ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແຜນຕໍ່ຕ້ານເຂື່ອນ ຂອງຊາວໄທ 8 ແຂວງ
Anonymous

Date:
ແຜນຕໍ່ຕ້ານເຂື່ອນ ຂອງຊາວໄທ 8 ແຂວງ
Permalink   
 


ແຜນຕໍ່ຕ້ານເຂື່ອນ ຂອງຊາວໄທ 8 ແຂວງ

f-kaysack

ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຂອງໄທ ແລະ ມູລນິທິ ຟື້ນຟູຊີວິດ ແລະ ທັມະຊາດ ຮ່ວມຈັດແຜນ ຕໍ່ຕ້ານ ໂຄງການ ເຂື່ອນ ໄຊຍະບູຣີ.

ເພື່ອຊຸກຍູ້ໃຫ້ ປະຊາຊົນທົ່ວໄປ ຮູ້ເຫັນເຖິງ ຄວາມສໍາຄັນ ຂອງແມ່ນໍ້າຂອງ ແລະ ຜົນກະທົບ ຖ້າຫາກມີການ ສ້າງເຂື່ອນ ໄຊຍະບູຣີ. ທ່ານ ໄກສັກ ຊຸນຫະວັນ ອາດີດ ສະມາຊິກ ສະພາ ຜູ້ແທນຣາສດອນ ກ່າວເປີດງານ ໃນວັນທີ 10 ກັນຍາ 2012 ດັ່ງນີ້:

"ທ່ານວ່າ ວັນນີ້ເປັນວັນເຣີ່ມ ການປະທ້ວງ ຕໍ່ຕ້ານເຂື່ອນ ໄຊຍະບູຣີ ຈະມີພໍ່ແມ່ພີ່ນ້ອງ ໝູ່ເພື່ອນ ຈາກ 5-6 ແຂວງ ໃນປະເທດໄທ ຮວມເຖິງ ຊາວໄຮ່ຊາວນາ  ຜູ້ທີ່ໄດ້ຮັບ ການກະທົບກະເທືອນ ທັງໃນລາວ ແຕ່ບໍ່ສາມາດ ທີ່ຈະເວົ້າໄດ້ ຍ້ອນປະເຊີນ ຜະເດັດການໃນປະເທດ ຂອງເຂົາ ຊາວປະໂມງ ຊາວໄຮ່ຊາວນາຂເມນ ນັກອະນຸຮັກ ທີ່ວຽດນາມ ເປັນ 10 ລ້ານຄົນ ຈະຢູ່ຄຽງຂ້າງ ພວກທ່ານ".

ທ່ານເນັ້ນວ່າ ແມ່ນໍ້າຂອງ ເປັນແມ່ນໍ້າທີ່ສໍາຄັນ ທີ່ສຸດສາຍນຶ່ງ ໃນໂລກ ຊຶ່ງປະຊາຊົນ ມີຄວາມຈໍາເປັນ ຕ້ອງເພິ່ງພາອາໄສ ມີຄວາມຫລາກຫລາຍ ທາງວັທນະທັມ ແລະ ພືດພັນ ຫລາຍທີ່ສຸດ. ດັ່ງນັ້ນ ພວກທ່ານ ໃນຖານະປະຊາຊົນ ທີ່ຈະໄດ້ຮັບ ຜົນກະທົບ ຈຶ່ງຕ້ອງອອກມາ ຮຽກຮ້ອງ ໃຫ້ມີການຍຸດໂຄງການ ເຂື່ອນ ໄຊຍະບູຣີ.

ໃນງານຊຶ່ງຈັດຂຶ້ນ ແຕ່ວັນທີ 9 ຫາ 16 ກັນຍາ ທີ່ຈະມີການໃຫ້ ຄວາມຮູ້ກ່ຽວກັບ ແມ່ນໍ້າຂອງ ແລະ ຜົນກະທົບ ຈາກເຂື່ອນໄຊຍະບູຣີ ມີການສະແດງ ຮູບພາບ ແມ່ນໍ້າຂອງ ແລະ ພື້ນທີ່ກໍ່ສ້າງເຂື່ອນ ຮວມເຖິງການຮ່ວມ ລົງຊື່ຄັດຄ້ານ ໂຄງການເຂື່ອນ ໄຊຍະບູຣີ.

ຍານາງ ອ້ອມບຸນ ທິບສຸນາ ຜູ້ຕາງໜ້າເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ກໍກ່າວວ່າ ຄັ້ງນີ້ ປະຊາຊົນ ແຄມຝັ່ງ ແມ່ນໍ້າຂອງ ຈະບໍ່ຍອມໃຫ້ ຣັຖບານ ເມີນເສີຍ ໃນເຣື່ອງ ໂຄງການສ້າງ ເຂື່ອນ ໄຊຍະບູຣີ:

"ປະຊາສັມພັນ ໃຫ້ພີ່ນ້ອງອິສານ ຄັ້ງນີ້ ບໍ່ຍອມ ແລະ ຄັ້ງຕໍ່ໄປກໍຄືກັນ ຖ້າຣັຖບານນີ້ ຈະມາຈາກສາຍ ພັກການເມືອງໃດ ກໍຕາມ ພີ່ນ້ອງອິສານບໍ່ເອົາ ຖ້າສນັບສນູນ ການສ້າງ ເຂື່ອນ ໄຊຍະບູຣີ".

ຍານາງ ອ້ອມບຸນ ວ່າ ປັດຈຸບັນກໍາລັງ ຄອຍຖ້າຄໍາຕອບ ຈາກນາຍົກຣັຖມົນຕຣີ ເຣື່ອງທີ່ ປະຊາຊົນ ສົ່ງໜັງສືຂໍໃຫ້ ຣັຖບານ ຢຸດດໍາເນີນການ ຕາມສັນຍາຊື້ ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ຖ້າຣັຖບານຍັງເອົາ ທ່າທີເມີນເສີຍ ເຄືອຂ່າຍ ປະຊາຊົນ ຈະພຍາຍາມ ຈັດກິຈກັມ ຕໍ່ຕ້ານເຂື່ອນ ໄຊຍະບູຣີ ໃຫ້ຫລາຍຂຶ້ນ ໂດຍຈະບໍ່ຍອມຢຸດ ການເຄື່ອນໄຫວ ຄືກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard