ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາພື້ນທີ່ປູກຢາງພາຣາ ຂ.ຜົ້ງສາລີ
Anonymous

Date:
ບັນຫາພື້ນທີ່ປູກຢາງພາຣາ ຂ.ຜົ້ງສາລີ
Permalink   
 


ບັນຫາພື້ນທີ່ປູກຢາງພາຣາ ຂ.ຜົ້ງສາລີ

ເຈົ້າໜ້າທີ່ແຂນງ ປ່າໄມ້ ແຂວງຜົ້ງສາລີ ວ່າ ປັຈຈຸບັນນີ້ ພົບເຫັນມີຂໍ້ມູລ ທີ່ວ່າ ນັກທຸຣະກິຈ ຊາວຈີນ ທີ່ໄດ້ຮັບ ສັມປະທານ ພື້ນທີ່ ສຳຫລັບ ໂຄງກາຣ ປູກຕົ້ນຢາງພາຣາ ຫລາຍແຫ່ງ ພາຍໃນແຂວງນັ້ນ ມີກາຣລັກຂຍາຍ ພື້ນທີ່ ອອກໄປເກີນຂອບເຂຕ ທີ່ພວກຕົນໄດ້ ຮັບອະນຸຍາຕ. ດັ່ງເຈົ້າໜ້າທີ່ ທ່ານໜຶ່ງໄດ້ ກ່າວວ່າ:

“ໂຕນີກະມີ ພື້ນທີ່ໆເຮົາ ອະນຸມັຕ ເປັນເຂຕອ້ອມພູ ອ້ອມຜານີ້ ເຮົາກໍບໍ່ໃຫ້ ຂະເຈົ້າປູ ແຕ່ວ່າຂະເຈົ້າ ຈະມີກາຣບຸກຣຸກ ພວກເຮົາໄດ້ ກວດກາຄືນ ໝາຍຄວາມວ່າ ຍຸຕິ ແບບຂຍາຍເນື້ອທີ່ ສັມປະທານບໍ? ເນື້ອທີ່ກາຣລົງທຶນ ຂນາດໃຫຍ່ ຫັ້ນ ເນາະ”.

ໃນຂະນະດຽວກັນ ທ່ານກໍວ່າ ກາຣບຸກຣຸກ ຕາມພື້ນທີ່ ທີ່ບໍ່ຢູ່ໃນໂຄງກາຣ ສັມປະທານ ແຕ່ລະແຫ່ງນັ້ນ ຖືວ່າເປັນກາຣ ລະເມີດ ກົດຣະບຽບຢ່າງ ຮ້າຍແຮງ ເຮັດໃຫ້ທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ຕ້ອງໄດ້ໄປກວດກາ ແລະ ເກັບກຳຂໍ້ມູລ ເພື່ອນຳສເນີຕໍ່ ທາງຂັ້ນແຂວງ ນຳເອົາຜູ້ຕ້ອງຫາ ໄປດຳເນີນຄະດີ ແລະ ປັບໃໝໃສ່ໂທສ ເຖີງຂັ້ນຕ້ອງໃຫ້ ຍຸຕິກາຣປູກ ຢາງພາຣາ ກໍເປັນໄດ້:

“ພວກເຮົາກວດກາ ພາຍຫລັງ ກວດກາແລ້ວ ຈະມີກາຣປັບປຸງ ສັນຍາຄືນໃໝ່ເນາະ ແລ້ວກໍໃຊ້ມາຕກາຣ ບາງອັນທີ່ມີ ລັກສະນະ ຮຸນແຮງ ສັນຍາ ຫັ້ນປັບປຸງ ໝາຍຄວາມ ວ່າ ຖ້າວ່າມັນຮຸນແຮງ ເຮົາກໍຈະກ້າວ ໄປເຖີງ (ຕ້ອງໃຫ້) ຍົກເລີກໂຄງກາຣ”.

ເຈົ້າໜ້າທີ່ລາວ ໄດ້ແຈ້ງເພີ່ມວ່າ ປັຈຈຸບັນນີ້ ແຂວງຜົ້ງສາລີ ມີພື້ນທີ່ ປູກຢາງພາຣາ ທັງໝົດ 17,600 ເຮັກຕ໊າ ແລະ ໂຄງກາຣປູກ ຢາງພາຣາ ຈະມີກາຣ ປະຕິບັຕ ກັນ 3 ຢ່າງຄື: ໂຄງກາຣ 2 ບວກ 3 ກາຣສັມປະທານ ແລະຊາວບ້ານ ເປັນຄົນປູກເອງ ແລະວ່າ ສະເພາະໂຄງກາຣ 2 ບວກ 3 ແລະ ກາຣສັມປະທານ ນັ້ນມັກຈະມີ ກາຣລັກຂຍາຍ ພື້ນທີ່ ຂອງກາຣປູກຢາງ ເລື້ອຍໆ ແຕ່ໃນຣະຍະ ຜ່ານມາ ກໍບໍ່ເຄີຍເຫັນ ມີກາຣປັບປຸງ ສັນຍາ ຫລືກາຣປັບໃໝ ໃສ່ໂທສ ຜູ້ກະທຳຜິດ ແຕ່ຢ່າງໃດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard