ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານເດືອດຮ້ອນ ຍ້ອນເກັບຄ່າທາງ
Anonymous

Date:
ຊາວບ້ານເດືອດຮ້ອນ ຍ້ອນເກັບຄ່າທາງ
Permalink   
 


ຊາວບ້ານເດືອດຮ້ອນ ຍ້ອນເກັບຄ່າທາງ

f-map-4k-islands

ບໍຣິສັດ ທີ່ເຮັດ ທຸຣະກິດ ທ່ອງທ່ຽວ ນໍ້າຕົກຕາດ ຫລີ່ຜີ ແຂວງຈໍາປາສັກ ສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຢູ່ໃນຂົງເຂດ ຍ້ອນມີການເກັບຄ່າ ຜ່ານທາງ ທັ້ງໆທີ່ ເຂດ ຊຶ່ງໂຄງການ ກວມເອົານັ້ນ ຕັ້ງແຕ່ກ່ອນເຄີຍເປັນ ທາງຜ່ານໄປມາ ຕາມປົກກະຕິ ຂອງ ພວກຊາວບ້ານ. ຕາມແຫລ່ງຂ່າວ ທີ່ບໍ່ປະສົງອອກຊື່ ເວົ້າວ່າ:

"ຫລີ່ຜີ ກໍມີໂຄງການ ຂອງຄົນລາວມາ ສິ່ງສໍາຄັນ ກໍຄືຊາວບ້ານ ຢູ່ບ້ານດອນຄອນ ດອນເດດ ຜ່ານເຂົ້າໄປ ຫາທໍາມາຫາກິນ ແຖວນັ້ນ ກໍໄດ້ ຊື້ປີ້ເນາະ ຜູ້ລະ 5,000 ແຕ່ວ່າ ມັນເປັນເຂດ ຂອງຂະເຈົ້າ ຜ່ານໄປ ຫາປູຫາປາ".

ແຫລ່ງຂ່າວ ເວົ້າຕໍ່ໄປວ່າ ຫລັງຈາກ ທີ່ມີບໍຣິສັດ ເຂົ້າມາ ສໍາປະທານ ພັທນາ ເພື່ອການທ່ອງທ່ຽວ ໃນເຂດ ນໍ້າຕົກຕາດ ຫຼີ່ຜີ ໄດ້ມີການ ຈັດຣະບຽບໃໝ່ ເກັບຄ່າຜ່ານ ຈາກ ຊາວບ້ານ ໃນທ້ອງຖິ່ນນັ້ນ ສິ່ງດັ່ງກ່າວ ສ້າງຄວາມບໍ່ພໍໃຈ ແລະ ຄວາມ ເດືອດຮ້ອນ ໃຫ້ພວກເຂົາເຈົ້າ ຍ້ອນວ່າ ແຕ່ໃດມາ ແມ່ນໄດ້ຜ່ານ ເຂດນັ້ນ ໄປເຮັດວຽກ ໄປຫາປູ ຫາປາ ຫາເຄື່ອງປ່າຂອງດົງ ຢ່າງເປັນປົກກະຕິ ຕລອດມາ".

ບໍຣິສັດ ທີ່ໄດ້ຮັບ ສໍາປະທານ ເຂດນັ້ນ ຈາກຣັຖບານລາວ ແມ່ນບໍຣິສັດ ຍິ່ງໂຊກໄຊ ຊຶ່ງເຂົ້າມາ ເຮັດທຸຣະກິດ ທ່ອງທ່ຽວ ຫລາຍແຫ່ງ ຢູ່ແຂວງ ຈໍາປາສັກ ທັງຢູ່ເຂດ ນໍ້າຕົກ ຄອນພະເພັງ ແລະ ວັດພູ ມໍຣະດົກໂລກ. ແຫລ່ງຂ່າວ ທີ່ວ່ານີ້ ເວົ້າຕື່ມອີກວ່າ  ຊາວບ້ານ ໃນເຂດນັ້ນ ຕ້ອງການໃຫ້ ບໍຣິສັດ ຍົກເລີກ ການເກັບ ຄ່າຜ່ານທາງ ຍ້ອນວ່າ ພວກ ເຂົາເຈົ້າ ຕ້ອງໄດ້ຜ່ານໄປ-ມາ ເພື່ອຫາຢູ່ຫາກິນ ພໍກຸ້ມປາກກຸ້ມທ້ອງ ຢ່າງເປັນປະຈໍາ ມີຣາຍໄດ້ໜ້ອຍ ແລະເຫັນວ່າ ການເກັບຄ່າ ຜ່ານທາງນັ້ນ ແມ່ນບໍ່ເໝາະສົມ.



__________________
Anonymous

Date:
Permalink   
 

5555555555555555555

ຂໍຫົວເຣາະກ່ອນດອກ ເພາະເວົ້າບໍ່ແມ່ນຄວາມຈິງ

ເພິ່ນເກັບແຕ່ນັກທ່ອງທ່ຽວ,

ພວກພາຍຂ້ອງ ພາຍແຫ ພາຍມອງ ໄປຫັ້ນ ຜ່ານໄປໂລດ.

ມາແຕ່ ອາເມລິກາ ກະຜ່ານໄປໂລດ, ຖ້າພາຍຂ້ອງ ພາຍແຫ ພາຍມອງ ໄປນຳ ບໍ່ເກັບແນ່ນອນ



__________________
Anonymous

Date:
Permalink   
 

ນຸ່ງເຄື່ອງດີ ພາຍກ້ອງຖ່າຍຮູບ ເກັບແນ່ນອນ



__________________
Anonymous

Date:
Permalink   
 

Anonymous wrote:

ນຸ່ງເຄື່ອງດີ ພາຍກ້ອງຖ່າຍຮູບ ເກັບແນ່ນອນ


 ຂ້ອຍຢູ່ໃນລາວນຸ່ງເຄື່ອງດີ ບໍ່ໄດ້ຫວະ ? ເປັນຍັງຕ້ອງມາເກັບກັນ ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard