ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສຶກສາໃນລາວ ກໍາລັງຖືກແກ້ໄຂ
Anonymous

Date:
ການສຶກສາໃນລາວ ກໍາລັງຖືກແກ້ໄຂ
Permalink   
 
ການສຶກສາໃນລາວ ກໍາລັງຖືກແກ້ໄຂ

f-litu-buapao2

ກະຊວງ ສຶກສາທິການ ລາວ ພວມເລັ່ງ ປັບປຸງ ຄຸນນະພາບ ໂຮງຮຽນ ເອກກະຊົນ ໃຫ້ໄດ້ມາຕຖານ ທັງບ່ອນຈະເປີດໃໝ່ ແລະ ທີ່ເປີດຢູ່ແລ້ວ ກໍຕ້ອງໄດ້ກວດກາ ຄືນວ່າໄດ້ ມາຕຖານ ຄົບຖ້ວນຫລືບໍ່?. ສ່ວນໂຮງຮຽນ ພາກຣັຖ ກໍຕ້ອງໄດ້ປັບປຸງ ໃຫ້ມີ ຄຸນນະພາບ ເຊັ່ນກັນ. ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ສຶກສາທິການ ໃນວັນທີ 18 ກັນຍາ:

"ເຮົາຈະຕ້ອງໄດ້ ຄວບຄຸມ ດ້ານມາຕຖານ ເຮົາຈະບໍ່ອະນຸຍາດ ໃຫ້ໂຮງຮຽນ ແຕ່ບໍ່ມີມາຕຖານຕໍ່າສຸດ ຮອງຮັບ ທາງຂອງເອກກະຊົນ ກໍຕ້ອງໄດ້ ເບິ່ງຄືນ ດຽວນີ້ມັນເຖິງເວລາ ເຮົາຕ້ອງປັບປຸງ ຄຸນນະພາບເປັນຫລັກ ສະນັ້ນເຮົາ ຈະຕ້ອງເນັ້ນວ່າ ທຸກຍ່າງມັນຕ້ອງມີ ມາຕຖານ ຖ້າໂຮງຮຽນໃດ ບໍ່ໄດ້ມາຕຖານ ຈະຕ້ອງມີການ ປັບປຸງ ຖ້າບໍ່ປັບປຸງ ກໍມີ ແຕ່ຕ້ອງໃຫ້ຢຸດ ຊົ່ວຄາວ ເພື່ອປັບປຸງ".

ທ່ານກ່າວຕື່ມວ່າ ມາຕຖານຣະດັບຕໍ່າສຸດ ກໍຄືວ່າ ຄຣູທີ່ຈະມາສອນ ຈະຕ້ອງຢູ່ໃນຣະດັບ ທີ່ສູງກວ່າຣະດັບຊັ້ນ ທີ່ສອນ ແລະ ຈະຕ້ອງຜ່ານ ໂຮງຮຽນສ້າງຄູ 2-3 ປີ ອາຄານ ໂຮງຮຽນ ຈະຕ້ອງມີຫລາຍກວ່າ 1 ອາຄານ ລັກສະນະຂອງ ຫ້ອງຮຽນ ຫ້ອງທົດລອງ ຫ້ອງສະມຸດ ສະຖານທີ່ ຫລິ້ນກິລາ ສໍາລັບນັກຮຽນ ຕ້ອງໃຫ້ມີພ້ອມ ແລະໄດ້ມາຕຖານ ທັງຕ້ອງມີຫລັກສູດ ການຮຽນການສອນ ທີ່ທາງກະຊວງສຶກສາ ໄດ້ຮັບຮອງເອົາ. ສໍາລັບໂຮງຮຽນ ຂອງຣັຖ ທ່ານວ່າ ຈະຕ້ອງໃຫ້ມີ ຣະດັບມາຕຖານ ເຊັ່ນດຽວກັບ ໂຮງຮຽນ ເອກກະຊົນ:

"ຂອງຣັຖບານ ກໍກໍາລັງປັບປຸງ ເຮົາຢູ່ໃນຣະຍະ ການປະຕິຮູບ ການສຶກສາ ຣະຍະທີ 2 ທີ່ພວກເຮົາເລັ່ງໃສ່ ຍົກຣະດັບຄວາມຮູ້ ຄວາມສາມາດ ຂອງຄຣູສອນ ທຸກຄົນ ເພື່ອໃຫ້ຄຣູທີ່ສອນ ທຸກຄົນແຕ່ລະບ່ອນ ຈະໄດ້ມາຕຖານ ຕໍ່າສຸດ ອັນນີ້ມັນຈຸດ ບໍຣິມະສິດ ທີ່ພວກເຮົາສຸມໃສ່ ເຮັດຢູ່ດຽວນີ້".

ທ່ານ ລີຕູ ກ່າວສລຸບວ່າ ໃນຣະຍະທີ່ຜ່ານມາ ການສຶກສາໃນລາວ ຖືວ່າ ຂຍາຍຕົວບໍ່ຮອບດ້ານ ບໍ່ໄດ້ມາຕຖານ ແລະ ບໍ່ມີຄຸນນະພາບ ດີພໍ ຈຶ່ງເຮັດໃຫ້ ບໍ່ສາມາດສ້າງ ບຸຄລາກອນ ທີ່ມີຄຸນນະພາບໄດ້. ດັ່ງນັ້ນ ການກໍານົດມາຕຖານ ສໍາລັບ ທຸກໂຮງຮຽນ ຈະເຮັດໃຫ້ການ ພັທນາການສຶກສາ ໃນລາວດີຂື້ນ.

__________________
Anonymous

Date:
Permalink   
 
ເບີ່ງເອົາພີ່ນ້ອງລາວ... 38ປີຜ່ານມາ.ຖ້າເປັນຄົນເກີດຂື້ນມາແຕ່ປີ1975ມາຮອດປັດຈຸບັນນີ້ ພວກຄົນ ເຫຼົ່ານັ້ນໝອຍ ຫງອກ ກັນໝົດທຸກຄົນແລ້ວ..ພັກລັດຫາແຕ່ມາປັບປຸງເລື້ອງການສຶກສາ..ເບີ່ງເອົາ...

ເຖີງຊິປັບປຸງໄດ້ໃນເວລານີ້ ກໍຍັງຖືວ່າລະບົບການສິດການສອນກໍຍັງລ້າສະໄໝກວ່າການສຶກສາກ່ອນປີ

1975ອີກ...98,97%  ເພາະວ່າຈົບມາແລ້ວໃຊ້ງານໃຊ້ການຫຍັງບໍ່ໄດ້,ເຕະຝຸ່ນຫາງານທໍາຍັງບໍ່ໄດ້ເລີຍ

ທີ່ພໍຫາງານທໍາໄດ້ເປັນຫຼັກເປັນແຫຼ່ງກໍແມ່ນແບກຖົງຊິເມັນ ທໍາງານຮັບຈ້າງເປັນກັມມະກອນລາຍວັນ

ຢູ່ເມືອງໄທ ພວກຍິງສາວບາງຄົນພໍ່ແມ່ບໍ່ມີເງິນຊຸກຍູ້ສົ່ງເສີມ ຈົບປະຖົມກໍຂາຍຫີຂາຍແຕດພໍໄດ້ເງິນ

ໄປເສັຽພາສີໃຫ້ພໍ່ໃຫ້ແມ່ , ຜູ້ຊາຍບາງຄົນກໍໄປຄ້າຂາຍຢາເສບຕິດ ,ສວ່ນຫຼວງຫຼາຍເປັນແນວນັ້ນ

ເພື່ອຄວາມຢູ່ລອດ ,ຖ້າບໍ່ເຮັດກໍບໍ່ມີກິນອີ່ຫຼີ ...

__________________
Anonymous

Date:
Permalink   
 
Anonymous wrote:

 ປັບປຸງການສຶກສາພາກເອກະຊົນ ທີ່ມີບາງບ່ອນບາງສະຖາບັນ ໄປຮຽນບໍ່ຄົບຊົ່ວໂມງກໍ່ໄດ້ໃບປະກາດ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard