ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການກູ້ຢືມ ການພັທນາ ແລະ ບັນຫາທີ່ຕາມມາ
Anonymous

Date:
ການກູ້ຢືມ ການພັທນາ ແລະ ບັນຫາທີ່ຕາມມາ
Permalink   
 


ການກູ້ຢືມ ການພັທນາ ແລະ ບັນຫາທີ່ຕາມມາ

f-lanxang-ave

ຊາວລາວ ໃນ ນະຄອນຫລວງ ວຽງຈັນ ຈໍານວນນຶ່ງ ເປັນຫ່ວງເຣື່ອງ ການກູ້ຍືມເງິນ ຂອງຣັຖບານ ຈາກຕ່າງປະເທດ ເພື່ອມາພັທນາ ທີ່ເຫັນວ່າເກີນ ຂອບເຂດ ໃນນະຄອນ ຫລວງວຽງຈັນ ຮວມເຖິງບັນຫາ ຣົດລາກໍຫລາຍ ເພີ່ມຂຶ້ນ ແຕ່ເສັ້ນທາງກໍບໍ່ດີ ບ່ອນຈອດຣົດ ບໍ່ພຽງພໍ. ດັ່ງຊາວລາວ ທ່ານນຶ່ງເວົ້າວ່າ:

"ມີການພັທນາຂຶ້ນ ແລະກໍເປັນຫ່ວງ ໃນການພັທນາ ກໍສິແມ່ນບັນຫາ ເຣື່ອງການກູ້ຍືມ ຕົວນີ້ ກໍອາດມີບັນຫາ ເພາະວ່າຣາຍໄດ້ ເຮົາບໍ່ທັນຫລາຍ ສ່ວນຫລາຍ ຈາກການ ພັທນາເກີນຂອບເຂດ ຣາຍໄດ້ເຮົາໜ້ອຍ ຣາຍອອກເຮົາຫລາຍ ຢ້ານມັນມີ ຄຸມເຄືອຕໍ່ໄປ ຕົວນີ້ລະ ຕົວເປັນຫ່ວງ".

ທ່ານກ່າວອີກວ່າ ການພັທນາ ໃນນະຄອນຫລວງ ຂຍາຍໂຕໄວຫລາຍ ມີນັກລົງທຶນ ຈາກຕ່າງປະເທດ ເຂົ້າມາຫລາຍ ຊຶ່ງເຮັດຣາຍໄດ້ ໃຫ້ແກ່ນັກລົງທຶນ ແຕ່ນັກພໍ່ຄ້າ ທ້ອງຖິ່ນ ຕ້ອງຕໍ່ສູ້ກັບ ການແຂ່ງຂັນ ຈາກນາຍທຶນໃຫຍ່.

ການກູ້ຢືມຂອງຣັຖບານ ທີ່ວ່າເພື່ອມາພັທນາ ກໍຈະສົ່ງຜົນ ກະທົບ ໃສ່ປະຊາຊົນ ເຣື່ອງການຂຶ້ນພາສີ. ບັນຫານຶ່ງອີກ ທີ່ມາພ້ອມກັບ ການພັທນາ ກໍຄືດຽວນີ້ ແລະ ອະນາຄົດ ບັນຫາຣົດຕິດ ຖນົນຫົນທາງ ບໍ່ໄດ້ມາຕຖານ. ຊາວວຽງຈັນອີກຜູ້ນຶ່ງ ເວົ້າວ່າ:

"ເປັນຫ່ວງຕອນນີ້ ເສັ້ນທາງ ກໍບໍ່ຄ່ອຍດີ ຣົດກໍຕິດຫລາຍ ກວ່າເກົ່າ ດຽວນີ້ທາງມັນຈະຂຍາຍ ອອກໄປຫລາຍ ກໍບໍ່ໄດ້ ເພາະວ່າມີຕຶກ ມີຫ້ອງແຖວ ມີບ້ານຫລາຍ ຢາກໃຫ້ ສ້ອມແຊມ ທາງໃຫ້ມັນດີຂຶ້ນ ກວ່າເກົ່າ ຂີ້ຝຸ່ນກໍຫລາຍ ດິນແດງ ທາງກໍເປັນຫລຸບ ເປັນໂນນ ເກີດອຸບັດຕິເຫດ ກໍຫລາຍ".

ທຸກມື້ນີ້ ຣົດມີຈໍານວນ ເພີ່ມຂຶ້ນ ເສັ້ນທາງທໍ່ເກົ່າ ບ່ອນຈອດຣົດ ກໍບໍ່ມີເພີ່ມ ເຮັດໃຫ້ຖນົນ ໃນນະຄອນຫລວງ ວຽງຈັນ ມີຄວາມຫຍູ້ງຍາກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard