ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກລົງທຶນທີ່ສວຍໂອກາດ ໃນລາວ
Anonymous

Date:
ນັກລົງທຶນທີ່ສວຍໂອກາດ ໃນລາວ
Permalink   
 


ນັກລົງທຶນທີ່ສວຍໂອກາດ ໃນລາວ

ເຈົ້າຫນ້າທີ່ ຫ້ອງການ ທີ່ດິນ ແຂວງອຸດົມໄຊ ທ່ານນື່ງເວົ້າວ່າ ນັກລົງທຶນ ສ່ວນໃຫຍ່ ໂດຍສະເພາະ ຈີນ ສ້າງຜົລປໂຍດ ໃຫ້ແກ່ຕົນເອງ ຫລາຍກວ່າ ໃນໂຄງການ ພັທນາ ຕ່າງໆໃນລາວ.

ກຸ່ມດ່ັງກ່າວ ເຂົ້າມາລາວ ເພາະຕ້ອງການ ເອກສານ ທີ່ຕົນໄດ້ຮັບ ສຳປະທານ ໃນໂຄງການຕ່າງໆ ເພື່ອເອົາໄປໃຊ້ ຢັ້ງຢືນ ກູ້ເງິນ ຈາກ ທະນາຄານ ໃນຈີນ ແລ້ວໄປລົງທຶນ ໃນໂຄງການ ອື່ນ ທີ່ໄດ້ຜົລປໂຍດ ຫລາຍກວ່າ ຫລັງຈາກນັ້ນ ກໍຈະປ່ອຍໃຫ້ ພື້ນທີ່ສຳປະທານ ໃນລາວ ເປົ່າວ່າງ ບໍ່ມີການພັທນາ ແຕ່ຢ່າງໃດ. ດັ່ງທ່ານກ່າວວ່າ:

"ນັກລົງທຶນ ເຂົ້າມາເພື່ອຢາກ ໄດ້ນິຕິກັມ ທາງທະນາຄານ ເພື່ອໄປເຂົ້າ ສະຖາບັນ ທາງການເງິນ ເປົ້າຫມາຍຫລັກ ທີ່ນັກລົງທຶນ ເຂົ້າມາໃນແຂວງ ຂອງພວກເຮົາ ເຮົາວິເຄາະອອກ ໄປດ້ານນີ້ ຫລາຍກວ່າ ດ້ານການພັທນາ ຂະເຈົ້າເອົາໄປເຂົ້າ ສະຖາບັນການເງິນ ເພື່ອຂໍເງິນກູ້ ໄປພັທນາ ໂຄງການອື່ນ ທີ່ມີປະສິດທິຜົລ ຫລາຍກວ່ານີ້ ຕາມທີ່ເຮົາ ວິຈັຍແບບນີ້ ເປັນສ່ວນໃຫຍ່".

ທ່ານກ່າວ ຕໍ່ໄປວ່າ ຈາກການເກັບກຳ ຂໍ້ມູນ ໃນປີ 2009 ພົບວ່າ ມີບາງໂຄງການ ໃນແຂວງຫລັງຈາກ ໄດ້ຮັບສຳປະທານ ແລ້ວ ບໍ່ມີການບຸກເບີກ ໃຫ້ເປັນປໂຍດ ແຕ່ຢ່າງໃດ. ໃນປັດຈຸບັນ ທາງການແຂວງ ກໍໄດ້ຍົກເລີກ ສັນຍາໄປແລ້ວ 32% ຂອງໂຄງການ ທີ່ແຂວງໄດ້ ອະນຸມັດໃຫ້ ໃນອານາຄົດ ການອະນຸມັດ ໃຫ້ສຳປະທານ ຈະຕ້ອງໄດ້ມີ ການກວດກາ ຢ່າງລະອຽດ ເພື່ອບໍ່ໃຫ້ເກີດ ຜົລກະທົບ ຕໍ່ແຂວງ ແລະທີ່ດິນ ທຳມາຫາກິນ ຂອງປະຊາຊົນ. ທ່ານກ່າວ ເພີ້ມອີກວ່າ:

"ຕົວນີ້ ເຮົາກໍເສັຽປຽບແທ້ ພວກເຮົາ ກວດພົບເຫັນ ພວກເຮົາ ກໍໃຫ້ໂຈະເລີຍ ບໍ່ໃຫ້ເອົາເປັນທີ່ ກຳບັງ ມັນກໍບໍ່ແມ່ນ ຂໍ້ບົກຜ່ອງ ຂອງນັກລົງທຶນ ຝ່າຍດຽວ ບາງທີ່ພາກຣັຖ ຂອງເຮົາກໍມີສ່ວນ ບົກຜ່ອງນຳ ເຣື້ອງວ່າເຮົາ ສຶກສາຂໍ້ມູນ ບໍ່ຣະອຽດ ເຮົາໄປຈັດສັນ ພື້ນທີ່ໃຫ້ຂະເຈົ້າ ບໍ່ໄດ້ ແລະ ຄວາມພ້ອມ ຂອງພວກເຮົາ ທີ່ຈະອະນຸມັດ ໃຫ້ຂະເຈົ້າ ດຳເນີນ ຍັງສນອງ ໃຫ້ຂະເຈົ້າບໍ່ໄດ້".

ທ່ານກ່າວ ມ້ວນທ້າຍວ່າ ທີ່ຜ່ານມາ ການອະນຸມັດ ສຳປະທານທີ່ດີນ ໃຫ້ແກ່ ນັກລົງທຶນ ໃນແຂວງນັ້ນ ບໍ່ມີປະສິດທິພາບ ພຽງພໍ ເພາະບໍ່ໄດ້ລົງໄປ ກວດກາ ພື້ນທີ່ຢ່າງ ຈິງຈັງ ຈຶ່ງສົ່ງຜົລ ເຮັດໃຫ້ເກີດບັນຫາ ດັ່ງກ່າວ ຂຶ້ນ ຢ່າງຕໍ່ເນື່ອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard