ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດວາງງົບອາເຊັມ 9 ຢູ່ທີ່ 240 ຕື້ ຊື້ພາຫະນະ ແລະ ບໍລິຫານ
Anonymous

Date:
ລັດວາງງົບອາເຊັມ 9 ຢູ່ທີ່ 240 ຕື້ ຊື້ພາຫະນະ ແລະ ບໍລິຫານ
Permalink   
 
  ລັດ­ຖະ­ບານ ​ວາງ​ງົບ­ປະ­ມານ​ຮັບ​ໃຊ້​ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ-ເອີ​ຣົບຄັ້ງ​ທີ 9 (ASEM 9) ເພື່ອ​ຈັດ​ຊື້​ອຸ­ປະ­ກອນ, ຮັບໃຊ້​ວຽກ​ງານ​ບໍ­ລິ­ຫານ ແລະ ຈັດຊື້​ພາ­ຫະ­ນະ​ຮັບ​ໃຊ້​ຕ່າງໆ​ທີ່ 240 ຕື້​ກີບ, ຮັບ­ປະ­ກັນ​ພຽງ­ພໍ​ຕາມຄວາມ​ຕ້ອງ­ການ.

   ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ການເງິນ, ຫົວ­ຫນ້າ​ອະ­ນຸ​ກຳ­ມະ­ການງົບ­ປະ­ມານ​ຮັບ​ໃຊ້​ກອງ​ປະ­ຊຸມອາ​ເຊັມ 9 ໃຫ້​ຮູ້​ວ່າ: ຈາກ​ການຄິດ­ໄລ່ ແລະ ປະ​ເມີນ​ຜົນ​ເບື້ອງຕົ້ນ​ລັດ​ວາງ​ງົບ­ປະ­ມານ​ຮັບ​ໃຊ້ການ​ຈັດ​ກອງ​ປະ­ຊຸມ​ສຸດ​ ຍອດອາ​ເຊັມ 9 ທີ່ 270 ຕື້​ກີບ,  ແຕ່ຈາກ​ການ​ຫາ­ລື​ຂອງ​ອະ­ນຸ​ກຳ​ມະການ ແລະ ຄິດ­ໄລ່​ຄືນ​ອີກ​ເທື່ອຫນຶ່ງ ໂດຍ​ການ​ຕັດ​ສິ່ງ​ທີ່​ບໍ່​ຈຳເປັນ​ອອກ, ຫລ້າ​ສຸດ ງົບ­ປະ­ມານ​ທີ່​ຈະ​ຮັບ​ໃຊ້​ກອງ​ປະ­ຊຸມ​ອາ​ເຊັມ 9 ຢູ່​ທີ່  240 ຕື້​ກີບ ແລະ ຮັບ​ປະກັນ​ວ່າ​ທີ່​ພຽງ­ພໍ​ກັບ​ງານ​ຄັ້ງ​ສຳຄັນ​ນີ້.

   ໃນ​ຈຳ­ນວນ 240 ຕື້​ກີບ ເປັນງົບ­ປະ­ມານ​ພາຍ​ໃນ​ຂອງ​ລັດຖະ​ບານ​ລາວ​ທີ່​ໃຊ້​ເພື່ອ​ຈັດ​ຊື້​ພາຫະ​ນະ​ ເປັນ­ຕົ້ນ​ແມ່ນ​ຊື້​ລົດ Mercedes Ben ຮຸ່ນ S350 40 ຄັນ, ຮຸ່ນ E350 65 ຄັນ, ລົດ BMW 11 ຄັນ, ລົດ ໂຕ​ໂຢ​ຕາແຄມ​ຣີ (TOYOTA CAMRY) 130 ຄັນ, ລົດ​ຕູ້​ໂຕ​ໂຢ​ຕາ 16 ບ່ອນ​ນັ່ງ 10 ຄັນ, ລົດ​ສະຫລາມ ປກສ 40 ຄັນ, ລົດ­ຈັກມ້າ​ຂາວ​ຮອນ​ດ້າ 1300cc 127 ຄັນ, 125cc 50 ຄັນ, ລົດ​ແພດ​ສຸກ​ເສີນ 10ຄັນ, ລົດ​ຖ່າຍ​ທອດ​ສົດ​ທາງ​ໂທລະ​ພາບ 2 ຄັນ ແລະ ລົດ​ຕູ້ສຳ­ລັບ​ຫມາ​ຂອງ​ເຈົ້າ​ຫນ້າ­ທີ່ ປກສ 2ຄັນ, ອີກ​ຈຳ­ນວນຫນຶ່ງ ເພື່ອ​ຈັດ​ຊື້​ອຸ­ປະ­ກອນ, ຮັບ​ໃຊ້ການ​ບໍ­ລິ­ຫານ ແລະ ຮັກ­ສາ​ໄວ້ ເພື່ອ​ຄວາມ​ຕ້ອງ­ການ​ສຸກ​ເສີນອີກ​ຈຳ­ນວນ​ຫນຶ່ງ.

   ນອກ­ຈາກ​ນັ້ນ, ຍັງ​ມີ​ທຶນ​ທີ່ໄດ້​ຮັບ​ການ​ຊ່ວຍ­ເຫລືອ​ລ້າ ແລະ ການ​ກູ້​ຢືມ​ຈາກ​ຕ່າງ­ປະ­ເທດ​ອີກ, ໃນ​ນັ້ນ ຫລາຍ​ກວ່າ​ຫມູ່​ແມ່ນຈາກ ສປ ຈີນ ເປັນ­ຕົ້ນ​ແມ່ນ: ທຶນ​ຊ່ວຍ­ເຫລືອ​ລ້າ 450 ລ້ານຢວນ (ລວມ​ທັງ​ສູນ​ປະ­ຊຸມ) ເງິນ​ກູ້​ດອກ​ເບ້ຍ​ຕ່ຳ 37 ລ້ານກວ່າ​ໂດ​ລາ​ສະ­ຫ,ະ­ລັດ, ລົດ­ເມ 45 ບ່ອນ​ນັ່ງ 10 ຄັນ ແລະ ລົດ​ເກັງ​ສະ­ຫລາມ (Motor Cade) ຮັບ​ໃຊ້​ວຽກ​ງານ​ປ້ອງ ກັນ​ຄວາມ​ສະ­ຫງົບ 4 ຄັນ, ພາກສ່ວນ​ເອ­ກະ​ຊົນ ສສ ຫວຽດ­ນາມ 5 ແສນ​ໂດ​ລາ ແລະ ເງິນ​ກູ້ຢືມ​ຈຳ­ນວນ​ຫນຶ່ງ, ປະ­ເທດ​ຍີ່­ປຸ່ນ 1.935 ລ້ານ​ເຢັນ ແລະ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ, ປະ­ເທດໄທ ຊ່ວຍ 6,3 ລ້ານ​ໂດ​ລາ (ຊ່ວຍເຫລືອ​ລ້າ 30% ແລະ ກູ້​ຢືມດອກ​ເບ້ຍ​ຕ່ຳ 70%), ປະ­ເທດບຣູ​ໄນ 5 ແສນ​ໂດ​ລາ ແລະ ສະຫະ​ພາບ​ເອີ​ຣົບຊ່ວຍ​ໃນ​ການຖອດ​ຖອນ​ບົດ­ຮຽນ​ກ່ຽວ​ກັບການ​ຈັດ​ກອງ​ປະ­ຊຸມ​ ສຸດ​ຍອດອາ​ເຊັມ​ທີ່​ປະ­ເທດ​ແບນ​ຊິກ ແລະ ການ​ໃຫ້​ທຶນ​ສຳ​ມະ​ນາ​ຕ່າງໆເປັນ​ມູນ​ຄ່າ 125.000 ໂດ​ລາ​ສະຫະ​ລັດ ແລະ ສະ­ຫນອງ​ນາຍ​ແປພາ­ສາ​ໃນ​ໄລ­ຍະ​ດຳ­ເນີນ​ກອງ​ປະຊຸມ​ອີກ 6 ພາ­ສາ ພາ­ສາ​ລະ 3 ທ່ານ.

   ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້ຮັບ​ການ​ຊ່ວຍ­ເຫລືອ​ດ້ານ​ການຝຶກ​ອົບ­ຮົມ ແລະ ອຸ­ປະ­ກອນ​ຮັບໃຊ້​ວຽກ​ງານ​ວິ­ຊາ​ສະ­ເພາະ​ເປັນຕົ້ນ​ແມ່ນ​ປະ­ເທດ​ອົດ​ສະ​ຕຣາ​ ລີສະ­ຫນອງ​ການ​ຝຶກ​ອົບ­ຮົມ​ພາ­ສາ ອັງ­ກິດ​ໃຫ້​ນັກ​ແປ​ພາ­ສາ, ພະ­ນັກງານ​ຂັບ​ລົດ ແລະ ວຽກ​ງານ​ພິທີ​ການ, ປະ­ເທດ​ສິງ­ກະ­ໂປ ສະຫນອງ​ການ​ຈັດ​ຝຶກ​ອົບ­ຮົມ​ກ່ຽວກັບ​ການ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດອາ​ເຊັມ​ໃຫ້ ​ແກ່​ພະ­ນັກ­ງານ​ອາ ວຸ​ໂສ​ຂອງ ສປປ ລາວ, ສະ­ຫນອງອຸ­ປະ­ກອນ​ເຄື່ອງ​ສຽງ ແລະ ອຸ­ປະກອນ​ຮັບ​ໃຊ້​ການ​ແປ​ພາ­ສາ ແລະ ປະ­ເທດ​ປາ​ກິດ​ສະ­ຖານ​ສະຫນອງ​ເຄື່ອງ​ຄອມ​ພິວ​ເຕີ ແລະ ເຄື່ອງ­ພິມ​ເອ­ກະ­ສານ​ຈຳ­ນວນ 10 ຊຸດ.

   ປະ­ຈຸ​ບັນ ວຽກ​ງານ​ດ້ານ​ງົບປະ­ມານ​ມີ​ຄວາມ​ພ້ອມ, ການ​ຈັດຊື້​ອຸ­ປະ­ກອນ  ແລະ ພາ­ຫະ­ນະ​ຮັບໃຊ້​ພຽງ­ພໍ​ຕາມ​ຄວາມ​ຕ້ອງ­ການ, ຂະ­ນະ​ດຽວ​ກັນ, ຫລັງ​ຈາກ​ສຳເລັດ​ກອງ​ປະ­ຊຸມ​ສຸດ​ຍອດ​ອາເຊັມ​ພາ­ຫະ­ນະ​ຈຳ­ນວນ​ຫນຶ່ງ​ຈະມອບ​ ໃຫ້​ພະ­ນັກ­ງານ​ການ​ນຳນຳ​ໃຊ້ ແລະ ສ່ວນ​ຫນຶ່ງ​ຈະ​ຂາຍອອກ ເພື່ອ​ນຳ​ເງິນ​ເຂົ້າ​ງົບ​ປະມານ​ລັດ​ຄືນ, ທ່ານ ພູ​ເພັດ ຄຳ ພູນ​ວົງ ກ່າວ.

__________________
Anonymous

Date:
RE: ລັດວາງງົບອາເຊັມ 9 ຢູ່ທີ່ 240 ຕື້ ຊື້ພາຫະນະ ແລະ ບໍລິຫານ
Permalink   
 
ໂຮງຮຽນບ້ານ ຂະນ້ອຍລະທ່ານ  ພູ​ເພັດ ຄຳ​ພູນ​ວົງ ຂໍງົບໄປຫລາຍປີແລ້ວ ບໍ່ເຫັນຕອບກັບມາເລີຍ ທ່ານ.....

389877_353029428119534_754088065_n.jpg

__________________
Anonymous

Date:
Permalink   
 
wrote:
 
 ຊາວໂລກເຂົາຮູ້ແລ້ວວ່າ ສປປລາວ ເປັນ ປະເທດດ້ອຍພັດທະນາ ບໍ່ຈຳເປັນຈະໃຊ້ງົບຫລາຍປານນີ້

ເອົາໄປສ້າງໂຮງຮຽນ,ໂຮງໝໍ ໃຫ້ປະຊາຊົນດີກວ່າ,ຜູ້ນຳແຕ່ລະປະເທດເຂົານັ້ງລົດເບັ້ນ ຈົນກົ້ນຂີ່ດ້ານແລ້ວເດີ້ ທ່ານ

__________________
Anonymous

Date:
Permalink   
 
ທຸກແຕ່ບໍ່ຍອມຈົນ,ເປັນເສດຖີຂໍທານ,ຍ້ອນຄວາມຢາກຍິ່ງໃຫຍ່ໂດຍບໍ່ເຫັນຄວາມທຸກ

ຍາກຂອງປະຊາຊົນ,ກອງປະຊຸມຈົບລົງພາກັນອຶດຫິວ,ອອກຂໍທານຕໍ່ໄປ

__________________
Anonymous

Date:
Permalink   
 
ເຈົ້າຄົງຢາກມາເປັນລັດຖະບານລາວແມ່ນບໍຈິງໂອຫັງແບບນັ້ນ, ແຕ່ຖ້າຈະໃຫ້ເລືອກຂໍເປັນລູກຫຼາຍຄອມມູນິດດີທີ່ສຸດໃນໂລກ. ສ່ວນຮູບພາບເອົາມາລົງນັ້ນ ຈົ່ງຮັບຮູ້ໄວ້ແດ່ນັ້ນແມ່ນເສດເຫຼືອຂອງສົງຄາມທີ່ປະຕິການລາວພັດຖິ່ນຖີມເອົາໄວ້. ເຂດດັ່ງກ່າວຍັງບໍ່ທັນສາມາດພັດທະນາໄດ້ຍ້ອນມີແຕ່ລະເບີດທີ່ພວກມືງຮ່ວມຫົວກັບອາເມລິກາຖີ່ມເອົາໄວ້.

__________________
Anonymous

Date:
Permalink   
 
Anonymous wrote:

ເຈົ້າຄົງຢາກມາເປັນລັດຖະບານລາວແມ່ນບໍຈິງໂອຫັງແບບນັ້ນ, ແຕ່ຖ້າຈະໃຫ້ເລືອກຂໍເປັນລູກຫຼາຍຄອມມູນິດດີທີ່ສຸດໃນໂລກ. ສ່ວນຮູບພາບເອົາມາລົງນັ້ນ ຈົ່ງຮັບຮູ້ໄວ້ແດ່ນັ້ນແມ່ນເສດເຫຼືອຂອງສົງຄາມທີ່ປະຕິການລາວພັດຖິ່ນຖີມເອົາໄວ້. ເຂດດັ່ງກ່າວຍັງບໍ່ທັນສາມາດພັດທະນາໄດ້ຍ້ອນມີແຕ່ລະເບີດທີ່ພວກມືງຮ່ວມຫົວກັບອາເມລິກາຖີ່ມເອົາໄວ້.

 ເຂດດັ່ງກ່າວຍັງບໍ່ທັນສາມາດພັດທະນາໄດ້ ຍ້ອນມີແຕ່ລະເບີດ

ມີແຕ່ລະເບີດ, ຄືພາກັນຕັ້ງໂຮງຮຽນໃສ່, ຕົວະໃຫ້ມັນເຂົ້າຕຳລາແດ່

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard