ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣະບຽບໃໝ່ໃນວັງວຽງ
Anonymous

Date:
ຣະບຽບໃໝ່ໃນວັງວຽງ
Permalink   
 


ຣະບຽບໃໝ່ໃນວັງວຽງ

ທາງການລາວ ມີຜົນສໍາເຣັດ ພຽງເລັກນ້ອຍ ທີ່ຕັ້ງກົດເກນ ໃຫ້ນັກທ່ອງທ່ຽວ ທີ່ລົງຫລິ້ນ ລ່ອງນໍ້າ ໃຊ້ຢາງຕີນຣົຖ ໃສ່ເສື້ອຊູຊີີພ ຫລັງຈາກມີ ນັກທ່ອງທ່ຽວ ເສັຍຊີວິດ ໃນນໍ້າຊອງ.

ທາງການລາວ ໄດ້ສັ່ງປິດ ຮ້ານກິນດື່ມ ທີ່ໃຫ້ເຊົ່າ ຢາງຕີນຣົຖ ຫລາຍສິບແຫ່ງ ຊຶ່ງບາງບ່ອນ ເປີດຮອດເດິກ ໃນແຕ່ລະຄືນ ແຕ່ຫລັງຈາກ ກົດຣະບຽບ ອອກມາໄດ້ 2 ອາທິດ ນໍ້າຊອງ ກໍເລີ້ມຄຶກຄື້ນ ຄືນອີກ ມີຢາງຕີນຣົຖ ໃຫ້ເຊົ່າປະມານ 100 ໜ່ວຍ ຫລຸດລົງ ຈາກຕາມ ປົກກະຕິ 500 ໜ່ວຍ.

ພາຍໃນປີນີ້ ມີນັກທ່ອງທ່ຽວ ເສັຍຊີວິດ 6 ຄົນ ຮວມທັງຊາວ ອອສເຕຣເລັຍ 3 ຄົນ ແລະ ໃນປີກາຍນີ້ ມີຜູ້ເສັຍຊີວິດ ຫລາຍກວ່າ 20 ຄົນ ຈາກການຫລິ້ນ ລ່ອງນໍ້າໃຊ້ຢາງ ຕີນຣົຖ ສ່ວນຫລາຍ ປະກອບກັບ ເຫລົ້າ ແລະ ຢາເສພຕິດ ພາຍໃນເວລາ 10 ປີ ຜ່ານມາ ເມືອງວັງວຽງ ເປັນບ່ອນທ່ອງທ່ຽວ ທີ່ໄດ້ຮັບ ຄວາມນິຍົມສູງ ຈາກ ນັກທ່ອງທ່ຽວ ແບກຖົງ ທີ່ເອີ້ນກັນວ່າ Backpackers.

ກົດຣະບຽບທີ່ໃຊ້ ໃນນະຄອນຫລວງ ວຽງຈັນ ຄື: ຮ້ານບັນເທີງຕ່າງໆ ຕ້ອງປິດ ຕອນທ່ຽງຄືນ ແຕ່ບໍ່ໄດ້ບັງຄັບໃຊ້ ຢູ່ເມືອງວັງວຽງ ນອກຈາກຈະເປີດ ຕາມໃຈແລ້ວ ເຫລົ້າ ແລະ ຢາເສພຕິດ ກໍມີຢູ່ທົ່ວໄປ.

ຣະບຽບໃໝ່ ບັງຄັບໃຫ້ໃສ່ ເສື້ອຊູຊີພ ແຕ່ເຈົ້າຂອງຮ້ານ ເຊົ່າເຄື່ອງ ກໍບໍ່ເອົາຫົວຊາ ພຽງແຕ່ຖາມວ່າ “ລອຍນໍ້າເປັນບໍ່” ແລ້ວກໍພໍ. ເຈົ້າຂອງຮ້ານກິນດື່ມ ແລະ ຊາວຄ້າຂາຍ  ທ້ອງຖິ່ນ ຈົ່ມວ່າ ຣະບຽບໃໝ່ ເຮັດໃຫ້ ທຸຣະກິຈ ຝືດເຄືອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard