບໍ່ແຮ່ ຈົນຮອດປີ 2015 ແລ້ວກໍຕາມ. ກ່ຽວກັບການໃຫ້ ສັມປະທານ ເທື່ອນີ້ທາງ ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ:

"ບໍຣິສັດແມ່ຂອງ ການຄ້າ ຮ່ວມທຸຣະກິດ ເນາະ ຊື່ບໍຣິສັດເນາະ ແລ້ວທຶນເພີ່ມນີ່ ຮວມກັນມູນຄ່າ ລົງທຶນ ທັງໝົດນີ້ ສີ່ລ້ານ ຫົກສິບເກົ້າພັນ ນື່ງຮ້ອຍສີ່ສິບ ໂດລາ ແລ້ວ ກິຈກັມ ທີ່ເພິ່ນເຮັດນີ້ ປູກພືດລົ້ມລຸກ ແລະສ້າງໂຮງງານ ປຸງແຕ່ງສາລີ ເນາະ ຢູ່ເມືອງລະນາມ ແລະເມືອງທ່າແຕງ ເນື້ອທີ່ນີ່ 100 ເຮັກຕາຣ".

ທ່ານກ່າວຕື່ມວ່າ ເປັນທີ່ຫວັງກັນວ່າ ໂຄງການນີ້ ຈະເຮັດໃຫ້ ຄຸນນະພາບ ດິນດີຂຶ້ນ ແລະ ຊ່ວຍຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ໃນທ້ອງຖີ່ນ. ກ່ອນການ ອະນຸຍາດ ໄດ້ມີການລົງມື ປູກປະມານ ເຄິ່ງປີມາແລ້ວ ແຕ່ການເຊັນ ສັນຍາ ແລະ ຖແລງຂ່າວ ຄັ້ງນີ້ ເປັນການເລີ່ມຕົ້ນ ສ້າງຕັ້ງໂຮງງານ ປຸງແຕ່ງສາລີ ແລະ ເລີ່ມດໍາເນີນ ຕາມແຜນການ ທຸຣະກິດ.

ເຣື່ອງການໃຫ້ ສັມປະທານ ທີ່ດິນ ປູກພືດເສຖກິດນີ້ ແຂວງເຊກອງ ເຄີຍມີ ກໍຣະນີ ຂັດແຍ່ງ ຣະຫວ່າງ ຊາວບ້ານ ກັບເຈົ້າໜ້າທີ່ຣັຖ ມາແລ້ວ ທີ່ອອກເປັນຂ່າວ ໃນເດືອນ ມິຖຸນາ 2012 ທີ່ມີຊາວບ້ານຍຶບ ເມືອງທ່າແຕງ ແຂວງ ເຊກອງ ຮຽກຮ້ອງສິດທິ ທີ່ດິນ ຈົນຖືກຈັບ ຊຶ່ງທາງການແຂວງ ໄດ້ໃຫ້ສໍາປະທານ ແກ່ບໍຣິສັດ ວຽດນາມ ເພື່ອປູກ ຢາງພາລາ ຈໍານວນ 100 ເຮັກຕາຣ ແລະ ກໍເປັນ ກໍຣະນີ ທີ່ຍັງຄ້າງຄາ ກັນຢູ່ ເພາະຊາວບ້ານ ບາງກຸ່ມ ຍັງບໍ່ພໍໃຈ ນໍາການທົດແທນ ຂອງ ຣັຖບານ ແລະຮຽກຮ້ອງ ເອົາດິນ ຄືນ ຫລືສເນີໃຫ້ ຣັຖບານ ຫາທີ່ດິນປູກຝັງ ບ່ອນໃໝ່ໃຫ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard