ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກິຈການສວນຢາງພາຣາ ຝືດເຄືອງ
Anonymous

Date:
ກິຈການສວນຢາງພາຣາ ຝືດເຄືອງ
Permalink   
 


ກິຈການສວນຢາງພາຣາ ຝືດເຄືອງ

f-rubber-plantation-lp

ໃນຣະຫວ່າງເດືອນ ກໍຣະກະດາ ແລະ ສິງຫາ 2012 ຊາວກະສິກອນ ທີ່ປູກຢາງພາຣາ ໃນແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບ ຢ່າງຫລວງຫລາຍ ຍ້ອນຣາຄາ ຢາງພາຣາ ຕົກຕໍ່າ. ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ເວົ້າວ່າ:

"ໂອ໋ຢູ່ຫລວງນໍ້າທາ ນີ້ 6.5 ຢວນເນ໋າະ ຕໍກິໂລ ປະຊາຊົນ ຂາຍໄດ້ນ໋ະ ຍ້ອນຣາຄາຢາງພາຣາ ລົງ ກະອີງໃສ່ຕລາດ ຂະເຈົ້າວ່າແນວນັ້ນເດ໋".

ທ່ານເວົ້າຕໍ່ໄປວ່າ ຕາກປົກກະຕິ ຕລາດຢາງພາຣາ ຢູ່ຫລວງນໍ້າທາ ແມ່ນພໍ່ຄ້າຈີນມາຊື້ ຣາຄາ ຕົກຕໍ່າລົງຫລາຍ ຢູ່ປະມານ 6.5 ຢວນ ຊຶ່ງແຕ່ກ່ອນແມ່ນ ສາມາດຂາຍໄດ້ ໃນຣາຄາ 10 ຢວນ ຕໍ່ກິໂລກຣັມ. ປັດຈຸບັນພໍ່ຄ້າຊາວຈີນ ທີ່ມາຮັບຊື້ ອ້າງວ່າ ຕ້ອງໄດ້ຕີຣາຄາໃສ່ ຣະດັບ ຂອງຕລາດໂລກ ຊຶ່ງສ້າງຄວາມເດືອດຮ້ອນ ໃຫ້ຊາວກະສິກອນ ສວນຢາງພາຣາ ຍ້ອນເສັຍ ຣາຍຮັບໄປເກືອບເຄິ່ງນຶ່ງ.

ເພື່ອແກ້ໄບບັນຫາ ເຈົ້າໜ້າທີ່ ຜູ້ເກົ່າເວົ້າວ່າ ໄດ້ຈັດກອງປະຊຸມ ເພື່ອຫາທາງ ຊ່ວຍເຫລືອແລ້ວ ນອກຈາກນັ້ນກໍໄດ້ ປຶກສາຫາລືກັບ ພໍ່ຄ້າຊາວຈີນ ທີ່ມາຊື້ ແລະ ສົ່ງເສີມຊາວກະສິກອນ ສວນຢາງພາຣາ ດ້ານວິຊາການ ແລະ ການຜລິດໃຫ້ ມີປະສິດທິພາບ ແລະ ໃຫ້ຢາງພາຣາ ມີຄຸນນະພາບ ເພີ້ມຕື່ມ ແຕ່ທ່ານໄດ້ ເວົ້າສົ່ງທ້າຍວ່າ ການແກ້ໄຂບັນຫາ ເປັນພຽງແຜນການ ລະຍະຍາວ ໃນລະຍະສັ້ນ ຍັງແກ້ໄຂຫຍັງ ບໍ່ທັນໄດ້ເທື່ອ ແຕ່ກໍເຊື່ອວ່າແຜນການ ທີ່ກ່າວມານັ້ນ ຈະໄດ້ຜົນຢ່າງ ແນ່ນອນ.



__________________
Anonymous

Date:
Permalink   
 

ພັກລັດ ຖືກເຈັກຕົ້ມແລ້ວບໍ່ ? ລໍ້ໃຫ້ອີ່ຫນູດັດຜົມແລ້ວ,ຫາວ່າອີ່ຫນູຄໍຍາວ



__________________
Anonymous

Date:
Permalink   
 

ເວລາມີບັນຫາແນວນີ້ບໍ່ມີບັກໜ້າໝາໂຕໃດໃນກະຊວງທີ່ກ່ຽວຂ້ອງ ອອກມາແກ້ໄຂ

ເວລາເລີ້ມໂຄງການ ເວົ້າຄ່ອງເວົ້າຄື...ປຊຊຊິມີລາຍໄດ້ລາຍຮັບ...ຄິດສະເລັ່ຍທໍ່ນັ້ນທໍ່ນີ້

ຕໍ່ຄົນຕໍ່ເດືອນ...ສີ້ນປີຈະມີເງິນທໍ່ນັ້ນລ້ານ ທໍ່ນີ້ຕື້ຕໍ່ຄົນຕໍ່ປີ ...ໃນເມື່ອເຮັດບໍ່ໄດ້...ຫາທາງ

ແກ້ໂຕ ...ຍ້ອນອັນນັ້ນອັນນີ້ ...ແຕ່ຄວາມເປັນຈິງກໍສັນດານອັນເກົ່າ ຄືຂີ້ຕົວະຫັ້ນແຫຼ້ວ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard