ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວວຽດນາມພັດຖິ່ນ ແລະວຽດນາມປັຈຈຸບັນ
Anonymous

Date:
ຊາວວຽດນາມພັດຖິ່ນ ແລະວຽດນາມປັຈຈຸບັນ
Permalink   
 


ຊາວວຽດນາມພັດຖິ່ນ ແລະວຽດນາມປັຈຈຸບັນ

ການເຊື່ອມ ສັມພັນຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ກັບບ້ານເກີດ ເມືອງນອນ ຈະໄດ້ຮັບການ ກວດກາຄືນ ໃນກອງປະຊຸມ ທີ່ຈະຈັດຂຶ້ນຢູ່ ໂຮຈິມິນຊີຕີ ໃນທ້າຍເດືອນ ນີ້.

ຜູ້ຕາງໜ້າ ຂອງຊາວວຽດນາມ ພັດຖິ່ນ ປະມານ 1,000 ຄົນ ຈະເຂົ້າຮ່ວມ ກອງປະຊຸມ ທີ່ໃສ່ຊື່ວ່າ “ນິສັຍທັດ ສໍາລັບປີ 2020 ຂອງຊາວວຽດນາມ ໃນ ຕ່າງປະເທດ ກັບບ້ານເກີດ ເມືອງນອນ”.

ຮອງຣັຖມົນຕຣີ ກະຊວງການ ຕ່າງປະເທດ ວຽດນາມ ທ່ານ Nguyen Thanh Son ຊຶ່ງເປັນປະທານ ຄນະກັມມະການ ຊາວວຽດນາມ ໃນຕ່າງປະເທດ ໄດ້ກ່າວຕໍ່ ສື່ມວລຊົນ ວ່າ ກອງປະຊຸມ ຈະຮື້ຟື້ນ ກວດກາຄືນ ໃນການພັທາ ຂອງຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ເພື່ອໃຫ້ ນະໂຍບາຍ ຂອງຣັຖບານ ສອດຄ່ອງ ກັບຜົນຂອງ ກອງປະຊຸມ ຄັ້ງທໍາອິດ ໃນປີ 2009.

ຜົນ ຂອງກອງປະຊຸມ ເທື່ອນີ້ ຍັງຈະເຮັດໃຫ້ ຣັຖບານສາມາດ ເກັບກໍາທ້ອນໂຮມ ເອົາຄວາມຄິດ ຄວາມເຫັນ ກ່ຽວກັບ ວ່າຈະໃຊ້ຝີມື ແລະ ວິຊາການ ຂອງ ຊາວວຽດນາມ ໃນຕ່າງປະເທດ ເພື່ອສ້າງປະໂຫຍດ ໃຫ້ ອຸດສາຫະກັມ ພາຍໃນປະເທດ ແລະ ເຮັດໃຫ້ ປະເທດຊາດ ທັນສໄມຂຶ້ນ ໄດ້ຢ່າງໃດ໋?

ກອງປະຊຸມ ມີກໍານົດເປີດຂຶ້ນ ໃນມືວັນທີ 27 ກັນຍາ 2012 ຈະສົນທະນາ 4 ປະເດັນຫລັກ: ອະນາຄົດ ຂອງຊຸມຊົນ ການເຊື່ອມເຂົ້າກັນ ທາງເສຖກິຈ ແລະບັນຫາ ການຂຍາຍໂຕ ວັທນະທັມ ຮີດຄອງປະເພນີ ຂອງຊາດ ແລະ ແຮງກະຕຸ້ນ ເພື່ອໃຫ້ຊຸມຊົນ ມີຄວາມ ສາມັກຄີ ກັນ.



__________________
Anonymous

Date:
Permalink   
 

ດີເນາະ

ບໍ່ເຫັນຊິຕໍ່ຕ້ານລັດຖະບານ ຄືກັບ ລາວພັດຖິ່ນ



__________________
Anonymous

Date:
Permalink   
 

Anonymous wrote:

ດີເນາະ

ບໍ່ເຫັນຊິຕໍ່ຕ້ານລັດຖະບານ ຄືກັບ ລາວພັດຖິ່ນ


 ຜູ່ນໍາແລະຣັຖບານວຽດນາມປ່ຽນແປງນະໂຍບາຍແລະຣັຖທັມນູນຫຼາຍຢ່າງຕາມຄວາມຮຽກຮ້ອງຕ້ອງການຂອງຊາວວຽດນາມພົ້ນທະເລ

ຍອມປ່ຽນແປງເນື້ອເພງຊາດເພື່ອດຶງດູດເອົາຄົນວຽດນາມໃນທົ່ວໂລກເຂົ້າໄປຕັ້ງຖິ່ນຖານໃນປະເທດວຽດນາມ,

ແຕ່ຣັຖບານລາວຍາມໃດ໋ກໍ່ອົບຮົມສັ່ງສອນໃຫ້ລູກຫຼານຜູ່ເກີດໃໝ່ໃຫຍ່ລຸນມີຄວາມຄຽດແຄ້ນແລະຫາທຸກວິທີທາງເພື່ອດັບສູນຄົນລາວພົ້ນທະເລ

ແລ້ວຈະໃຫ້ຄົນລາວຫັນໜ້າເຂົ້າຫາກັນໄດ້ແນວໃດ໋?



__________________
Anonymous

Date:
Permalink   
 

ວຽດນາມເຂົາອະນຸຍາດໃຫ້ຖືສອງສັນຊາດໄດ້ ຈຶ່ງມີຄົນວຽດຫຼາຍກ່ວາ 4 ລ້ານຄົນ
ທີ່ອາໃສຢູ່ໃນປະເທດອາເມຣິກາ ການາດາ ຝຣັ່ງແລະອົດສະຕຣາລີ ພາກັນກັບໄປເອົາສັນຊາດວຽດນາມ
ແລະພາກັນຫອບເງິນຫອບຄວາມຮູ້ກັບຄືນໄປຢູ່ວຽດນາມ
ແຕ່ລັດຖະບານລາວບໍ່ກ້າເຮັດຄືວຽດ ຂະນາດຊິອະໄພຍະໂທດໃຫ້ພວກທີ່ເພິ່ນຕັດສິນລົງໂທດ
ຕອນໂຄ່ນລົ້ມອໍານາດ 23 ສິງຫາຫັ້ນ ເພິ່ນກະຍັງບໍ່ກ້າ.
ຫຼັງຈາກລັດຖະບານວຽດນາມ ອະໄພຍະໂທດໃຫ້ຫງວຽນເກົາກີ
ກໍ່ມີຄົນວຽດນາມຢູ່ນອກປະເທດກັບເມືອຄ້າຂາຍຫາກິນຢູ່ວຽດ
ໂດຍບໍ່ຕ້ອງຢ້ານວ່າຊິຖືກຢາເບື່ອຂອງວຽດນາມແດງ.
ບາດຄົນລາວເຮົາ ກັບເມືອຢາມບ້ານຊື່ໆ ກັບມາໃສ້ຂາດຕາຍຫຼາຍຄົນ
ເຮັດຈັ່ງໃດຊິເຊື່ອໃຈກັນໄດ້ລະພໍ່ອາວເອີຍ .

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard