ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: Sanum Investments ເຜີຍການລົງທຶນໃນລາວ
Anonymous

Date:
Sanum Investments ເຜີຍການລົງທຶນໃນລາວ
Permalink   
 


Sanum Investments ເຜີຍການລົງທຶນໃນລາວ

ບໍຣິສັດ Lao Holdings ແລະ ບໍຣິສັດສາຂາ Sanum Investment ໄດ້ຕັ້ງເວັບໄຊຕ໌ ທີ່ມີຊືວ່າ shameonlao.com ເພື່ອເປີດເຜີຽ ຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບ ສົນທິສັນຍາ ທີ່ທາງບໍຣິສັດ ກ່າວອ້າງ ໃນການສົ່ງຟ້ອງ ເພື່ອ ບໍ່ໃຫ້ຣັຖບານລາວ ຍຶດກິຈການ ຂອງບໍຣິສັດ ທີ່ມີມູນຄ່າເຖິງ $ 400 ລ້ານ ແບບຜິດກົດໝາຍ ແລະ ຂໍ້ມູນ ທີ່ຣັຖບານລາວ ຍົກເລີກອະນຸຍາດ ໂຄງການ ທີ່ອາດມີມູນຄ່າ ຫລາຍຮ້ອຍລ້ານ ໂດລາ ສະຫະຣັຖ. ຕາມລາຍງານ ອົງການຂ່າວ AFP.  ທ່ານ  Jody Jordahl ປະທານ ບໍຣິສັດ Sanum ກ່າວວ່າ:

ພວກທ່ານຢາກໃຫ້ ຄົນທັງຫລາຍເຫັນ ພຶດຕິກັມ ທີ່ຣັຖບານລາວ ໄດ້ປະຕິບັດ ຕໍ່ບໍຣິສັດ ຂອງທ່ານ. ພວກທ່ານບໍ່ພຽງແຕ່ ກັງວົນນໍາວ່າ ພຶດຕິກັມ ຂອງ ຣັຖບານລາວນີ້ ຈະມີຄວາມໝາຍ ແນວໃດ ສໍາລັບ ພະນັກງານ ຫລາຍໆຄົນ ແລະພວກທ່ານເອງ. ພວກທ່ານ ເປັນຫ່ວງນໍາວ່າ ມັນຈະມີຄວາມໝາຍ ແນວໃດ ຕໍ່ການລົງທືນ ຂອງ ຕ່າງປະເທດຢູ່ລາວ ໂດຍທົ່ວໄປ ຊື່ງປະເທດຊາຕ ແລະ ປະຊາຊົນ ຕ້ອງການທີ່ສຸດ. ພວກທ່ານ ຂໍເຊີນຜູ້ຄົນທັງຫລາຍ ທີ່ເສັຽຫວັງກັບການ ກະທໍາ ຂອງຣັຖບານລາວ ໃຫ້ຕິດຕໍ່ໄປຍັງ ຫ້ອງການກ່ຽວຂ້ອງ ວ່າຕົນຮູ້ສືກເສັຽຫວັງ ຫລາຍປານໃດ.

ທ່ານ  Jordahl ກ່າວວ່າ ທາງບໍຣິສັດຂອງທ່ານ ໄດ້ລົງທຶນໃນລາວ ໃນມູນຄ່າ $85  ລ້ານ US ເມື່ອ 5 ປີກ່ອນ. ຖ້າວ່າຣັຖບານລາວ ບໍ່ປ່ຽນແປງ ການປະຕິບັດ ຕໍ່ບໍຣິສັດ ຂອງທ່ານແລ້ວນັ້ນ ມູນຄ່າການລົງທຶນ ຄົງມີຫລາຍກ່ວາ $500 ລ້ານ US ມາຮອດມື້ນີ້.

ທ່ານວ່າ ຣັຖບານລາວ ໄດ້ລົງນາມ ໃນສົນທິສັນຍາ ປົກປ້ອງການລົງທຶນ ຂອງຕ່າງປະເທດ. ກໍຣະນີຂັດແຍ່ງກັນ ໃນການລົງທຶນ ດັ່ງກ່າວນີ້ ຈະແມ່ນສູນຊໍາລະ ບັນຫາ
ຂັດແຍ້ງ ວ່າດ້ວຍການລົງທຶນ ທີ່ສັງກັດຢູ່ໃນ ທະນາຄານໂລກ ເປັນຜູ້ພິຈາຣະນາ.

ເມື່ອວັນທີ່ 12 ກັນຍາ ທາງການລາວ ກ່າວວ່າ ຈະບໍ່ຍຶດຊັພສິນ ໃດໆທັງໝົດ ໃນການລົງທຶນ ຂອງຕ່າງປະເທດ. ບໍຣິສັດການລົງທຶນ ອາດເຂົ້າໃຈຜິດໄປເອງ ແລະບອກວ່າ ກະຊວງການເງິນ ກວດພົບວ່າ ທາງບໍຣິສັດ ຍັງບໍ່ໄດ້ຊໍາລະໜີ້ ພາສີ ຢ້ອນຫລັງ ຕາມກົດໝາຍຂອງລາວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard