ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນໄຊຍະບູຣີ ຈະສ້າງຕໍ່ໄປ
Anonymous

Date:
ເຂື່ອນໄຊຍະບູຣີ ຈະສ້າງຕໍ່ໄປ
Permalink   
 


ເຂື່ອນໄຊຍະບູຣີ ຈະສ້າງຕໍ່ໄປ

f-xd-project

ຣັຖມົນຕຣີ ກະຊວງພລັງງານ ສປປລາວ ໄດ້ແຈ້ງຢູ່ ກອງປະຊຸມ ທີ່ ກຸງພະນົມເປັນ ໃນມື້ວັນພຸທ ຜ່ານມານີ້ວ່າ ທາງກາຣລາວ ຍັງຈະສືບຕໍ່ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ຕໍ່ໄປ ແລະ ກໍໄດ້ຕົກລົງ ທີ່ຈະຂາຍ ກະແສໄຟຟ້າ ສ່ວນໜຶ່ງ ໃຫ້ແກ່ຣັຖບາລ ກັມພູຊາ ນຳອີກ.

ທ່ານສຸລີວົງ ດາຣາວົງ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວທີ່ກອງປະຊຸມ ຄັ້ງທີ່ 30 ຂອງຄນະຮັຖມົນຕຣີ ພລັງງານອາຊ໊ຽນ ໃນມື້ວັນທີ່ 12 ກັນຍາ ນີ້ວ່າ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນເຂຕແຂວງ ໄຊຍະບູຣີ ທີ່ວ່າ ຈະສາມາຕ ຜລິຕກະແສໄຟຟ້າ ໄດ້ເຖີງ 1,285 ເມກະວັຕນັ້ນ ເປັນເຂື່ອນທີ່ ປອດພັຍ ແລະ ຈະບໍ່ສ້າງ ຄວາມກັງວົນ ແກ່ປະເທສເພື່ອນບ້ານ ແຕ່ຢ່າງໃດ.

ເຈົ້າໜ້າທີ່ລາວ ດັ່ງກ່າວ ຍັງໄດ້ປະຕິເສດ ຂ່າວຊ່າລື ທີ່ວ່າທາງກາຣ ຣັຖບາລ ກັມພູຊາ ແລະວຽຕນາມ ໄດ້ພາກັນສເນີ ບໍ່ໃຫ້ທາງກາຣລາວ ລົງມືກໍ່ສ້າງເຂຶ່ອນ ຂນາດໃຫຍ່ ໃນມູລຄ່າ 3.8 ຕື້ (3 ຕື້ 800 ລ້ານ) ດອລລາຣ໌ ສະຫະຣັຖ ນີ້ເທື່ອ ຈົນກວ່າຈະມີ ກາຣສຳຣວຈວິຈັຍ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ຢ່າງຮອບຄອບ ຕື່ມອີກ ເສັຍກ່ອນນັ້ນ ວ່າບໍ່ມີຄວາມຈີງ ແຕ່ຢ່າງໃດ ພ້ອມຍັງໄດ້ເນັ້ນວ່າ ມີກາຣຕຣຽມ ຕາມບໍຣິເວນ ສອງຝັ່ງແມ່ນ້ຳ ໄປແດ່ແລ້ວ ແຕ່ຫາກໄດ້ຍຸຕິ ເປັນກາຣຊົ່ວຄາວ ໃນຣະດູຝົນ ນີ້ເທົ່ານັ້ນ.

ສຳຫລັບໂຄງກາຣ ຂາຍ ກະແສໄຟຟ້ານັ້ນ ທ່ານສຸລິວົງ ກໍວ່າ ມີກາຣຕົກລົງ ສົ່ງຂາຍໃຫ້ໄທຽ ແລະວຽຕນາມ ພ້ອມກັນຂາຍສ່ວນໜຶ່ງ ໃຫ້ກັມພູຊາ ນຳດ້ວຍ ແລະວ່າຍັງມີ ໂຄງກາຣ ທີ່ຈະຂາຍຕື່ມອີກ ໃຫ້ທຸກປະເທສ ທີ່ມີຊາຍແດນ ຕິດກັບ ປະເທສລາວ.

ຢ່າງໃດກໍຕາມ ທາງບັນດາປະເທສ ທີ່ເປັນກັມມາທິກາຣ ແມ່ນ້ຳຂອງ ຫລື MRC ອັນມີ: ກັມພູຊາ ວຽຕນາມ ລາວ ແລະໄທຽ ກໍໄດ້ຕົກລົງ ໃນເດືອນທັນວາ ຜ່ານມາ ບໍ່ໃຫ້ມີ ກາຣລົງມືກໍ່ສ້າງ ເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້ເທື່ອ ຈົນກວ່າວ່າ ກາຣສຳຣວຈທາງດ້ານ ຜົລກະທົບ ຂ້າມພົມແດນ ໃນປະເທສເພື່ອນບ້ານ ຈະແລ້ວສຳເຣັຈ ເສັຍກ່ອນ.

ອີງຕາມກາຣຣາຍງານ ຂອງພະນົມເປັນ ໂພສຕ໌ ສະບັບວັນທີ່ 13 ກັນຍາ 2012 ນີ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard