ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນຈີນເຂົ້າມາລາວ ສ້າງຄວາມກັງວົນໃຫ້ແກ່ຊາວລາວ
Anonymous

Date:
ຄົນຈີນເຂົ້າມາລາວ ສ້າງຄວາມກັງວົນໃຫ້ແກ່ຊາວລາວ
Permalink   
 


ຄົນຈີນເຂົ້າມາລາວ ສ້າງຄວາມກັງວົນໃຫ້ແກ່ຊາວລາວ

f-chinese-vt

ຊາວນະຄອນ ຫລວງວຽງຈັນ ວິຕົກນໍາເຣື່ອງ ທີ່ຄົນຈີນ ເຂົ້າມາຂຍາຍ ພົລເມືອງ ໃນຖີ່ນອາສັຍ ມາແຕ່ດົນນານ ຂອງພວກຕົນ. ຕາມກົດໝາຍ ຂອງລາວ ຜູ້ທີ່ຈະອາສັຍ ຢູ່ໃນລາວໄດ້ ຈະຕ້ອງມີ ເອກກະສານ ທີ່ຖືກຕ້ອງ ແຕ່ກໍປາກົດວ່າ ທາງຣັຖບານ ບໍ່ຄ່ອຍເຄັ່ງຄັດ ໃນເຣື່ອງນີ້ ທັງຍັງ ສນັບສນູນ ໃຫ້ມີການສ້າງ ສະຖານທີ່ ໃຫ້ເປັນທີ່ຢູ່ ອາສັຍ ຂອງພວກຊາວຈີນ ອີກດ້ວຍ. ຕາມຄໍາເວົ້າ ຂອງຄົນລາວ ທີ່ບໍ່ ປະສົງອອກຊື່:

"ກວດຄືກັນ ມີບາງສ່ວນ ກໍມີຖືກຕ້ອງ ບາງສ່ວນກໍ ບໍ່ມີຖືກຕ້ອງ ບ້ານເຮົາກໍ ກວດຄືກັນ ກວດໄປກໍໄປ ເຈີຜູ້ໃຫຍ່ເຂົ້າ ແລ້ວເຂົາກໍ ເຄລັຽກັນ ແລ້ວກໍປ່ອຍຄືກັນ ຈີນຢູ່ວຽງຫລາຍ ແຕ່ວ່າ ວຽດນີ້ກໍຫລາຍ ແຕ່ວ່າວຽດ ຈະເປັນກັມມະກອນ ຈີນນີ້ບໍ່ມີເລີຍ ມີແຕ່ຂາຍເຄື່ອງ ລູກດຽວ ທຸຣະກິດເຂົາ ເຂົາເຣັດເປັນ ອານາຈັກເຂົາເລີຍ ເຂົາກໍເຂົ້າມາ ບ່ອນໃດ ຄົນເຂົາໝົດເລີຍ ຄົນລາວເຮົາ ກໍຄ່ອຍສລາຍໄປເອງ".

ທ່ານເວົ້າຕື່ມວ່າ ອັນທີ່ເຫັນໄດ້ ຢ່າງຈະແຈ້ງ ກໍຄືແຜນການ ສ້າງເມືອງຈີນ China town ຂຶ້ນ ໃນນະຄອນຫລວງ ວຽງຈັນ ເພື່ອເປັນບ່ອນຢູ່ອາສັຍ ຂອງຄົນຈີນ ສ່ວນ ຊາວລາວ ທີ່ເຄີຍອາສັຍຢູ່ ບໍຣິເວນນັ້ນ ກໍຕ້ອງໄດ້ຍ້າຍອອກ ໄປຢູ່ບ່ອນອື່ນ ເພາະເປັນແຜນ ພັທນາຕົວເມືອງ ຂອງຣັຖບານ ຊຶ່ງປະຊາຊົນ ເຫັນວ່າ ຣັຖບານລາວ ໃຫ້ສິດ ພິເສດ ແກ່ຄົນຈີນ ຫລາຍກວ່າຄົນ ໃນທ້ອງຖີ່ນ.

ການເຂົ້າມາຢູ່ ອາສັຍ ທີ່ເພີ່ມຫລາຍຂຶ້ນ ຂອງຄົນຈີນນັ້ນ ຊາວລາວເຫັນວ່າ ມີຜົນກະທົບ ໂດຍກົງ ຕໍ່ພໍ່ຄ້າແມ່ຄ້າ ຊາວລາວ ເພາະພວກເຂົາ ຈະນໍາສິນຄ້າ ຣາຄາຖືກ ທຸກປະເພດ ເຂົ້າມາຂາຍນໍາ:

"ມີສ່ວນຫລາຍ ຂ້ອນຂ້າງຫລາຍ ຢຸດສງັກຫລາຍ ພໍ່ຄ້າແມ່ຄ້າ ຊາວລາວ ເພາະຈີນຈະເຂົ້າມາ ໝົດທຸກຮູບແບບເລີຍ ແບບມັນຈະເຂົ້າມາ ອ່ານວ່າບ້ານເຮົາ ຕ້ອງການ ຫຍັງ ມັນເອົາເຂົ້າມາ ໝົດເລີຍ ຊ່ວງນີ້ ຫລັງຈາກຈີນເຂົ້າມາ ສ່ວນຫລາຍຈີນ ມັນເກັບເອົາເງິນໝົດ ຈີນແຫລະ ສ່ວນຫລາຍ ຈີນມັນຈະເອົາ ສິນຄ້າ ມັນເຂົ້າມານໍາ ຫລາຍ".

ການເຂົ້າມາຂອງຄົນຈີນ ຫລາຍເກີນຂອບເຂດ ພາຍໃຕ້ການ ສນັບສນູນ ຂອງຣັຖບານລາວ ໃນທຸກມື້ນີ້ ຊາວລາວ ທົ່ວໄປແລ້ວ ບໍ່ດີໃຈຍ້ອນວ່າ ຊາວລາວ ເປັນເຈົ້າຂອງ ປະເທດແທ້ໆ ຊໍ້າຜັດຕ້ອງຖືກ ໂຍກຍ້າຍອອກ ເພື່ອໃຫ້ຄົນຕ່າງດ້າວ ເຂົ້າຢູ່ແທນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard