ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການພັທນາຂອງຣັຖບານ ພົລເມືອງບໍ່ຄ່ອຍເຂົ້າໃຈ
Anonymous

Date:
ການພັທນາຂອງຣັຖບານ ພົລເມືອງບໍ່ຄ່ອຍເຂົ້າໃຈ
Permalink   
 


ການພັທນາຂອງຣັຖບານ ພົລເມືອງບໍ່ຄ່ອຍເຂົ້າໃຈ

f-fresh-market

ຈາກຫາງສຽງ ຂອງ ປະຊາຊົນ ທີ່ບໍ່ພໍໃຈ ນໍາການ ປະຕິດບັດງານ ຂອງຣັຖບານ ເວລາ ທີ່ມີແຜນພັທນາ ຕ່າງໆ ເກີດຂຶ້ນ ເຮັດໃຫ້ປະຊາຊົນ ບໍ່ຮູ້ລ່ວງໜ້າ ກ່ຽວກັບ ການກະຕຣຽມ ຕົວເອງ. ກ່ຽວກັບເຣື້ອງ ດັ່ງກ່າວ ໜ່ວຍງານ ເອກຊົນ ທີ່ໄດ້ລົງພື້ນທີ່ ຕົວຈິງ ໄດ້ອະທິບາຍ ກ່ຽວກັບ ເຣື້ອງດັ່ງກ່າວ ວ່າ ແທ້ຈິງແລ້ວ ມີໜ່ວຍງານ ໄປເຜີຍແພ່ ແຕ່ປະຊາຊົນ ສ່ວນຫລາຍ ບໍ່ໄດ້ເຂົ້າຮ່ວມ ປະຊຸມບ້ານ ຈຶ່ງບໍ່ຮູ້ຂໍ້ມູນ ຢ່າງແຈ່ມແຈ້ງ. ເຈົ້າໜ້າທີ່ ອົງການ ເອກຊົນ ແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ ເວົ້າວ່າ:

“ບ້ານນີ້ ຢູ່ລາວ ສ່ວນຫລາຍ ຄັນເພິ່ນເອີ້ນໄປ ປະຊຸມ ມັນບໍ່ໄປໝົດ ບາງຄົນ ກໍສົ່ງລູກຫລານໄປ ຕົວເອງ ກໍບໍ່ໄປ ແລະ ບັດນີ້ ຢາກຮູ້ຂໍ້ມູນ ລະອຽດ ມັນບໍ່ຮູ້ ເພາະວ່າ ຂະເຈົ້າ ສົ່ງແຕ່ ເດັກນ້ອຍໄປ ແລະ ເຮັດໃຫ້ ການເອົາຂໍ້ມູນ ການຮັບຂໍ້ມູນ ມັນບໍ່ໄດ້ທົ່ວເຖິງ ບ້ານເຮົາ ດຽວນີ້ ມັນເປັນແນວນັ້ນ ສໍາລັບ ເມືອງລາວນະ.”

ທ່ານ ກ່າວຕື່ມວ່າ ທົ່ວໄປແລ້ວ ກ່ອນຈະມີ ການປະຕິບັດງານ ຕົວຈິງ ເກີດຂຶ້ນ ປະຊາຊົນ ຈະຕ້ອງ ຮັບຮູ້ກ່ອນ, ໂດຍຈະມີໜ່ວຍງານ ຈາກແຜນພັທນາ ນໍາຂໍ້ມູນ ຢ່າງລະອຽດ ໄປຫາບ້ານ, ຊຶ່ງການປະຊຸມ ບ້ານສ່ວນຫລາຍແລ້ວ ຈະປະຊຸມກັນ ຕອນຄໍ່າ ເນື່ອງຈາກວ່າ ຕອນກາງເວັນ ປະຊາຊົນ ຕ້ອງເຮັດວຽກ. ໃນເວລາ ຕອນຄໍ່າ ປະຊາຊົນ ຮູ້ສຶກອິດເມື່ອຍ ທີ່ຈະເຂົ້າຮ່ວມ ກອງປະຊຸມ ດັ່ງນັ້ນ ຈຶ່ງບໍ່ຄ່ອຍມີຜູ່ ເຂົ້າຮ່ວມປະຊຸມ. ຍ້ອນສາເຫດ ດັ່ງກ່າວ ຈຶ່ງເຮັດໃຫ້ ປະຊາຊົນ ສ່ວນຫລາຍ ບໍ່ຮູ້ເຣື້ອງ ຕ່າງໆ ທີ່ຈະເກີດຂຶ້ນ ໃນທ້ອງຖິ່ນ ຂອງຕົນເອງ.

ໃນຂະນະດຽວກັນ, ໃນສ່ວນຂອງຣັຖບານນັ້ນ ກໍຂາດຄວາມຮັບຜິບຊອບ ໃນການກະຈາຍຂ່າວ ເຊັ່ນກັນ ເນື່ອງຈາກວ່າ ບໍ່ສາມາດ ປະຕິບັດໜ້າທີ່ ການກະຈາຍ ຂໍ້ມູນ ໄດ້ຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ. ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:

“ຣັຖບານນີ້ ເວລາຂະເຈົ້າ ໄປໃຫ້ຂໍ້ມູນ ເຈົ້າ ໄປຖ້ຽວດຽວ ເຈົ້າ ກໍວ່າ ເຈົ້າໃຫ້ຂໍ້ມູນແລ້ວ. ອັນນີ້ ເຈົ້າຕ້ອງແບບໄປອີກ, ໄປເລື້ອຍໆ ເຈົ້າຕ້ອງອອກ ໜັງສືພິມ ອອກວິທຍຸ ອັນນັ້ນ ມັນເປັນເຣື້ອງ ຂອງເບື້ອງຣັຖບານ ຖ້າເຈົ້າ ຢາກໃຫ້ມັນໂປ່ງໃສ ເຈົ້າກໍຕ້ອງ ເຮັດແນວນັ້ນ.”

ທ່ານ ກ່າວໃນຕອນທ້າຍ ວ່າ ຈາກການລົງໄປ ຮິບໂຮມເອົາຂໍ້ມູນ ຈຶ່ງຮູ້ເຖິງສາເຫດ ທີ່ແທ້ຈິງວ່າ ເປັນຫຍັງ ປະຊາຊົນ ສ່ວນຫລາຍ ຈຶ່ງບໍ່ຮູ້ ກ່ຽວກັບ ຂໍ້ມູນ ທີ່ທາງການ ໄດ້ສເນີ ແລະ ບາງເທື່ອ ກໍເປັນຄວາມຈິງ ທີ່ວ່າ ທາງການ ກະຈາຍ ຂໍ້ມູນ ບໍ່ທົ່ວເຖິງ, ຊຶ່ງບັນຫາ ທີ່ເກີດຂຶ້ນ ນີ້ ຈໍາເປັນຕ້ອງ ໄດ້ແກ້ໄຂ ທັງໃນສ່ວນຂອງ ຣັຖບານ ແລະ ປະຊາຊົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard