ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທີ່ດິນຈະມີການ ປະຕິຮູປ
Anonymous

Date:
ທີ່ດິນຈະມີການ ປະຕິຮູປ
Permalink   
 


ທີ່ດິນຈະມີການ ປະຕິຮູປ

f-cut-tree

ປະທານ ກັມມະການ ວາງແຜນ ເສຖກິຈ ແລະ ການເງິນ ປະຈໍາ ສະພາແຫ່ງຊາຕ ຍານາງ ສຸວັນເພັງ ບຸບຜານຸວົງ ກ່າວຢືນຢັນ ເມື່ອວັນທີ່ 28 ສິງຫາ ນີ້ວ່າ  ຣັຖບານ ມີແຜນດໍາເນີນ ການປະຕິຮູບ ທີ່ດິນ ແລະ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ທັມມະຊາດ ທົ່ວປະເທດ ເພື່ອໃຫ້ ປະຊາຊົນ ທີ່ອາສັຍຢູ່ ອ້ອມແອ້ມທີ່ດິນ ແລະ ປ່າໄມ້ ຂອງຣັຖ ມີສິດທິ ໃນທີ່ດິນ ຫລາຍຂື້ນ.

ຍານາງ ສຸວັນເພັງ ໄດ້ແບ່ງປັນ ບົດຮຽນ ການປະຕິຮູບ ທີ່ດິນ ແລະ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ທັມມະຊາດ ໃຫ້ນັກຊ່ຽວຊານ ຈາກຫລາຍປະເທດ ໄດ້ຟັງຢູ່ທີ່ ກອງປະຊຸມ ເວິກຊ໊ອບ ທີ່ຈັດຂື້ນຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ່ 28-29 ສິງຫາ 2012 ຊື່ງມີນັກຊ່ຽວຊານ ຈາກ ເອເຊັຽ ຢູໂຣບ ອະເມຣິກາ ລາຕີນ ແລະ ທະວີບ ອະຟຣິກກາ.

ຍານາງວ່າ ບັນຫາ ການຜິດຖຽງ ຂັດແຍ່ງກັນ ໃນເຣື້ອງທີ່ດິນ ເປັນບັນຫາ ສໍາຄັນທີ່ສຸດ ທີ່ທາງຣັຖບານ ຕ້ອງແກ້ໄຂ ຢ່າງຮີບດ່ວນ ແລະ ບໍ່ໄດ້ເວົ້າວ່າ ການທົບທວນ ນະໂຍບາຍ ກົດໝາຍທີດິນ ແລະ ຊັພຍາກອນ ປ່າໄມ້ ຈະມີຂື້ນເມື່ອໃດ ແລະ ໃຫ້ສໍາເຣັດ ເວລາໃດ. ຍານາງ ພຽງຢືນຢັນວ່າ ການປະຕິຮູບ ທີ່ດິນ ໃນລາວ ແມ່ນເພື່ອ ຕ້ອງການປັບປຸງ ໃຫ້ດີຂື້ນ.

ເມື່ອວັນທີ່ 12 ມີຖຸນາ ຜ່ານມານີ້ ທາງການລາວ ປະກາດໂຈະ ການສັມປະທານ ທີ່ດິນ ແລະ ບໍ່ແຮ່ ທີ່ຍື່ນຂໍໃໝ່ ແລະ ຢຸດການໃຫ້ ສັມປະທານ ທີ່ດິນ ປູກຢາງພາຣາ ແລະ ປູກຕົ້ນ ຢູກາລິບຕັສ ຈົນຮອດປີ 2015 ແລະຈະກວດກາ ໂຄງການ ທີ່ໃຫ້ ອะນຸຍາດ ໄປແລ້ວນັ້ນ ຄືນໃໝ່ ຍ້ອນວ່າ:

1- ນັກລົງທຶນ ຫລາຍບໍຣິສັດ ບໍ່ປະຕິບັດ ຕາມກໍານົດສັນຍາ ມີແຕ່ຈັບຈອງ ທີ່ດິນຈາກຣັຖໄວ້ ແຕ່ບໍ່ເຮັດຫຍັງ ເພື່ອລໍຖ້າຂາຍ ເອົາກໍາໄຣ.

2- ລະບຽບກົດໝາຍ ການໃຫ້ ສັມປະທານ ທີ່ດິນ ແລະບໍ່ແຮ່ ຍັງມີຊ່ອງວ່າງ ຈື່ງເຮັດໃຫ້ ຜູ້ສະແຫວງຫາ ຜົນກໍາໄຣ ເຊັ່ນເຈົ້າໜ້າທີ່ ແລະ ຜູ້ລົງທືນ ພາກັນສວຍໃຊ້ ເພື່ອ ຜົນປໂຍດ ສ່ວນໂຕ ໂດຍສະເພາະ ມີການຕັດໄມ້ ແບບຜິດກົດໝາຍ. ຍັງບໍ່ເທົ່ານັ້ນ ການຕັດໄມ້ ແບບບໍ່ມີຂອບເຂດ ການຂະຫຍາຍ ເນື້ອທີ່ ປູກຕົ້ນໄມ້ ອຸດສາຫະກໍັມ ໄປກວມເອົາດິນ ຂອງ ປະຊາຊົນ ໃນທ້ອງຖິ່ນ ຈົນເກີດບັນຫາ ຄວາມບໍ່ສງົບ ພາຍໃນສັງຄົມ.

ທິດທາງໃໝ່ນີ້ ມີທ່າອ່ຽງວ່າ ຈະໃຫ້ ປະຊາຊົນ ໃນທ້ອງຖິ່ນ ມີສິດທິ ໃນການໃຊ້ທີ່ດິນ ແລະປ່າໄມ້ ຫລາຍຂື້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard