ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານວຽດນາມພາກັນ ຫີ້ວຫອບເຂົ້າລາວ
Anonymous

Date:
ຄົນງານວຽດນາມພາກັນ ຫີ້ວຫອບເຂົ້າລາວ
Permalink   
 


ຄົນງານວຽດນາມພາກັນ ຫີ້ວຫອບເຂົ້າລາວ

ໜັງສືພິມ ເຄຫະສະຖານ ວຽດນາມ ຣາຍງານວ່າ ບໍຣິສັດກໍ່ສ້າງ ຊົ່ງດາ ຂອງວຽດນາມ ກຳລັງນຳພາ ບໍຣິສັດລົງທຶນ ຜລິດພະລັງງານ ວຽດ-ລາວ ແລະ ບໍຣິສັດ ຮ່ວມພັທນາ ວຽດນາມ ສ້າງເຂື່ອນເຊກະໝານ ໃນພາກໃຕ້ ຂອງລາວ ແລະ ທາງບໍຣິສັດ ຈະນຳເຂົ້າຄົນງານ ວຽດນາມ ກວ່າ 4,000 ຄົນ ເພື່ອມາກໍ່ສ້າງ ເຂື່ອນ ດັ່ງກ່າວ.

ໜັງສືພິມ ເຄຫະສະຖານ ວຽດນາມ ແຈ້ງອີກວ່າ ເຂື່ອນເຊກະໝານ ເປັນເຂື່ອນຂນາດນ້ອຍ ສາມາດຜລິດ ໄຟຟ້າ ໄດ້ພຽງແຕ່ 250 ເມກາວັດ. ບໍຣິສັດຊົ່ງດາ ເຊັນສັນຍາກັບ ຣັຖບານລາວ ເອິ້ນວ່າສັນຍາ ສ້າງ-ບໍຣິຫານ ແລະໂອນ ຊຶ່ງໝາຍຄວາມວ່າ ບໍຣິສັດຊົ່ງດາ ເປັນຜູ້ລົງທຶນສ້າງ ແລ້ວບໍຣິຫານ ເປັນເວລາ 30 ປີ ຈາກນັ້ນກໍໂອນໃຫ້ ຣັຖບານລາວ.

ນອກຈາກຈະສ້າງ ເຂື່ອນ ຢູ່ລາວແລ້ວ ບໍຣິສັດຊົ່ງດາ ຍັງມີໂຄງການ ສ້າງເຂື່ອນ ຕຶກອາຄານ ແລະ ຖນົນຫົນທາງ ຫລາຍແຫ່ງ ຢູ່ວຽດນາມ ຕົວຢ່າງ ປັດຈຸບັນ ກຳລັງສ້າງ ເຂື່ອນ ຕ່ຽນກັ່ງ ຊຶ່ງເປັນເຂື່ອນໃຫຍ່ ສົມຄວນ ທີ່ຕ້ອງໃຊ້ເງິນທຶນ ເພື່ອກໍ່ສ້າງ ເຖິງ 500 ລ້ານ ດອນລ່າ ສະຫະຣັຖ. "ຊົ່ງດາ" ແມ່ນບໍຣິສັດ ກໍ່ສ້າງ ທີ່ໃຫຍ່ທີ່ສຸດ ຂອງຣັຖບານ ວຽດນາມ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard