ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ຄໍາມ່ວນຮັບການຊ່ວຍເຫຼືອ ຈາກ EU
Anonymous

Date:
ຂ.ຄໍາມ່ວນຮັບການຊ່ວຍເຫຼືອ ຈາກ EU
Permalink   
 


ຂ.ຄໍາມ່ວນຮັບການຊ່ວຍເຫຼືອ ຈາກ EU

f-eu-wfp

ປະຊາຊົນ ຫລາຍກວ່າ 39,000 ຄົນ ແຂວງຄໍາມ່ວນ ກໍາລັງປະເຊີນ ກັບຄວາມຍາກ ລໍາບາກ ຈາກຜົນກະທົບ ຍາວນານ ຂອງ ພະຍຸເຂດຮ້ອນ. ອີງຕາມ ຖແລງການຮ່ວມ ຂອງ ສະຫະພາບ ຢູໂຮບ ແລະ ໂຄງການ ອາຫານໂລກ ວັນທີ 10 ກັນຍາ 2012.

ປັດຈຸບັນ ພວກຊາວບ້ານ ບໍ່ສາມາດ ແກ້ໄຂບັນຫາ ການຂາດແຄນ ອາຫານການກິນ ຈົນກວ່າ ຈະເຖິງລະດູ ການເກັບກ່ຽວ ໃນຄັ້ງຕໍ່ໄປ ໄດ້ແລ້ວ ຍ້ອນໄດ້ມີການ ອຸດຫນູນ ຊ່ວຍເຫລືອເງິນ 404,000 ຢູໂຣ ຫລື ປະມານ 503 ພັນ ໂດລາ ສະຫະຣັຖ ຈາກອົງການ ຊ່ວຍເຫລືອ ດ້ານມະນຸສທັມ ສະຫະພາບ ຢູໂຮບ ECHO ໂດຍ ຜ່ານໂຄງການ ອາຫານໂລກ WFP.

ງົບປະມານ ດັ່ງກ່າວ ຈະເປັນ ການສນັບສນູນ ຊ່ວຍເຫລືອ ຄວາມພຍາຍາມ ຂອງ ຣັຖບານລາວ ໃນການບັນເທົາທຸກ ຜູ້ທີ່ປະສົບ ພັຍພິບັດ ໄດ້ຮັບຄວາມ ເດືອດຮ້ອນ ຈາກພັຍນໍ້າຖ້ວມ.

ໂຄງການ ດັ່ງກ່າວນີ້ ໄດ້ຮັບການ ຮ່ວມມື ຈາກຣັຖບານລາວ ພ້ອມກັບ ການສນັບສນູນ ຈາກອົງການ World Vision International ທີ່ໄດ້ ມອບພາລະໃຫ້ ໂຄງການ ອາຫານໂລກ ເປັນຜູ້ຊ່ວຍເຫລືອ ດ້ານອາຫານ ການກິນທີ່ດີ ຕໍ່ສຸຂພາບ ແລະ ການໃຫ້ຄວາມຮູ້ ກ່ຽວກັບ ອາຫານ ການກິນທີ່ດີ ຕໍ່ສຸຂພາບ ແກ່ຄອບຄົວ ທີ່ໄດ້ສູນເສັຍ ຜົນລະປູກ ຍ້ອນເຫດນໍ້າຖ້ວມ ທີ່ເກີດຈາກພະຍຸ ແລະ ຝົນຕົກໜັກ ຜິດປົກກະຕິ ໃນປີ 2011.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard