ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນມີຜົນກະທົບ ຕໍ່ຜູ້ຕ້ອງຍ້າຍຖິ່ນ
Anonymous

Date:
ເຂື່ອນມີຜົນກະທົບ ຕໍ່ຜູ້ຕ້ອງຍ້າຍຖິ່ນ
Permalink   
 


ເຂື່ອນມີຜົນກະທົບ ຕໍ່ຜູ້ຕ້ອງຍ້າຍຖິ່ນ

f-baan-na-tor

ຊາວບ້ານ ຫ້ວຍສູຍ  ທີ່ມີຖິ່ນຖານ ຢູ່ໃກ້ບໍຣິເວນ ໂຄງການ ເຂື່ອນ ໄຊຍະບູຣີ ເວົ້າວ່າ ພວກຕົນ ບໍ່ຢາກຍ້າຍອອກ ຈາກບ້ານເດີມ ເພາະວ່າ ເກີດຢູ່ຫັ້ນ ກໍຢາກຕາຍຢູ່ຫັ້ນ ຕາມຄໍາເວົ້າ ຂອງ ທ່ານ ສຸເທບ ກິດສະໜາວາຣິນ ຊ່າງພາບໄທ ທີ່ເຂົ້າໄປ ຖ່າຍພາບ ການໃຊ້ຊີວິດ ຂອງຊາວບ້ານ ໃນເຂດນັ້ນ ແລ້ວນໍາ ເອົາຄວາມຮູ້ສືກ ຂອງຊາວບ້ານ ມາເຜີຽແຜ່ ຢູ່ໃນງານ ນິເທສການ ປົກປ້ອງ ແມ່ນໍ້າຂອງ ທີ່ບາງກອກ ເມື່ອ ວັນທີ່ 9 ກັນຍາ ຜ່ານມາວ່າ:

"ເຮົາໄດ້ໂອ້ລົມ ກັບລູງຄົນນີ້ ຢູ່ໃນບ້ານ ຫ້ວຍສູຍ ລາວບອກວ່າ ລາວເວົ້າຫຍັງ ບໍ່ໄດ້ ຖ້າຈະຖາມແທ້ໆ ເຈົ້າເປັນນັກຂ່າວບໍ່? ຂ້ອຍບໍ່ເວົ້າ ແຕ່ ຂ້ອຍຢູ່ນີ້ ມາຕລອດຊີວິດ ເກີດຢູ່ນີ້ ໃຫຍ່ຢູ່ນີ້ ກໍຢາກຕາຍຢູ່ນີ້ ບໍ່ຢາກຍ້າຍ ແຕ່ວ່າ ມັນຈໍາເປັນແທ້ໆ ຮູ້ສືກວ່າ ບ່ອນທີ່ ເຂົາເຈົ້າ ຍ້າຍໄປຢູ່ນັ້ນ ມັນຄືກັນກັບ ທະເລຊາຍ ມັນທໍາມາ ຫາກິນຫຍັງ ບໍ່ໄດ້".

ທ່ານ ສຸເທບວ່າ ສິ່ງທີ່ໜ້າເປັນຫ່ວງ ນໍາຊາວບ້ານ ກໍຄືວ່າ ບ້ານນາຕໍ່ ບ່ອນທີ່ ທາງການ ລາວຈັດສັນໄວ້ ສໍາລັບຊາວບ້ານ ທີ່ໄດ້ ຮັບຜົນກະທົບ ຈາກ ໂຄງການເຂື່ອນ ໄຊຍະບູຣີ ນັ້ນ ເປັນພື້ນທີ່ ປູກຝັງບໍ່ໄດ້ ຊື່ງສ້າງຄວາມຫຍຸ້ງຍາກ ໃຫ້ເຂົາເຈົ້າ.

ທິມງານ ຊ່າງພາບໄທ ໄດ້ເຂົ້າໄປເຮັດ ສາຣະຄະດີ ຊີວິດການເປັນຢູ່ ຂອງຊາວບ້ານ ທີ່ຕັ້ງຢູ່ ລຽບໆແຄມຂອງ ໃນແຂວງ ໄຊຍະບູຣີ ຊາວບ້ານໆ ຫ້ວຍສູຍ ບອກກັບລາວວ່າ:

"ໂອຍ ຄັນເວົ້າເຣື້ອງເຂົາ ພໍ່ກໍບໍ່ຮູ້ຄືກັນ ແຕ່ ພໍ່ກໍບໍ່ພໍໃຈແຫລະ ແຕ່ວ່າ ມັນຈໍາເປັນ ເກີດທີ່ນີ້ ໄຫ່ຽຢູ່ນີ້ ແລະ ບໍ່ຢາກອອກ ຈາກຖິ່ນນີ້".

ທ່ານ ສຸເທບ ອະທິບາຍວ່າ ບ້ານເຮືອນ ທີ່ສ້າງໄວ້ ສໍາລັບຊາວບ້ານ ທີ່ຕ້ອງຍ້າຍ ໄປຢູ່ນັ້ນ ແມ່ນ ບໍຣິສັດພັທນາ ກໍ່ສ້າງເຂື່ອນ ບໍ່ແມ່ນຣັຖບານ ທ່ານ ກໍເລີຍຖາມ ໃນທີ່ປະຊຸມ ວ່າເປັນຫຍັງ ຣັຖບານລາວ ປະປ່ອຍໃຫ້ ບໍຣິສັດ ເຮັດຈັ່ງຊີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard