ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາຣພັທນາເມືອງໃໝ່ ບຶງທາຕຫລວງ
Anonymous

Date:
ກາຣພັທນາເມືອງໃໝ່ ບຶງທາຕຫລວງ
Permalink   
 


ກາຣພັທນາເມືອງໃໝ່ ບຶງທາຕຫລວງ

f-thatluang-marsh

ຊາວບ້ານ ທາຕຫລວງ ໃນເຂຕ ກໍາລັງ ມີກາຣພັທນາ ບຶງທາຕຫລວງ ໃຫ້ເປັນເມືອງໃໝ່ ເຣີ່ມຮູ້ສຶກ ວ່າໄດ້ຮັບ ຜົລກະທົບ ໃນການໃຊ້ ຊີວີຕ ປະຈໍາວັນ ແລ້ວ.

ໂຄງກາຣພັທນາ ເຂຕ ບຶງທາຕຫລວງ ນະຄອນຫລວງ ວຽງຈັນ ໃຫ້ເປັນເມືອງໃໝ່ ເຣີ່ມສ້າງຄວາມ ຫຍຸ້ງຍາກ ໃຫ້ ປະຊາຊົນ ທີ່ຍັງເຫລືອຄ້າງຢູ່ ນັ້ນແລ້ວ ເພາະຕ້ອງໄດ້ ໂຍກຍ້າຍ ອອກຈາກທີ່ດິນ ຂອງພວກຕົນ ໄປຢູ່ບ່ອນໃໝ່ ເຊັ່ນດຽວກັບ ຊາວບ້ານຄົນອື່ນໆ. ຊາວບ້ານຜູ້ໜຶ່ງ ເວົ້າວ່າ:

“ມັນກໍມີບ້າງ ແຫລະນະ ຕອນນີ້ ເຂົາກຳລັງທຳ (ເຮັດ) ຖນົນຢູ່ ທຳຖນົນຜ່ານ ບຶງທາຕຫລວງໄປເລີຍ ມັນເປັນໜອງ ເປັນບຶງເຂົ້າໄປ ກໍທຳທີ່ບຶງໄປກ່ອນ”.

ສຳລັບ ກາຣໂຍກຍ້າຍ ຂອງ ປະຊາຊົນນັ້ນ ບາງສ່ວນກໍໄດ້ ໄປຢູ່ບ່ອນໃໝ່ແລ້ວ ແຕ່ຄອບຄົວ ຂອງ ຜູ້ທີ່ເວົ້າຢູ່ນີ້ ຍັງບໍ່ທັນໄດ້ ຍ້າຍເທື່ອ ເພາະວ່າເຮັດຄ້າຂາຍ ໃນເຂຕບ້ານ ທາຕຫລວງ ມາໄດ້ດົນນານແລ້ວ ແລະ ກໍມີລູກຄ້າ ຕິດຕໍ່ຄ້າຂາຍ ກັນມາຕລອດ ຈຶ່ງຈໍາເປັນ ຕ້ອງໄດ້ຊອກຫາ ສະຖານທີ່ ທີ່ໃກ້ກັບບ່ອນເກົ່າ ເພື່ອບໍ່ໃຫ້ເສັຍ ການຄ້າ.

ຢ່າງໃດກໍຕາມ ເຂຕ ບຶງທາຕຫລວງ ທີ່ຈະສ້າງ ໃຫ້ເປັນເມືອງຈີນ ໃນແຂວງວຽງຈັນ ນັ້ນຈະກວມເອົາ ພື້ນທີ່ກວ່າ 365 ເຮັກຕ໊າ ແລະ ທາງພາຄສ່ວນ ກ່ຽວຂ້ອງ ຂອງລາວ ກໍໄດ້ປະກາສ ໃນເດືອນ ມີຖຸນາ ຜ່ານມາວ່າ ໃຫ້ປະຊາຊົນ ຜູ້ໄດ້ໂຍກຍ້າຍ ໄປຈົດຊື່ໃນ ຮັບຄ່າຊົດເຊີຍ ແຕ່ກໍຍັງບໍ່ແລ້ວ ໝົດເທື່ອ ເນື່ອງຈາກວ່າ ບາງບ່ອນ ຍັງລໍຖ້າກາຣ ປະເມີນຣາຄາຢູ່ ແຕ່ໃນເມື່ອໃດ ຫາກກາຣກໍ່ສ້າງ ໄປຮອດເຂຕບ້ານ ໃດແລ້ວ ກໍຕ້ອງໄດ້ ຍ້າຍອອກ ຕາມຄຳສັ່ງ.



__________________
Anonymous

Date:
Permalink   
 

ບາງຄົນວ່າ ຖ້າໂຍກຍ້າຍບໍ່ເກີນ 20 ກິໂລແມັດ ເພິ່ນຈະບໍ່ຈ່າຍຄ່າຊົດເຊີຍ.
ໜ້າເຫັນໃຈປະຊາຊົນຜູ່ບໍ່ມີສຽງແທ້ໆ, ຢູ່ຂະເມນ ຢູ່ວຽດນາມເຂົາຍັງຕໍ່ວ່າໄດ້
ແຕ່ຢູ່ລາວຕ້ອງມິດ ພັກລັດວ່າຫຍັງຕ້ອງເຮັດຕາມ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard