ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາຄ່າຊົດເຊີຍ ທີ່ຍັງຄ້າງຄາ
Anonymous

Date:
ບັນຫາຄ່າຊົດເຊີຍ ທີ່ຍັງຄ້າງຄາ
Permalink   
 


ບັນຫາຄ່າຊົດເຊີຍ ທີ່ຍັງຄ້າງຄາ

ຊາວບ້ານ ຫາດຊາຄານ ຄອບຄົວໜຶ່ງ ຊຶ່ງໄດ້ໂຍກຍ້າຍ ຈາກໂຄງກາຣ ກໍ່ສ້າງເຂື່ອນ ເທີນຫີນບູນ ພາຄຂຍາຍ ແຕ່ກໍຍັງບໍ່ທັນ ໄດ້ຮັບຄ່າຊົດເຊີຍ ແຕ່ຢ່າງໃດ ເທົ້າດຽວນີ້ ຈຶ່ງໄດ້ຮຽກຮ້ອງ ເອົາສິທທິຂອງຕົນ ເຊັ່ນດຽວກັບ ຄົນອື່ນໆ ໃນບ້ານດຽວກັນ. ດັ່ງຊາວບ້ານ ຜູ້ໜື່ງ ທີ່ບໍ່ປະສົງ ອອກຊື່ ໄດ້ກ່າວວ່າ:

“ຄືມີຄອບຄົວໜຶ່ງ ບໍ່ໄດ້ຄ່າ ຊົດເຊີຍເລີຍ ຢູ່ບ້ານ ຫາດຊາຄານ ຂະເຈົ້າກໍຕໍ່ສູ້ ແຕ່ວ່າ ທາງບໍຣິສັທ ກໍບໍ່ສາມາຕ ໃຫ້ໄດ້ ເພາະວ່າ ບໍ່ມີຣາຍຊື່ ຢູ່ໃນ (ບັນຊີ) Name list ເນາະ”

ຊາວບ້ານທ່ານນີ້ ໄດ້ແຈ້ງເພີ່ມວ່າ ທາງບໍຣິສັທ ໃຫ້ກາຣຢືນຢັນວ່າ ຄອບຄົວດັ່ງກ່າວ ບໍ່ມີຊື່ຢູ່ໃນ ບັນຊີ ຄາວທີ່ທາງບໍຣິສັທ ດຳເນີນ ກາຣສຳຣວຈ ຊື່ງອາຈເປັນຍ້ອນວ່າ ຂະເຈົ້າ ໄປເຮັດວຽກ ຢູ່ບ້ານອື່ນ ໃນຣະຫວ່າງ ທີ່ມີກາຣສຳຣວຈ ໃນຂັ້ນຕົ້ນ ຈຶ່ງບໍ່ສາມາຕ ຈັດໃຫ້ໄດ້ ແລະຂະເຈົ້າ ກໍຈຳເປັນໄດ້ ອາສັຍຢູ່ໃນເຮືອນ ຂອງຍາຕພີ່ນ້ອງ ໃນໝູ່ບ້ານ ແຫ່ງອຶ່ນ.

ກ່ຽວກັບເຣື່ອງນີ້ ທາງເອເຊັຽເສຣີ ກໍໄດ້ຕິດຕາມ ສອບຖາມ ໄປຍັງກະຊວງ ພລັງງານ ແລະ ບໍ່ແຮ່ ຊຶ່ງທາງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ກໍວ່າ ຍັງບໍ່ໄດ້ຮັບ ຣາຍງານກ່ຽວກັບ ບັນຫານີ້ ແຕ່ຢ່າງໃດເທື່ອ ໃນປັຈຈຸບັນນີ້

“ບົທຣາຍງານ ຕົວຫລ້າສຸດນີ້ ເຮົາຍັງ ບໍ່ທັນໄດ້ຮັບ ເທື່ອນ໋າ ຄືສິຍັງລໍຖ້າ ບົທຣາຍງານ ຂອງພາຄສນາມຢູ່ ພວກເຮົາ ໄດ້ຕິດຕາມ ແຕ່ເຣື່ອງກາຣກໍ່ສ້າງ ເຣື່ອງກາຣ ໂຍກຍ້າຍ”.

ເຈົ້າໜ໊າທີ່ ທ່ານນີ້ ໄດ້ເນັ້ນວ່າ ກາຣແກ້ໄຂບັນຫາ ດັ່ງກ່າວ ຈະຕ້ອງ ໄດ້ຮັບກາຣ ຣາຍງານຈາກ ທາງໂຄງກາຣ ໂດຽລະອຽດ ເສັຍກ່ອນ ແລະ ຫລັງຈາກ ມີຫລັກຖານ ຂໍ້ມູລຕ່າງໆ ແລ້ວນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຈື່ງຈະສາມາຕ ໄປຕິດຕາມ ແກ້ໄຂບັນຫາໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard