ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖນົນ 450ປີ ເປັນເສັ້ນທາງໂຈຣະກັມ
Anonymous

Date:
ຖນົນ 450ປີ ເປັນເສັ້ນທາງໂຈຣະກັມ
Permalink   
 


ຖນົນ 450ປີ  ເປັນເສັ້ນທາງໂຈຣະກັມ

ຊາວນະຄອນຫລວງ ວຽງຈັນ ໄດ້ເວົ້າຕໍ່ ເອເຊັຍເສຣີ ວ່າຖນົນຫລວງ 450 ປີ ທີ່ເຊື່ອມຕໍ່ ລະຫວ່າງ ເມືອງຫາດຊາຍຟອງ ກັບເສັ້ນທາງໄປ ພາກເໜືອ ແລະ ໃຕ້ນັ້ນ ປັດຈຸບັນ ເປັນອັນຕະລາຍ ບໍ່ປອດພັຍ ສໍາລັບຜູ້ໃຊ້ຣົຖ ໃຊ້ຖນົນ ໂດຍສະເພາະ ຣົຖຈັກ ຜ່ານໄປມາ ໃນຍາມກາງຄືນ ຍ້ອນວ່າຢູ່ຕາມ ເສັ້ນທາງສາຍນີ້ ມັກມີກຸ່ມຂີ້ຢາ ອອກມາດັກ ປຸ້ນຈີ້ຊິງຊັພ ແລະ ທໍາຮ້າຍຮ່າງກາຍ ຜູ້ຄົນເລື້ອຍໆ ສ້າງຄວາມບໍ່ສງົບ ໃຫ້ສັງຄົມ. ຊາວນະຄອນຫລວງ ວຽງຈັນ ເວົ້າວ່າ:

"ແລ້ວບາດນີ້ມັນປ່ຽວ ທາງມັນມືດໝົດ ບໍ່ມີໄຟ ບໍ່ມີຫຍັງເດ໋ ຖ້າຣົຖຈັກ ໄປກາງຄືນ ໂອກາດທີ່ຈະຖືກປຸ້ນ ຖືກຫຍັງກະມີສູງ ມີຢູ່ເລື້ອຍໆ ກາງຄືນເຂົາ ບໍ່ໃຫ້ໄປເລີຍ ເພາະ ບາງເທື່ອເຂົາ ກ໋ະຊິຂີ່ຣົຖຈີ້ເອົາ ບາງເທື່ອ ເຂົາກະຊິຂຶງລວດ ໄວ້ເລີຍ ຖ້າເຈົ້າຂີ່ຣົຖ ລະດັບຄໍ ກໍຕັດຄໍເລີຍ".

ລາວເວົ້າຕໍ່ໄປວ່າ ມີຫລາຍຄົນ ຖືກທໍາຮ້າຍຮ່າງກາຍ ບາດເຈັບສາຫັດ ແຕ່ຍັງບໍ່ທັນມີ ລາຍງານວ່າເຖິງຂັ້ນ ເສັຍຊີວິດ. ກ່ຽວກັບບັນຫານີ້ ທາງເຈົ້າໜ້າທີ່ ປກສ ຕ້ອງໄດ້ ແກ້ໄຂ ຢ່າງຮີບດ່ວນ ເພາະເປັນເຣື່ອງ ຄວາມປອດພັຍ ຂອງ ປະຊາຊົນ.

ເພື່ອຄວາມ ກະຈ່າງແຈ້ງ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງກະຊວງ ປ້ອງກັນຄວາມສງົບ ນະຄອນຫລວງ ວຽງຈັນ ແຕ່ກໍໄດ້ຮັບ ຄໍາຕອບວ່າ ບໍ່ຮູ້ກ່ຽວກັບການ ປຸ້ນຈີ້ຊິງຊັພ ແລະ ທໍາຮ້າຍຮ່າງກາຍ ໃນຖນົນຫລວງ 450 ປີ. ແຕ່ເພື່ອຄວາມ ແນ່ໃຈ ກໍຈະກວດສອບ ສິ້ງຊອມເບິ່ງ ສະຖານະການ ຕໍ່ໄປ. ເຈົ້າໜ້າທີ່ປ້ອງກັນ ຄວາມສງົບ ເວົ້າວ່າ:

"ຢູ່ເສັ້ນທາງ 450 ປີ ຍັງເທື່ອຍັງ ບໍ່ຮູ້ເທື່ອ ຈະລອງໂທ ເຊັກເບິ່ງເດີ".

ເຖິງຢ່າງໃດກໍດີ ເພື່ອຄວາມປອດພັຍ ແລະ ຫລີກລ້ຽງ ການໃຊ້ຣົຖຈັກ ເດີນທາງ ຄົນດຽວ ໃນຍາມກາງຄືນ ຫາກຈໍາເປັນ ກໍຄວນເດີນທາງ ຫລາຍໆຄົນ ພ້ອມກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard