ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວປະຕິເສດຂ່າວ ສ້າງເຂື່ອນດອນສະຮົງ
Anonymous

Date:
ລາວປະຕິເສດຂ່າວ ສ້າງເຂື່ອນດອນສະຮົງ
Permalink   
 


ລາວປະຕິເສດຂ່າວ ສ້າງເຂື່ອນດອນສະຮົງ

f-donsahong

ພາຍຫລັງ ທີ່ອົງການ ແມ່ນໍ້າສາກົນ ໄດ້ເປີດເຜີຍ ວ່າ ເຂື່ອນ ດອນສະຮົງ ໃນເມືອງໂຂງ, ແຂວງຈໍາປາສັກ ມີການຕຣຽມພ້ອມ ທີ່ຈະກໍ່ສ້າງນັ້ນ, ວິທຍຸ ເອເຊັຍເສຣີ ໄດ້ສອບຖາມ ໄປຍັງ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອຂໍຄວາມ ກະຈ່າງແຈ້ງ ໃນເຣື້ອງດັ່ງກ່າວ, ຊຶ່ງ ເຈົ້າໜ້າທີ່ ວິຊາການ ປະຈໍາ ກະຊວງພະລັງງານ ແລະ ບໍ່ແຮ່ ຕອບພຽງວ່າ ຍັງບໍ່ມີການ ກໍ່ສ້າງ ແນ່ນອນ ແລະ ຍັງຕ້ອງລໍຖ້າ ຂະບວນການ ອີກຫລາຍຢ່າງ.

“ເຈົ້າ ແມ່ນແລ້ວ, ກະຊວງພະລັງງານ ຍັງບໍ່ທັນໄດ້ ກໍ່ສ້າງດອກ ຍັງຕ້ອງຜ່ານ ຫລາຍຂັ້ນຕອນ ຢູ່”

ເຖິງແມ່ນວ່າ ຣັຖບານລາວ ປະຕິເສດ ຂ່າວດັ່ງກ່າວ, ແຕ່ຈາກການ ຕິດຕາມ ຂອງ ວິທຍຸ ເອເຊັຍເສຣີ ທີ່ຜ່ານມາ ກໍພົບວ່າ ໂຄງການນີ້ ແມ່ນມີຄວາມຄືບໜ້າ ຕລອດເວລາ ເຊັ່ນ ເມື່ອເດືອນພຶສພາ ຜ່ານມາ, ບໍຣິສັດ ເມກາເຟີຣ໌ດ ຊຶ່ງເປັນຜູ່ຮັບຜິດຊອບ ໂຄງການນີ້ ໄດ້ເປີດເຜີຍ ຕໍ່ສື່ມວນຊົນ ວ່າ ຣັຖບານລາວ ໄດ້ຮັບຮອງ ຜົລການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂອງ ເຂື່ອນ ດອນສະຮົງ ແລ້ວ. ນອກຈາກນັ້ນ ເມື່ອເດືອນມົກຣາ ປີ 2012, ກໍມີຂ່າວ ວ່າ ຣັຖບານລາວ ໄດ້ມີການກໍ່ສ້າງ ສະຖານນີ ໄຟຟ້າ ທີ່ເມືອງປາກເຊ ເພື່ອໄວ້ຮອງຮັບ ໄຟຟ້າ ທີ່ຜລິດ ຈາກ ເຂື່ອນດອນສະຮົງ.

ເຖິງຢ່າງໃດ ກໍດີ, ວິທຍຸ ເອເຊັຍເສຣີ ໄດ້ສອບຖາມ ໄປຍັງ ຍານາງ ພຽນພອນ ດີເທດ, ຜູ່້ປະສານງານ ອົງການ ແມ່ນໍ້າສາກົນ ປະຈໍາປະເທດໄທ ເພື່ອຂໍຮູ້ ຣາຍລະອຽດ ຂອງຂ່າວດັ່ງກ່າວ, ຊຶ່ງຍານາງ ເວົ້າວ່າ ໂຄງການນີ້ ບໍ່ໄດ້ກໍ່ສ້າງເທື່ອ ແຕ່ຖືວ່າ ມີການຕຣຽມການ.

“ມັນບໍ່ໄດ້ ມີການກໍ່ສ້າງ ທີ່ເປັນ ສ້າງຕົວເຂື່ອນນະ, ແຕ່ວ່າ ສິ່ງທີ່ເຮົາພົບ ກໍຄືວ່າ ມີການຣະເບີດໃກ້ໆ ແຖບຮູຊ້າງນ້ອຍ ທີ່ຊາວບ້ານ ບອກວ່າ ເປັນທາງຜ່ານ ຂອງປາ ທີ່ເຂົ້າໃໝ່ ແທນດອນສະຮົງ ແຕ່ສິ່ງທີ່ສໍາຄັນ ກໍຄືວ່າ ການຕຣຽມການ ທັງຫລາຍ ເຫລົ່ານີ້ແຫລ້ ມັນຍັງບໍ່ຄວນ ດໍາເນີນການ ເພາະວ່າ ກໍເຊັ່ນດຽວກັນກັບ ເຂື່ອນ ໄຊຍະບູຣີ ຄື ເຂື່ອນດອນສະຮົງ ຍັງບໍ່ໄດ້ຮັບ ສັນທະມະຕິ ຈາກປະເທດ ສະມາຊິກ ລຸ່ມແມ່ນໍ້າຂອງນະ.”

ທັ້ງນີ້ ຍານາງ ໄດ້ກ່າວ ສລຸບ ວ່າ ຖ້າຫາກວ່າ ເຂື່ອນ ດອນສະຮົງ ບໍ່ທັນໄດ້ຮັບ ຄວາມເຫັນ ຈາກປະເທດ ສະມາຊິກ ລຸ່ມແມ່ນໍ້າຂອງນັ້ນ ກໍຄວນທີ່ຈະຍຸຕິ ການກໍ່ສ້າງ ທັງໝົດ, ຮວມທັງ ການຕຣຽມການ ຕ່າງໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard